ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

28 ຄົນຕົກຄ້າງ ຢູ່ໃນບໍ່ຖ່ານຫິນຂອງຈີນ


ບໍ່ຖ່ານຫິນ Batian Coal Mine ໃນເຂດ Weiyuan ຂອງເມືອງ Neijiang ຂອງຈີນທີ່ເກີດອຸບັດເຫດ
ໃນຕອນທ່ຽງວັນອາທິດທີ 21 ພະຈິກ ມື້ນີ້.
ບໍ່ຖ່ານຫິນ Batian Coal Mine ໃນເຂດ Weiyuan ຂອງເມືອງ Neijiang ຂອງຈີນທີ່ເກີດອຸບັດເຫດ ໃນຕອນທ່ຽງວັນອາທິດທີ 21 ພະຈິກ ມື້ນີ້.

ອົງການ​ຂ່າວ​ທາງ​ການ​ຈີນ​ກ່າວ​ວ່າ ຄົນ​ງານຂຸດ​ບໍ່​ 28 ຄົນ​ ຕົກ​ຄ້າງ​ຢູ່​ໃນບໍ່​ຖ່ານ​ຫິນ​ແຫ່ງ​ນຶ່ງ​ທີ່​ຖືກ​ນໍ້າ​ຖ້ວມ​ ໃນ​ແຂວງ​ຊີສວນ​ ໃນ​ພາກ​ຕາ​ເວັນ​ຕົກສຽງ​ໃຕ້​ຂອງ​ຈີນ.

ໂຄສົກ​ປະ​ຈໍາ​ຫ້ອງການ​ວ່າ​ດ້ວຍ​ຄວາມ​ປອດ​ໄພ​ໃນ​ການ​ເຮັດ​ວຽກ​ຂອງ ແຂວງ​ກ່າວ​ຕໍ່ ອົງການ​ຂ່າວ​ຊິນ​ຫົວ​ຂອງ​ທາງ​ການ​ຈີນ​ວ່າ ອຸບັດ​ເຫດທີ່​ວ່າ​ນີ້​ໄດ້​ເກີດ​ຂຶ້ນ​ໃນ​ຕອນ​ທ່ຽງ​ວັນ​ອາທິດ​ມື້​ນີ້ເອງ ໃນເຂດ​ Weiyuan ຂອງເມືອງ​ Neijiang​.

ອົງການ​ຂ່າວ​ຊິນ​ຫົວ​ກ່າວ​ວ່າ ​ຄົນ​ງານ 41 ຄົນ​ກໍາລັງ​ເຮັດ​ວຽກ​ຢູ່​ໃນ​ບໍ່​ເວລາເກີດ​ນໍ້າ​ຖ້ວມ​ທີ່ບໍ່​ຖ່ານ​ຫິນ Batian Coal Mine ນັ້ນ. ​ໂຄສົກ​ ​ເວົ້າ​ຕື່ມ​ວ່າ ຄົນ​ງານບໍ່​ 13 ຄົນລອດ​ຊີວິດ​ອອກ​ມາ​ໄດ້ ແລະ​ວ່າ ​ເວລານີ້ ການ​ຊ່ອຍ​ກູ້​ໄພ​ກໍາ​ລັງ​ດໍາ​ເນີນ​ຢູ່​ຕໍ່ໄປ ​ແຕ່​ບໍ່​ຮູ້​ວ່າພວກ​ຄົນ​ງານ​ ທີ່​ຕົກ​ຄ້າງ​ຢູ່ທາງ
ໃນ​ນັ້ນ​ ຢູ່​ບ່ອນ​ໃດ​ກັນ​ແທ້.

ຈີນ​ມີ​ປະວັດ​ດ້ານ​ອຸບັດ​ເຫດ​ບໍ່​ຖ່ານ​ຫີນ​ທີ່ຂີ້ຮ້າຍ​ທີ່​ສຸດ​ໃນ​ໂລກ. ສະ​ເພາະແຕ່ປີກາຍ​ນີ້ປີ​ດຽວ
ມີຄົນ​ງານ​ເສຍ​ຊີວິດຫລາຍ​ກວ່າ 2600 ຄົນ​.

XS
SM
MD
LG