ບັນດາເຈົ້າໜ້າທີ່ຈີນກ່າວວ່າ ເຫດແກັສລະເບີດ ທີ່ບໍ່ຖ່ານຫີນ
ແຫ່ງນຶ່ງ ເຮັດໃຫ້ມີຜູ້ເສຍຊີວິດຢ່າງໜ້ອຍ 28 ຄົນ.
ບັນດາເຈົ້າໜ້າທີ່ກໍາລັງທໍາການສືບສວນຫາສາເຫດ ຂອງການ
ເກີດລະເບີດ ຢູ່ບໍ່ຖ່ານຫີນ ທີ່ລັດຖະບານເປັນເຈົ້າຂອງແຫ່ງນຶ່ງ
ນອກເມືອງ Baishan ໃນແຂວງ Jilin ທາງພາກຕາເວັນອອກ
ສຽງເໜືອຂອງຈີນ.
ອົງການຂ່າວ Xinhua ຂອງທາງການຈີນ ກ່າວວ່າ ມີ 13 ຄົນໄດ້ຖືກຊ່ວຍອອກມາ ຈາກບໍ່ຖ່ານຫີນດັ່ງກ່າວ.
ບໍ່ຖ່ານຫີນຂອງຈີນແມ່ນຮວມຢູ່ໃນຈໍານວນບໍ່ຖ່ານຫີນທີ່ເປັນອັນຕະລາຍ ຮ້າຍແຮງທີ່ສຸດ ຢູ່ໃນໂລກ.