ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ພວກກູ້ໄພຈີນ ຊ່ອຍຊີວິດ ຄົນງານ​​ບໍ່​ຖ່ານຫີນ​ 22 ຄົນ ຂຶ້ນມາໄດ້


ພະນັກງານບໍ່ຖ່ານຫີນຊາວຈີນ ຖືກຊ່ອຍອອກມາໄດ້ໃນເມືອງ Qitaihe,
ພະນັກງານບໍ່ຖ່ານຫີນຊາວຈີນ ຖືກຊ່ອຍອອກມາໄດ້ໃນເມືອງ Qitaihe,

ພວກກູ້​ໄພຈີນ ​ໄດ້​ຊ່ອຍພະນັກງານບໍ່​ຖ່ານຫີນ​ 22 ຄົນ ອອກ​ຈາກ​ບໍ່ຖ່ານຫີນ ທີ່ຖືກນໍ້າ​ຖ້ວມ
ໃນ​ພາກ​ເໜືອ​ຂອງ​ຈີນ​ ບ່ອນ​ທີ່​ພວກເຂົາ​ເຈົ້າໄດ້ຕົກ​ຄ້າງຢູ່ເປັນ​ເວລາ​ນຶ່ງ​ອາທິດ​ນັ້ນ.

ອົງກາ​ນຂ່າວທາງ​ການ​ຂອງ​ຈີນ​ລາຍງານ​ວ່າ ​ພະນັກງານ​ບໍ່​ຖ່ານ​ຫີນ​ຈຸນີ້ໄດ້​ນໍາ​ຂຶ້ນ​ມາສູ່​ໜ້າດິນ
ແລ້ວ ​ໃນ​ຕອນ​ເຊົ້າ​ວັນ​ອັງຄານ​ມື້​ນີ້ ຊຶ່ງ​ປາກົດວ່າພວກເຂົາເຈົ້າມີສຸກຂະພາບແຂງແຮງດີ​ປົກກະ​ຕິ.

ໄດ້​ມີພວກ​ພະນັກງານບໍ່​ຖ່ານ​ຫີນ 26 ຄົນ​ຕົກ​ຄ້າງ​ຢູ່​ໃນ​ບໍ່ຖ່ານຫີນທີ່ຜິດກົດໝາຍ ​ໃນ​ວັນ​ທີ 23
ສິງຫາຜ່ານມາ ໃກ້ໆ​ກັບ​ເມືອງ Qitaihe ທາງ​ພາກ​ຕາ​ເວັນ​ອອກສຽງ​ເໝືອຂອງປະເທດ
ຫຼັງ​ຈາກພວກ​ຂຸດບໍ່ຖ່ານຫີນ ໄດ້​ເຈາະ​ຖື​ກອຸ​ໂມງ​ທີ່​ມີ​ນໍ້າ​ຖ້ວມ​ນັ້ນ. ມີພວກ​ພະນັກງານບໍ່​
ຖ່ານ​ຫີນ 45 ຄົນ ປະຕິບັດງານຢູ່ ໃຕ້​ດິນ ໃນ​ຕອນທີ່​ອຸບ​ບັດຕິເຫດ​ເກີດ​ຂຶ້ນ​ ​ແຕ່​ກໍໄດ້​ມີ
ພະນັກງານ 19 ຄົນສາ ມາດຫຼົບ​ໜີ​ອອກ​ມາ​ໄດ້.

ພະນັກງານ 3 ຄົນຂອງຈຳນວນທັງໝົດ 26 ຄົນ​ນັ້ນ​ໄດ້​ຖືກ​ຊ່ອຍອອກມາ​ໃນ​ວັນເສົາແລ້ວ​
ແລະຄົນ​ນຶ່ງ​ນັ້ນໄດ້​ເສຍ​ຊີວິດ​ໃນ​ຕອນ​ທີ່​ຊ່ອຍ​ອອກ​ມາ.

ຄວາມ​ຫວັງ​ສຳລັບພວກ​ພະນັກງານບໍ່​ຖ່ານ​ຫີນ 22 ຄົນ ​ແມ່ນ​ມີຂຶ້ນອີກໃນ​ວັນ​ຈັນ​ວານ​ນີ້​
ຫຼັງ​ຈາກ​ພວກ​ກູ້​ໄພ​ໄດ້​ຍິນ​ສຽງ​ດັງ​ມາ​ຈາກ​ທໍ່​ທີ່​ຍາວ 280 ​ແມັດ ທີ່​ເຈາະ​ ເພື່ອນຳເອົາອາກາດ
ລົງໄປໃນບໍ່ຖ່ານຫີນນັ້ນ.

ບໍ່​ຖ່ານ​ຫີນ​ຂອງ​ຈີນ ​ແມ່ນ​ຮວມຢູ່ໃນບັນດາບໍ່ຖ່ານຫີນທີ່ເປັນອັນຕະລາຍ​ທີ່​ສຸດ​ໃນ​ໂລກ ​ເພາະວ່າ
ບໍ່​ໄດ້ມີການປະຕິບັດມາດຕະການທາງດ້ານຄວາມປອດໄພແລະ​ສ່ວນ​ໃຫຍ່​ກໍ​ຈະ​ເປັນ​ການປະຕິ
ບັດງານທີ່​ຜິດ​ກົດໝາຍ.

XS
SM
MD
LG