ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຈີນຈະແກ້ໄຂຂໍ້ຮຽກຮ້ອງຂອງ ພວກປະທ້ວງມອງໂກເລຍ


ພວກປະທ້ວງໃນມອງໂກເລຍຂອງຈີນ ວັນທີ 31 ພຶດສະພາ 2011
ພວກປະທ້ວງໃນມອງໂກເລຍຂອງຈີນ ວັນທີ 31 ພຶດສະພາ 2011

ຈີນ​ກ່າວ​ວ່າ ຕົນ​ຈະ​ແກ້ໄຂຕໍ່​ຄໍາ​ຂໍ​ຮ້ອງ​ທີ່​ມີ​ເຫດ​ມີ​ຜົນ​ຂອງ​
ພວກ​ຄົນ​ລ້ຽງ​ແກະ ໃນ​ມອງ​ໂກ​ເລຍທີ່​ພາກັນ​ທໍາ​ການ​ປະ​
ທ້ວງ​ໃນ​ສັບປະດາ​ຜ່ານ​ມາ​ນີ້.

ໃນ​ການຖະແຫຼງຂ່າວຂອງ​ກະຊວງ​ການ​ຕ່າງປະ​ເທດ​ຈີນ​
ໃນ​ກຸງປັກ​ກິ​ງ ໃນ​ວັນ​ອັງຄານ​ມື້​ນີ້ທ່ານ​ນາງ Jiang Yu ​
ໂຄສົກ​ປະ​ຈໍາ​ກະຊວງ ກ່າວ​ວ່າ ທາງ​ການ​ປະ​ຈໍາ​ພາກ​ພື້ນ​
ຈະ​ທໍາ​ການ​ເຄື່ອນ​ໄຫວ​ເພື່ອ​ປົກປ້ອງ​ສິ່ງ​ ແວດ​ລ້ອມ ​ແລະ
ຫາ​ຄວາມ​ກໍ້າ​ເກິ່ງ​ກັນ​ທີ່​ສອດ​ຄ້ອງລະຫວ່າງ​ການ​ປົກ​ປ້ອງ​
ສະພາບ​ແວດ​ລ້ອມ​ແລະ​ການ​ພັດທະນາ​ດ້ານ​ເສດຖະກິດ.

ທ່ານ​ນາງ Jiang Yu ກ່າວ​ຕື່ມ​ວ່າ ພວກ​ໃດ​ທີ່​ໄດ້​ທໍາ​
ຄວາມຜິດ​ກໍຈະ​ຖືກລົງໂທດຕາມ​ຕົວ​ບົດ​ກົດໝາຍ.

ໄດ້​ມີ​ການ​ສົ່ງ​ພວກ​ກໍາລັງ​ຮັກສາ​ຄວາມ​ປອດ​ໄພ​ຈີນ​ ໃນ​ຈໍານວນ​ຫລວງຫລາຍ​ເພື່ອ​ປາບ​ປາມ​ພວກ​ປະ​ທ້ວງ​ ຊຶ່ງ​ໄດ້​ເລີ້ມ​ຂຶ້ນ​ຫລັງ​ຈາກ​ລົດ​ບັນທຸກ​ຈີນ​ຄັນ​ນຶ່ງ​ແລ່ນ​ຕໍາຄົນ​ລ້ຽງ​ແກະ​ຊາວ​ມອງ​ໂກ​ເລຍ​ຄົນ​ນຶ່ງ​ຕາຍ​ທີ່ພວມ​ທໍາການ​ປະ​ທ້ວງ​ຕໍ່ພວກ​ລົດ​ຂົນ​ສົ່ງ​ຖ່ານ​ຫິນ​ຂອງຈີນ​ແລ່ນ​ຜ່ານ​ທົ່ງ​ລ້ຽງສັດຂອງ​ເຂົາ​ເຈົ້າ​ນັ້ນ.

ທ່ານ​ນາງ Jiang ຍັງ​ໄດ້​ຕໍາ​ໜິຕິຕຽນ​ກຸ່ມ​ຕ່າງໆ​ໃນ​ຕ່າງປະ​ເທດ​ທີ່​ບໍ່​ໄດ້​ບອກ​ຊື່​ໃຫ້​ຊາບ​ວ່າ ຄວາມ​ພະຍາຍາມ​ຂອງ​ພວກ​ເຂົາ​ເຈົ້າ​ທີ່​ກະຕຸກ​ຊຸກ ຍູ້ໃຫ້ເກີດ​ບັນຫາ​ຂຶ້ນ​ນັ້ນ ຈະ​ໄດ້​ຮັບ​ການ​ປາ​ໄຊ. ສື່​ມວນ​ຊົນ​ຂອງ​ຈີນສ່ວນ​ໃຫຍ່​ແມ່ນ​ໄດ້​ມິດ​ງຽບ​ມາ​ກ່ຽວ​ກັບ​ການ​ປະ​ທ້ວງ​ໃນເຂດ​ມອງ​ໂກ​ເລຍ​ໃນນີ້ ຊຶ່ງ​ທໍາ​ອິດ​ແມ່ນ​ໄດ້​ລາຍງານໂດຍ​ກຸ່ມ​ສົ່ງ​ເສີມ​ກຸ່ມ​ນຶ່ງ​ທີ່​ມີ​ຫ້ອງການ​ຕັ້ງ​ຢູ່​ໃນ​ສະຫະ ລັດ ທີ່​ເອີ້ນ​ວ່າ​ສູນ​ກາງ​ໃຫ້​ຂໍ້​ມູນ​ວ່າ​ດ້ວຍ​ສິດທິ​ມະນຸດ​ຂອງ​ຊາວ​ມອງ​ໂກ​ເລຍ​ໃນ​ພາກ​ໃຕ້​ນັ້ນ.

XS
SM
MD
LG