ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

ມີຜູ້ເສຍຊີວິດຢ່າງໜ້ອຍ 30 ຄົນ ຢູ່ຈີນ


ແຜນທີ່ປະເທດຈີນ
ແຜນທີ່ປະເທດຈີນ

ເກີດອຸບັດເຫດບໍ່ຖ່ານຫິນສາມແຫ່ງໃນຈີນ ມີຜູ້ເສຍຊີວິດຢ່າງໜ້ອຍ 30 ຄົນ ແລະ ອີກ 13 ຄົນຍັງຕິດຄ້າງຢູ່ບໍ່ຖ່ານຫິນນັ້ນ

ອຸບັດເຫດທີ່ບໍ່ຖ່ານຫິນສາມແຫ່ງໃນຈີນ ຍັງຜົນໃຫ້ມີຜູ້ເສຍຊີວິດຢ່າງ​ນ້ອຍ 30 ຄົນ ແລະ ອີກ 13 ຄົນ ຍັງຕິດຄ້າງຢູ່​ໃນ​ບໍ່ຖ່ານຫິນນັ້ນ.

ອົງການຂ່າວຊິວຫົວຂອງ​ທາງ​ການ​ຈີນກ່າວວ່າ ຄົນງານທັງໝົດ 28 ຄົນ ໃນບໍ່ຖ່ານ​ຫີນ​ແຫ່ງ​ນຶ່ງ ທີ່ແຂວງ Shaanxi ທາງທິດຕາເວັນຕົກ ສຽງເໜືອ ໄດ້ເສຍຊີວິດ ເວລາສາຍສົ່ງໃຕ້ດິນເກີດໄຟໃໝ້ ເມື່ອຄືນວັນ ເສົາ. ລາຍງານຂ່າວເວົ້າວ່າ ພວກກູ້​ໄພໄດ້ກູ້​ເອົາຊາກສົບຄົນງານມາ​ໄດ້ຫ້າຄົນ ໃນຕອນເດິກຂອງ​ເຊົ້າ ວັນອາທິດມື້ນີ້.

ອົງການຂ່າວຊິນຫົວລາຍ​ງານ​ອີກວ່າ ໃນອຸບັດເຫດອີກບັ້ນນຶ່ງນັ້ນ ​ເຫດ ລະເບີດໃນເຂດບໍ່ຖ່ານຫິນ ທີ່ ແຂວງຮູໜານ ​ໄດ້​ສົ່ງຜົນໃຫ້ມີຜູ້ເສຍຊີວິດ 2 ຄົນ ໃນວັນອາທິດມື້ນີ້ຄື​ກັນ.

ໃນ​ເຫດ​ຮ້າຍ​ບັ້ນນຶ່ງ​ອີກ​ຕ່າງຫາກນັ້ນ ສື່​ມວນ​ຊົນ​ຈີນ​ກ່າວ​ວ່າ ມີ​ຄົນ​ງານ 13 ຄົນ​ຖືກ​ຕັນ​ຢູ່​ທາງ​ໃນ​ບໍ່ຖ່ານ​ຫີນ ທີ່​ຖືກ​ນ້ຳຖ້ວມ​ແຫ່ງນຶ່ງ​ໃນ​ແຂວງ Gansu ທາງ​ພາກ​ຕາ​ເວັນ​ຕົກ​ສຽງ​ເໜືອ​ຂອງ​ຈີນ. ຊິນ​ຫົວ​ກ່າວ​ວ່າມີ​ສາມ​ຄົນ​ຖືກ​ຊ່ວຍ​ດຶງ​ຂຶ້ນ​ມາ​ໄດ້ຈາກ​ບໍ່​ຖ່ານ​ຫີນ​ທີ່​ຖືກ​ນ້ຳຖ້ວມ​ໃນ​ເມືອງ Jib ​ໃນ​ມື້​ນີ້.

ຈີນຖືວ່າເປັນປະເທດທີ່ມີປະຫວັດດ້ານຄວາມປອດໄພຂອງ​ບໍ່​ຖ່ານ​ຫີນທີ່ຂີ້ຮ້າຍທີ່ສຸດຂອງໂລກ ​ໂດຍມີຄົນງານບໍ່ຖ່ານ​ຫີນໃນຈີນເສຍຊີວິດກວ່າ 2,600 ຄົນ ເມື່ອປີກາຍ​ນີ້ ຍ້ອນອຸບັດເຫດແລະ​ເຫດລະເບີດຕ່າງໆ.

ສ່ວນໃນອີກຂ່າວນຶ່ງນັ້ນ ສື່ມວນຊົນຂອງຈີນກ່າວວ່າ ລົດບັສຄັນ​ນຶ່ງ​ໄດ້ ປະສົບອຸບັດເຫດຕົກລົງໄປສູ່ແມ່ນ້ຳ ​ໃນແຂວງ Sichuan ທາງພາກຕາເວັນ ຕົກສຽງໃຕ້ຂອງຈີນ ຍັງຜົນໃຫ້ມີຜູ້ຫາຍສາບສູນ 27 ຄົນແລະ ຢ້ານ​ວ່າອາດເສຍຊີວິດ​ແລ້ວ.

ອົງການຂ່າວຊິນຫົວກ່າວວ່າ ພວກກູ້ໄພສາມາດຊ່ວຍກູ້ເອົາ 11 ຄົນມາໄດ້ ຫລັງຈາກລົດບັສຕົກໜ້າຜາ ລົງໃສ່ແມ່ນ້ຳ Dajin ໃນເຂດປົກຄອງຕົນເອງ ຂອງທິເບດເມື່ອວັນອາທິດມື້ນີ້. ລົດບັສຄັນນັ້ນກຳລັງເດີນທາງໄປຍັງເມືອງ Chengdu ເມືອງຫລວງຂອງແຂວງ Sichuan.

XS
SM
MD
LG