ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

19 ຄົນເສຍຊີວິດໃນເຫດ ບໍ່ຖ່ານຫີນລະເບີດ ຢູ່ຈີນ


ແຂວງຊີສວນ ບ່ອນທີ່ບໍ່ຖ່ານຫີນ ລະເບີດຂຶ້ນ ສົ່ງຜົນໃຫ້ 19 ຄົນເສຍຊີວິດ.
ແຂວງຊີສວນ ບ່ອນທີ່ບໍ່ຖ່ານຫີນ ລະເບີດຂຶ້ນ ສົ່ງຜົນໃຫ້ 19 ຄົນເສຍຊີວິດ.
ເຫດລະເບີດຂອງອາຍແກັສ ຢູ່ບໍ່ຖ່ານຫີນແຫ່ງນຶ່ງທາງພາກໃຕ້ ຂອງຈີນ ໄດ້ເຮັດ ໃຫ້ຢ່າງໜ້ອຍ 19 ຄົນເສຍຊີວິດ.

ພວກເຈົ້າໜ້າທີ່ກ່າວວ່າ ມີຄົນງານຂຸດບໍ່ຖ່ານຫີນຫລາຍກວ່າ
100 ຄົນ ຖືກ ຊ່ວຍຊີວິດໄວ້ ລຸນຫລັງທີ່ໄດ້ເກີດເຫດລະເບີດ
ໃນແລງວັນພຸດມື້ວານນີ້ ຢູ່ແຂວງ Sichuan.

ສື່ມວນຊົນທາງການຂອງຈີນ ລາຍງານວ່າ ມີອີກ 28 ຄົນ ທີ່ຍັງ
ຕົກຄ້າງຢູ່ໃຕ້ດິນ ໃນວັນພະຫັດມີ້ນີ້ ໃນຂະນະທີ່ການປະຕິບັດ
ງານກູ້ໄພ ຍັງດໍາເນີນຕໍ່ໄປຢູ່ ນັ້ນ.

ຕໍາຫລວດໄດ້ສອບປາກຄຳເຈົ້າຂອງບໍ່ຖ່ານຫີນດັ່ງກ່າວ.

ເກືອບຮອດ 2 ພັນຄົນໄດ້ເສຍຊີວິດຍ້ອນອຸບປະຕິເຫດຢູ່ບໍ່ຖ່ານຫີນໃນປີກາຍນີ້ ໃນຈີນ ບ່ອນທີ່ຂາດມາດຕະຖານດ້ານຄວາມ ປອດໄພ ຊຶ່ງເຮັດໃຫ້ບໍ່ຖ່ານຫີນ ໃນປະເທດດັ່ງ ກ່າວ ກາຍເປັນບໍ່ຖ່ານຫີນທີ່ມີອັນຕະລາຍສູງທີ່ສຸດໃນໂລກ. ແຕ່ສະຖິຕິທາງການ ໄດ້ສະແດງໃຫ້ເຫັນວ່າ ຈໍານວນການຕາຍໄດ້ຫລຸດລົງ 19% ໃນໄລຍະປີ 2010 ແລະ 2011.
XS
SM
MD
LG