ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການເສີມສ້າງແສນຍານຸພາບ ທາງທະຫານຂອງຈີນ


ກອງທັບຈີນ
ກອງທັບຈີນ

ຄວາມສາມາດທາງດ້ານທະຫານ ທີ່ເພີ້ມທະວີຂອງຈີນ ໄດ້ກໍ່ໃຫ້ເກີດ ຄວາມວິຕົກກັງວົນ ຢູ່ໃນສະຫະລັດ ແລະໃນບັນດາປະເທດເພື່ອນບ້ານ ຂອງຈີນ. ບັນດາພວກນັກຊ່ຽວຊານ ທາງດ້ານທະຫານຢູ່ໃນຂົງເຂດກ່າວວ່າ ຈີນມອງເຫັນວ່າ ໂຄງການທາງທະຫານຂອງຕົນ ແມ່ນມີຄວາມສຳຄັນ ໃນສະກັດກັ້ນອຳນາດ ຂອງສະຫະລັດ ຢູ່ໃນເຂດມະຫາສະມຸດປາຊີ ຟິກຕາເວັນຕົກ

ກະຊວງປ້ອງກັນປະເທດຂອງສະຫະລັດກ່າວວ່າ ຈີນກຳລັງ ພັດທະນາລູກສອນໄຟຂີປະນາວຸດ ທີ່ສາມາດຍິງໂຈມຕີກຳ ປັ່ນບັນທຸກເຮືອບິນ ທີ່ແລ່ນຢູ່ໄກກວ່າ 1,500 ຫຼັກກິ ໂລແມັດໄດ້.

ໂຄງການນີ້ ແມ່ນເພີ້ມໃສ່ລະບົບປ້ອງກັນລູກສອນໄຟທີ່​ ໃຫຍ່ ​ຫລາຍ​ຢູ່​ແລ້ວຂອງຈີນ ຊຶ່ງຮວມທັງລູກສອນໄຟ ຫຼາຍກວ່າ 1,000 ລູກ ທີ່ແນໃສ່ໄຕ້ຫວັນທີ່ປັກກິ່ງຖືວ່າ ເປັນດິນແດນສ່ວນນຶ່ງຂອງຕົນນັ້ນ.

ຍິ່ງໄປກວ່ານັ້ນທຳນຽບ 5 ແຈເວົ້າວ່າຈີນພວມດຳເນີນງານ ເພື່ອຈະສ້າງກໍາປັ່ນບັນທຸກເຮືອບິນລຳທຳອິດ ຊຶ່ງຈະເຮັດໃຫ້ຈີນ ໄດ້ເຂົ້າໄປຢູ່ໃນກຸ່ມນ້ອຍໆ ຂອງບັນດາປະເທດ ທີ່ສາມາດຂະຫຍາຍອຳນາດຂອງຕົນ ອອກໄປສູ່ເຂດນ່ານນໍ້າສາກົນໄດ້.

ເຖິງ​ແມ່ນພວກເຈົ້າໜ້າທີ່ລັດຖະບານຈີນ ບໍ່ໄດ້ເວົ້າຫຍັງຫຼາຍ ກ່ຽວກັບແຜນການປ້ອງກັນ ປະເທດຂອງຕົນ ແຕ່ພວກນັກຊ່ຽວຊານ ທາງດ້ານຄວາມໝັ້ນຄົງ ຢູ່ໃນເຂດເອເຊຍຄິດວ່າ ມີເຫດຜົນສຳຄັນຢູ່ 2 ຢ່າງ ໃນໂຄງການສ້າງລູກສອນໄຟ ແລະກຳປັ່ນບັນທຸກເຮືອບິນ ຂອງຈີນ.

ນຶ່ງໃນນັ້ນ ກໍແມ່ນໄຕ້ຫວັນ ຊຶ່ງໄດ້ປົກຄອງຕົນເອງ ນັບແຕ່ກຳລັງຂອງຈີນຄະນະຊາດໄດ້ຫຼົບ ໜີຈາກແຜ່ນດິນໃຫຍ່ ໃນປີ 1949 ລຸນຫຼັງທີ່ໄດ້ປລາໄຊ ໃນສົງຄາມກາງເມືອງທີ່ນັ້ນ. ຈີນ ໄດ້ຂູ່ວ່າ ຈະໃຊ້ກຳລັງ ເພື່ອນຳເອົາໄຕ້ຫວັນກັບຄືນເຂົ້າມາຢູ່ພາຍໃຕ້ການປົກຄອງຂອງຕົນຖ້າ ໄຕ້ຫວັນ ຫາກປະກາດ ຄວາມເປັນເອກກະລາດຈາກຈີນ. ຝ່າຍສະຫະລັດນັ້ນ ກໍ​ໄດ້ກ່າວວ່າ ຕົນຈະຊ່ອຍໄຕ້ຫວັນ ປ້ອງກັນໂຕ ຈາກການໂຈມຕີຂອງຈີນ.

ທ່ານ Wu Xinbo ສາສະດາຈານສອນວິຊາຄວາມສຳພັນລະຫວ່າງ​ປະ​ເທດ ທີ່ມະຫາວິທະ ຍາໄລ Fudan ທີ່ນະຄອນຊຽງໄຮ້ ກ່າວກ່ຽວກັບເລື່ອງນີ້ວ່າ:

// ສຽງ //

ທ່ານ Wu ເວົ້າວ່າ ຈີນ​ຕ້ອງການ​ສິ່ງສະກັດກັ້ນ ໃນ​ກໍລະນີ​ທີ່ເກີດບັນຫາຂັດແຍ້ງ ທາງທະ ຫານຂຶ້ນ ໃນບໍລິເວນຊ່ອງແຄບໄຕ້ຫວັນ ເພື່ອປ້ອງກັນ ບໍ່ໃຫ້ກຳປັ່ນບັນທຸກເຮືອບິນ ຂອງ ສະຫະລັດ ແລ່ນເຂົ້າໄປໃນເຂດດັ່ງກ່າວ ຊຶ່ງຕາມຄໍາ​ເວົ້າ​ຂອງທ່ານ ກໍ​ແມ່ນວ່າ ເພື່ອເຂົ້າ ແຊກແຊງ ໃນການຮັບມື ກັບສະຖານະການຂອງຈີນ ​ໃນທີ່ນັ້ນ.

ທ່ານ Wu ກ່າວວ່າ ຈີນຢາກສ້າງກຳປັ່ນບັນທຸກເຮືອບິນ ສ່ວນໃຫຍ່ແລ້ວ ກໍແມ່ນເພື່ອປ້ອງ ກັນເສັ້ນທາງເດີນເຮືອຂອງນາໆຊາດ ທີ່ປັກກິ່ງຖືວ່າ ມີຄວາມສຳຄັນ ຕໍ່ເສດຖະກິດທີ່ຂັບດັນ ດ້ວຍ ພາກສ່ວນ​ສົ່ງອອກສິນຄ້າ ຂອງຕົນ.

ກຳປັ່ນລົບ Mianyang ຂອງຈີນ
ກຳປັ່ນລົບ Mianyang ຂອງຈີນ

ທ່ານ Denny Roy ແມ່ນນັກວິໄຈທີ່ສູນ ກາງ ຕາເວັນອອກ-ຕາເວັນຕົກ ຢູ່ທີ່ລັດຮາ ວາຍ. ທ່ານເວົ້າວ່າທ່ານບໍ່ມີຄວາມປະຫຼາດ ໃຈໃດໆ​ເລີຍທີ່ຈີນຈະພັດທະນາລູກສອນໄຟ ຂີປະນາວຸດທີ່ຍິງໄດ້ໄລຍະໄກເພື່ອປົກປ້ອງ ໃນອັນທີ່ຈີນຖືວ່າ ເປັນຜົນປະໂຫຍດຂອງຕົນ ນັ້ນ.

“ຈີນເປັນປະເທດ ທີ່​ໄດ້​ມີ​ຄວາມຊໍານານ​ເປັນ​ພິ​ເສດ ໃນການພັດທະນາລູກ​ສອນ​ໄຟ​ນັ້ນ ມາ​ເປັນ​ເວລາ​ດົນ​ນານ​ແລ້ວ ດັ່ງ ນັ້ນມັນຈຶ່ງເປັນເລຶ່ອງທໍາ​ມະ​ດາ ທີ່ຈີນຈະ ອາໃສສິ່ງນີ້ ​ເປັນວິທີການຕ້ານ​ຢັນ ຄວາມເຂັ້ມແຂງ ຂອງສະຫະລັດ ຄືມັນເປັນ ການງ່າຍຫລາຍກ່ວາ ສໍາລັບຈີນທີ່ ຈະສ້າງລູກ​ສອນ​ໄຟ ຕໍ່ຕ້ານກໍ່າປັ່ນບັນທຸກ​ເຮືອ ບິນ ແທນການສ້າງ ກໍ່າປັ່ນບັນ ທຸກ​ເຮືອບິນ ​ແລະ​ໜ່ວຍ​ລົບສະໜັບສະໜູນນັ້ນ.”

ສະຫະລັດ ແລະບັນດາປະເທດອື່ນໆ ໄດ້ຕັ້ງຄຳຖາມກ່ຽວກັບຄວາມຈຳເປັນຂອງ​ຈີນໃນການ ທີ່ຈະຕ້ອງມີ ທັງກຳປັ່ນບັນທຸກເຮືອບິນ ແລະລູກສອນໄຟ ຊະນິດໃໝ່ນັ້ນ ຍ້ອນອັນ​ທີ່ພວກເຂົາເຈົ້າເວົ້າວ່າ ໃນປັດຈຸບັນນີ້ ບໍ່ມີໄພຂົ່ມຂູ່ ທີ່ແທ້ຈິງໃດໆ ຕໍ່ຜົນປະໂຫຍດຂອງຈີນເລີຍ. ແຕ່ທ່ານ Wu ເວົ້າວ່າ ນອກນັ້ນ ມັນຍັງມີເຫດຜົນພື້ນຖານອັນນຶ່ງ ກ່ຽວກັບການດຳເນີນ​ໂຄງການ ທັງສອງຂອງ​ຈີນ ໃນເວລານີ້ ນັ້ນກໍຄືເງິນ.

// ສຽງ //

ທ່ານ Wu ກ່າວວ່າ ແຕ່ກ່ອນມັນເປັນໄປບໍ່ໄດ້ ສຳລັບຈີນ ທີ່ຈະສ້າງກຳປັ່ນ ບັນທຸກເຮືອບິນ ແຕ່ໃນປັດຈຸບັນນີ້ ເສດຖະກິດຂອງຈີນ ໄດ້ຈະເລີນເຕີບໂຕ ຈຶ່ງອຳນວຍໃຫ້ຈີນ ມີພາຫະນະທີ່ ຈະສ້າງກຳປັນດັ່ງກ່າວ ຈັກນຶ່ງລຳ.

ທ່ານ James Nolt ເປັນນັກວິເຄາະອະວຸໂສ ທີ່ຊ່ຽວຊານໃນເລື່ອງ ຄວາມສຳພັນຂອງສະ ຫະລັດກັບເຂດເອເຊຍຕາເວັນອອກ ຢູ່ສະຖາບັນນະໂຍບາຍໂລກ ໃນນະຄອນນິວຢອກ. ທ່ານໄດ້ດໍາລົງ​ຊີວິດ ຢູ່​ເມືອງນານຈິງ ປະເທດຈີນ ນັບແຕ່ປີ 2007 ເປັນຕົ້ນມາ ໃນຖານະຫົວໜ້າ ສະຖາບັນເທັກໂນໂລຈີນິວຢອກ ວິທະຍາເຂດນານຈິງ.

ທ່ານ Nolt ກ່າວວ່າ ເຖິງແມ່ນຈີນຈະກໍາລັງສ້າງ ກຳປັ່ນບັນທຸກເຮືອບິນ ຂອງຕົນກໍຈິງ ແຕ່ຈີນກໍຍັງຈະລ້າຫຼັງ ສະຫະລັດຢູ່ອີກ ຫຼາຍທົດສະວັດ ​ໃນ​ດ້ານຄວາມຮູ້ຄວາມສາມາດ ໃນການປະຕິບັດງານ ແລະຈຳນວນ.

“ຄວາມສາມາດ​ ໃນ​ການສ້າງກໍ່າປັ່ນບັນທຸກ​ເຮືອບິນ ໃຫ້ມີປະສິດທິຜົນນັ້ນ ມັນຕ້ອງອາໃສເທັກໂນໂລຈີ່ ແລະການເຝິກອົບລົມ ແລະສະມັດຖະພາບ ໃນການປະຕິບັດການ ຫລາຍທີ່ສຸດ ຊຶ່ງຈີນຈະຕ້ອງ ໄດ້ໃຊ້ເວລາຫລາຍປີ ກ່ອນຈະສ້າງກໍ່າປັ່ນ ປະເພດທີ່ວ່ານີ້ໄດ້ ຖ້າຫາກຈີນເລືອກ ທີ່ຈະເຮັດ​ໃນ​ສິ່ງ​ນັ້ນ​ແທ້ ​ແລະເຖິງຖ້າວ່າ ຈີນຈະມີກໍ່າປັ່ນບັນທຸກເຮືອບິນ ລໍານຶ່ງລໍາ​ດຽວເທົ່າ​ນັ້ນ ມັນກໍບໍ່ມີ​ ຄວາມ​ໝາຍ​ຫຍັງ.”

ທ່ານ Nolt ຊີ້ອອກ​ອີກວ່າ ເຖິງແມ່ນຈີນ ໄດ້ມີໂຄງການສ້າງລູກສອນໄຟແລະແຜນການສ້າງ ກຳປັ່ນ ບັນທຸກເຮືອບິນກໍຕາມ ແຕ່ຄວາມສາມາດ ທາງດ້ານທະຫານຂອງຈີນ ກໍຍັງລ້າຫຼັງສະຫະລັດຢູ່.

“ພວກຊ່ຽວຊານ​ ພາກັນເວົ້າເຖິງຈີນ ໂດຍບໍ່ໄດ້ສົມທຽບ ໃສ່ກັບສະຫະລັດ ບໍ່​ວ່າ​ໃນລະບົບໃດໆກໍຕາມ ຊຶ່ງເຖິງແມ່ນວ່າ ພວກເຂົາເຈົ້າ ຈະສົມທຽບແທ້ນັ້ນ ເຮົາຈະ ເຫັນໄດ້ຢ່າງງ່າຍໆວ່າ ແສນຍານຸພາບຂອງຈີນນັ້ນ​ແມ່ນດ້ອຍກວ່າສະຫະລັດ ຫລາຍໃນຫລາຍໆດ້ານ ແລະສະມັດຖະພາບຂອງຈີນ ກໍຖືວ່າຈໍາກັດຫລາຍ ຖ້າສົມທຽບ ກັບສະຫະລັດ.”

ແຕ່ບັນດາເພື່ອນບ້ານຂອງຈີນ ຮວມທັງພວກປະເທດ ໃນເຂດເອເຊຍຕາເວັນອອກສຽງໃຕ້ ທີ່ ໄດ້ໂຕ້ແຍ້ງ ຕໍ່ການອ້າງກຳມະສິດ ເອົາໝູ່ເກາະນ້ອຍໆ ທີ່ບໍ່ມີຄົນອາໄສຢູ່ ໃນເຂດທະເລ ຈີນໃຕ້ນັ້ນ ໄດ້ພາກັນສະແດງຄວາມ ວິຕົກກັງວົນແບບງຽບໆ ກ່ຽວກັບ ການເສີມສ້າງແສນຍານຸພາບ ທາງດ້ານທະຫານຂອງຈີນ.

ເຈົ້າໜ້າທີ່ສະຫະລັດກ່າວວ່າ ພວກຕົນບໍ່ຮູ້ຈັກ ກ່ຽວກັບຂອບເຂດຂອງອຳນາດ ທາງທະຫານ ຂອງຈີນ ​ແລະ​ໄດ້ຮຽກຮ້ອງຊໍ້າ​ແລ້ວຊໍ້າ​ອີກ ໃຫ້ຈີນ​ສະ​ແດງຄວາມໂປ່ງໃສຫຼາຍຂຶ້ນ ກ່ຽວກັບ ເລື່ອງຄວາມສາມາດ ທາງດ້ານການ​ທະຫານ ແລະຈຸດປະສົງ ຂອງຈີນນັ້ນ.

ທ່ານ Roy ຈາກສູນກາງຕາເວັນອອກ-ຕາເວັນຕົກກ່າວວ່າ ຈີນອາດຈະຢາກຮັກສາ​ເລື່ອງ​ນີ້​ ໄວ້​ເປັນຄວາມລັບ​ ໃນ​ບາງ​ລະດັບ ຍ້ອນຈີນ ຍັງມອງເບິ່ງໂຕເອງວ່າ ເປັນມະຫາອຳນາດ ທີ່ອ່ອນ​ແອ​ກ່ວາ.

“ຈີນ ຊຶ່ງເຫັນວ່າ ຕົນເອງຍັງດ້ອຍກ່ວາ ສະຫະລັດຫລາຍຢູ່ ໃນດ້ານການທະຫານ ນັ້ນ ເຊື່ອວ່າ ມັນບໍ່ສົມເຫດສົມຜົນ​ເລີຍ ທີ່ສະຫະລັດ ຈະຮຽກຮ້ອງໃຫ້ມີຄວາມ ໂປ່ງໃສ ໃນລະດັບ​ກວ້າງຂວາງ ກ່ຽວ​ກັບການພັດທະນາ ດ້ານການທະຫານຂອງຕົນ ​ເພາະວ່າ ໃນທັດສະນະຂອງຈີນແລ້ວ ຈີນຕ້ອງເຊຶ່ອງຄວາມອ່ອນແອ ຂອງຕົນໄວ້ ໂດຍບໍ່ໃຫ້ ສະຫະລັດ​ໄດ້ຮູ້.”

ລູກສອນໄຟຈີນ ທີ່ນຳອອກສະແດງ ໃນພິທີສວນສະໜາມ ເດືອນ 1 ຕຸລາ 2009
ລູກສອນໄຟຈີນ ທີ່ນຳອອກສະແດງ ໃນພິທີສວນສະໜາມ ເດືອນ 1 ຕຸລາ 2009

ປັກກິ່ງໄດ້ປະຕິເສດ ຕໍ່ລາຍງານ ສະບັບລ່າສຸດນີ້ ຂອງທຳນຽບ 5 ແຈ ແລະກ່າວວ່າ ເວົ້າໂຍກເກີນຄວາມເປັນຈິງ ໃນເລື້ອງທີ່ປັກກິ່ງເອີ້ນວ່າ ການ​ເສີມ​ສ້າງ ຕາມປົກກະຕິທຳ​ມະ​ດາ ໃນດ້ານປ້ອງກັນປະເທດ ແລະການທະຫານຂອງຕົນ. ກະຊວງປ້ອງກັນປະເທດຈີນ ບໍ່ໄດ້ໃຫ້ຂໍ້​ມູນທີ່ເຈາະຈົງ​ໃດໆ ກ່ຽວກັບຄວາມກ້າວໜ້າ ໃນການສ້າງລູກສອນໄຟ ທີ່ສາມາດ ຍິງໂຈມຕີ ກຳປັ່ນບັນທຸກເຮືອບິນໄດ້ນັ້ນ.

ເຖິງ​ຢ່າງ​ໃດ​ກໍ​ດີ ບໍ່ດົນຫຼັງຈາກທຳ ນຽບ 5 ແຈ ໄດ້ພິມເຜີຍແຜ່ ລາຍງານຂອງຕົນ ໜັງສືພິມ Global Times ຊຶ່ງເປັນໜັງສືພິມ ຂັ້ນແນວໜ້າຂອງຈີນ ກໍໄດ້ພິມບົດບັນນາທິການ ຮຽກຮ້ອງໃຫ້ຈີນ ສ້າງລູກສອນໄຟ ຕໍ່ຕ້ານກຳປັ່ນ ແລະອັນທີ່ເອີ້ນວ່າ ມາດຕະການອື່ນໆ​ ທີ່​ສາມາດສັງຫານ ກຳປັ່ນບັນທຸກເຮືອບິນ​ໄດ້. ບົດບັນນາທິການບົດນີ້ເວົ້າວ່າ ຈີນຕ້ອງໄດ້ສ້າງ ໃນອັນທີ່ໜັງສືພິມສະບັບນີ້ເອີ້ນວ່າ ການຢັບຢັ້ງທີ່ໜ້າເຊື່ອຖື ເພື່ອຕ້ານຢັນ ກັບອຳນາດຂອງ ກອງທັບເຮືອສະຫະລັດ ໃນເຂດມະຫາສະມຸດປາຊີຟິກ.

ຂະນະດຽວກັນປັກກິ່ງກໍໄດ້ອອກ​ມາກ່າວຫຼາຍຂຶ້ນ​ເລື້ອຍໆ ໃນໄລຍະສອງສາມເດືອນຜ່ານມານີ້ ທວງໃຫ້ກຳປັ່ນ ຂອງສະຫະລັດ ບໍ່ໃຫ້ເຂົ້າໄປ ໃນເຂດມະຫາສະມຸດທີ່ກວ້າງ​ໃຫຍ່ ທີ່​ກວມ​ເອົາສ່ວນໃຫຍ່ ຂອງທະເລເຫຼືອງ ທະເລຈີນຕາເວັນອອກ ແລະທະເລຈີນຕອນໃຕ້ ບ່ອນທີ່ຈີນອ້າງວ່າ ຕົນມີອະທິປະໄຕນັ້ນ.

XS
SM
MD
LG