ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ຈີນປິດລ້ອມຫລາຍເຂດ ໃນມອງໂກເລຍຂອງຕົນ


ຈີນປິດລ້ອມຫລາຍເຂດ ໃນມອງໂກເລຍຂອງຕົນ
ຈີນປິດລ້ອມຫລາຍເຂດ ໃນມອງໂກເລຍຂອງຕົນ

ຈີນປິດລ້ອມຫລາຍເຂດ ໃນມອງໂກເລຍຂອງຕົນ
ຈີນປິດລ້ອມຫລາຍເຂດ ໃນມອງໂກເລຍຂອງຕົນ











ທາງ​ການ​ຈີນ​ໄດ້​ປິດ​ລ້ອມຫລາຍພາກສ່ວນ​ຂອງ​ເຂດ​ມອງ​ໂກ​ເລຍ​ທີ່​ຢູ່​ພາຍ​ໃນຈີນນັ້ນ ​ຫລັງ​ຈາກ​ຊົນ​ເຜົ່າ​ມອງ​ໂກ​ເລຍ​ທໍາການ​ເດີນ​ຂະ​ບວນ​ປະ​ທ້ວງ​ມາ​ເປັນ​ເວລາ​ຫລາຍ​ມື້​ ທີ່​ສືບ​ເນື່ອງ​ມາຈາກ​ການເສຍ​ຊີວິດຂອງ​ຄົນ​ລ້ຽງ​ແກະ​ຄົນ​ນຶ່ງ​ທີ່​ຖືກ​ຄົນ​ຂັບ​ລົດ​ບັນທຸກ​ຈີນ​ຕໍາຕາ​ຍນັ້ນ.

ເຖິງ​ແມ່ນບໍ່​ມີ​ລາຍ​ງານວ່າ ໄດ້​ມີການ​ເດີນຂະ​ບວນປະ​ທ້ວງ​ໃນ​ວັນ​ເສົາ​ວານ​ນີ້ກໍ​ຕາມ ພວກ​ປະຊາຊົນ​ໃນ​ທ້ອງ​ຖິ່ນ​ກ່າວ​ວ່າ ຫລາຍ​ພາກສ່ວນຂອງ​ຂົງ​ເຂດ​ໄດ້​ຖືກ​ປິດ​ລ້ອມ​ໄວ້. ສູນຂໍ້​ມູນ​ວ່າ​ດ້ວຍ​ສິດທິ​ມະນຸດໃນ​ພາກ​ໃຕ້​ມອງ​ໂກ​ເລຍ ຊຶ່ງ​ເປັນ​ກຸ່ມ​ສົ່ງ​ເສິມ​ຊາວ​ມອງ​ໂກ​ເລຍ​ທີ່​ມີ​ຫ້ອງການ​ຕັ້ງ​ຢູ່ໃນ​ນະຄອນ​ນີວຢອກ​ກ່າວ​ວ່າ ພວກ​ໂຮງຮຽນ​ແລະ​ມະຫາວິທະຍາ​ໄລ​ຕ່າງໆ ຢ່າງ​ນ້ອຍ​ໃນ 2 ຫົວ​ເມືອງ​ ​ໄດ້​ຕົກຢູ່​ພາຍ​ໃຕ້​ການ​ຄວບ​ຄຸມຂອງ​ຕໍາຫລວດ​ຢ່າງໜັກ.

ອົງການ​ນິລະ​ໂທດ​ກໍາ​ສາກົນ​ກ່າວ​ວ່າ ຕົນ​ມີ​ຄວາມ​ເປັນ​ຫ່ວງກ່ຽວ​ກັບ​ຄວາມ​ເປັນ​ໄປ​ໄດ້​ທີ່​ອາດ​
ຈະ​ມີ​ການ​ເອົາ​ມາດ​ຕະການ​ຕອບ​ໂຕ້​ຢ່າງ​ແຂງ​ແຮງ​ຈາກ​ລັດ​ຖະບານ​ຈີນ​ນັ້ນ. ນອກ​ນີ້ ​ທາງ​ອົງ
ການ​ດັ່ງກ່າວ​ຍັງຮຽກຮ້ອງ​ໃຫ້​ເຈົ້າ​ໜ້າ​ທີ່​ຈີນ​ໃຊ້​ຄວາມ​ຍັບຍັ້ງ​ ແລະ​ເຄົາລົບ​ນັບຖື​ຕໍ່​ເສລີພາບໃນ
ການສະ​ແດງ​ອອກ​ຄວາມ​ຄິດ​ຄວາມ​ເຫັນ​ ແລະ​ການ​ຊຸມ​ນຸມຂອງພວກ​ປະ​ທ້ວງ.

ຄົນ​ລ້ຽງ​ແກະ ຊຶ່ງ​ຂ່າວ​ເວົ້າວ່າ​ມີຊື່ສັ້ນໆວ່າ Mergen ນັ້ນ​ໄດ້​ຖືກ​ລົດແລ່ນ​ຕໍາ​ແລະຢຽບ
ຕາຍໃນຂະນະ​ທີ່​ຜູ້ກ່ຽວ​ແລະ​ຄົນ​ອື່ນໆ​ອີກ​ພະຍາຍາມ​ຕັນ​ທາງ​ລົດ​ບັນທຸກ​ຖ່ານ​ຫິນ​ບໍ່ໃຫ້​
ແລ່ນ​ຜ່ານ​ເດິ່ນຫຍ້າ​ທີ່​ພວກ​ຄົນ​ລ້ຽງ ສັດ​ໃຊ້​ໄວ້ລ້ຽງສັດ​ເຂົາ​ເຈົ້າ​ນັ້ນ.

ບັນດາ​ເຈົ້າ​ໜ້າ​ທີ່​ລັດຖະບານ​ໃນ​ທ້ອງ​ຖິ່ນ​ອອກ​ຖະ​ແຫລ​ງການ​ສະບັບ​ນຶ່ງ​ກ່າວ​ວ່າ ​ປະຊາ
ຊົນຢ່າງນ້ອຍ 2 ຄົນ​ໄດ້​ຖືກ​ຈັບ​ກຸມ​ໃນ​ຂໍ້​ຫາ​ມີ​ສ່ວນ​ພົວພັນ​ກັບ​ເຫດການ​ດັ່ງກ່າວ.

XS
SM
MD
LG