ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ບໍ່​ຖ່ານ​ຫີນ​ລະ​ເບີດ ​ທີ່​ປະ​ເທດ​ຈີນ


ຄົນງານບໍ່ຖ່ານຫີນທີ່ຈີນ
ຄົນງານບໍ່ຖ່ານຫີນທີ່ຈີນ

ສື່​ມວນ​ຊົນຂອງ​ທາງ​ການ​ຈີນ​ລາຍ​ງານ​ວ່າ ມີ​ຄົນ​ງານ
ບໍ່​ຖ່ານ​ຫີນ ຢ່າງ​ນ້ອຍ​ 46 ຄົນ​ໄດ້​ເສຍ​ຊີວິດ​ ​ໃນເຫດ
ລະ​ເບີດ​ຢູ່​ບໍ່​ຖ່ານ​ຫີນແຫ່ງ​ນຶ່ງໃນແຂວງ Henan ທາງພາກ​
ກາງຂອງປະ​ເທດ.

ອົງການຂ່າວ Xinhua ຂອງ​ທາງ​ການ​ຈີນກ່າວວ່າ ​ເຫດລະ
ເບີດ​ໄດ້​ເກີດຂຶ້ນໃນຕອນເຊົ້າ ຂອງວັນຈັນມື້ນີ້ ໃກ້ໆກັບ
ເມືອງ Pingdingshan ຢູ່​ໃນ​ແຂວງ​ດັ່ງກ່າວ.

ລາຍ​ງານ​ຂ່າວ​ເວົ້າວ່າ ມີພະນັກງານ​ທັງໝົດ 72 ຄົນ​ ​ຢູ່​ໃນບໍ່ ​ເວລາເຫດລະ​ເບີດເກີດຂຶ້ນ​
ຢູ່​ບໍ່​ຖ່ານ​ຫີນ Xingdong ໝາຍ​ເລກ 2 ​ໃນ​ເວລາປະມານ 1:40 ຕອນ​ເຊົ້າ. ທາງ​ເຈົ້າ​ຫນ້າ
ທີ່​ກຳ​ແພງເມືອງ Pingdingshan ກ່າວ​ວ່າ ​ມີ 26 ຄົນ​ງານ​ຫນີ​ອອກມາ​ໄດ້

ເວລາ​ນີ້ ຍັງ​ບໍ່​ໄດ້​ມີ​ຂ່າວ​ຄືບ​ຫນ້າເພີ່ມ​ຕື່​ມກ່ຽວວກັບ​ເລື່ອງ​ນີ້ເທື່ອ.

ຈີນ​ເປັນ​ປະ​ເທດ​ທີ່​ມີປະວັດ​ເລື່ອງຄວາມ​ປອດ​ໄພຂອງ​ບໍ່​ຖ່ານ​ຫີນ ທີ່​ຂີ້ຮ້າ​ຍທີ່​ສຸດ​ໃນ​ໂລກ
ໂດຍ​ມີ​ຄົນ​ງານ​ບໍ່ ​ໃນ​ຈຳນວນເຖິງ 2 ພັນ 600 ​ຄົນ ເສຍ​ຊີວິດໄປໃນ​ປີ​ກາຍ​ນີ້​ຍ້ອນ
ອຸບັດຕິ​ເຫດ ແລະບໍ່​ຖ່ານ​ຫີນລະ​ເບີດ.

XS
SM
MD
LG