ລິ້ງ ສຳຫລັບເຂົ້າຫາ

ວັນພຸດ, ໒໔ ເມສາ ໒໐໒໔

ເຫດລະເບີດທີ່ບໍ່ຖ່ານຫີນຈີນ


ພວກຄົນງານບໍ່ຖ່ານຫີນຈີນ
ພວກຄົນງານບໍ່ຖ່ານຫີນຈີນ

ເຈົ້າໜ້າທີ່ຈີນກ່າວວ່າເຫດລະເບີດທີ່ບໍ່ຖ່ານຫີນແຫ່ງນຶ່ງ ໃນວັນເສົາມື້ນີ້ ເຮັດໃຫ້ພວກຄົນງານ ເສຍຊີວິດຢ່າງນ້ອຍ 20 ຄົນ ແລະຕົກຄ້າງຢູ່ໃຕ້ພື້ນດິນ ອີກປະມານ 17 ຄົນ.

ອົງການຄຸ້ມຄອງຄວາມປອດໄພ ກ່ຽວກັບເລື່ອງເຮັດວຽກຂອງທາງການຈີນກ່າວວ່າ ໄດ້ເກີດ ເຫດລະເບີດທີ່ບໍ່ຖ່ານຫີນໃນແຂວງ Henan ທາງພາກກາງຂອງຈີນ ໃນຕອນ 6 ໂມງເຊົ້າ ຕາມເວລາທ້ອງຖິ່ນ ຂອງມື້ວັນສຸກວານນີ້ ຊຶ່ງແມ່ນບໍລິສັດຖ່ານຫີນແລະໄຟຟ້າ Pingyu ທີ່ມີສຳນັກງານຢູ່ເມືອງ Yuzhou ເປັນເຈົ້າຂອງ.

ອົງການຂ່າວຊິນຫົວຂອງທາງການຈີນລາຍງານວ່າ ການປະຕິບັດງານກູ້ໄພກໍາລັງດໍາເນີນ ໄປຢູ່ ໃນເວລານີ້.

ມີ 2,600 ກວ່າຄົນເສຍຊີວິດ ຍ້ອນອຸບັດຕິເຫດບໍ່ແຮ່ຢູ່ໃນປະເທດຈີນປີກາຍນີ້. ຈຳນວນດັ່ງ ກ່າວແມ່ນຫຼຸດລົງຈາກຊຸມປີຜ່ານໆມາ ແຕ່ເຈົ້າໜ້າທີ່ເວົ້າວ່າ ມີຜູ້ເສຍຊີວິດເພີ້ມຂຶ້ນຍ້ອນອຸບັດ ຕິເຫດບໍ່ແຮ່ ໃນ 6 ເດືອນທຳອິດ ຂອງປີ 2010 ຫຼາຍກວ່າໄລຍະດຽວກັນ ຂອງປີກາຍນີ້.

XS
SM
MD
LG