ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

27 ຄົນເສຍຊີວິດ ໃນເຫດລະເບີດ ຢູ່ບໍ່ຖ່ານຫິນ ຂອງຈີນ (ວີດິໂອ)


ເຫດລະເບີດ ໃນບໍ່ຖ່ານຫິນ ຂອງຈີນ
please wait

No media source currently available

0:00 0:00:44 0:00

ເບິ່ງວີດິໂອ ກ່ຽວກັບບໍ່ຖ່ານຫິນ ທີ່ເກີດເຫດລະເບີດ ໃນແຂວງຊີສວນ ຂອງຈີນ, ວັນເສົາ ທີ 11 ພຶດສະພາ 2013.

ເຈົ້າໜ້າທີ່ຈີນກໍາລັງສືບສວນເບິ່ງເຫດລະເບີດໃນບໍ່ຖ່ານຫິນ
ທີ່ຮ້າຍແຮງຄັ້ງທີສອງຂອງປະເທດ ໃນໄລຍະສອງມື້ຜ່ານມານີ້.

ໃນວັນເສົາວານນີ້ ມີກໍາມະກອນບໍ່ຖ່ານຫິນ 27 ຄົນເສຍຊີວິດ
ຢູ່ໃນເຫດລະເບີດທີ່ບໍ່ແຫ່ງນຶ່ງ ໃນແຂວງຊີສວນ.

ພວກເຈົ້າໜ້າທີ່ເວົ້າວ່າ ຄົນງານບໍ່ 81 ຄົນໄດ້ຖືກຊ່ວຍຊີວິດອອກມາຈາກບໍ່ຖ່ານຫີນ ຊຶ່ງ
ໃນນັ້ນຢ່າງໜ້ອຍມີ 6 ຄົນ ທີ່ໄດ້ຮັບບາດເຈັບສາຫັດ ແລະ ອີກສິບກວ່າຄົນໄດ້ຮັບບາດ
ເຈັບເລັກນ້ອຍ.

ການລະເບີດດັ່ງກ່າວ ແມ່ນມີຂຶ້ນພາຍຫລັງ ທີ່ເກີດເຫດລະເບີດ ຢູ່ບໍ່ຖ່ານຫີນແຫ່ງນຶ່ງ ທີ່ສັງຫານ 12 ຄົນ.

ເຈົ້າໜ້າທີ່ເວົ້າວ່າ ອຸບັດຕິເຫດທີ່ເກີດຂຶ້ນບໍ່ແຫ່ງນຶ່ງໃກ້ແຂວງ Guizhou ໃນວັນສຸກຜ່ານມາ ແມ່ນເປັນຍ້ອນການລະເບີດຂອງອາຍແກັສ.

ບໍ່ຖ່ານຫິນຂອງຈີນ ແມ່ນຮວມຢູ່ໃນພວກບໍ່ຖ່ານຫິນ ທີ່ເປັນອັນຕະລາຍທີ່ສຸດ ຂອງໂລກ.
XS
SM
MD
LG