ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ລາວ ແລະຈີນຕົກລົງ ເພີ້ມທະວີ ການຮ່ວມມື ທາງດ້ານ ທະຫານ ນໍາກັນ


ການຢ້ຽມຢາມ ສປປ ລາວ ຂອງລັດຖະມົນຕີ ກະຊວງປ້ອງກັນປະເທດຂອງຈີນ ເມື່ອມໍ່ໆ ມານີ້
ການຢ້ຽມຢາມ ສປປ ລາວ ຂອງລັດຖະມົນຕີ ກະຊວງປ້ອງກັນປະເທດຂອງຈີນ ເມື່ອມໍ່ໆ ມານີ້

ລາວ-ຈີນ ​ຕົກລົງ​ເສີມ​ຂະຫຍາຍ​ການ​ຮ່ວມ​ມື ​ແລະ​ແລກປ່ຽນຂັ້ນສູງ​ລະຫວ່າງ​ສອງ​
ກອງທັບ ຢ່າງ​ໃກ້ຊິດ ​ໂດຍ​ຈີນ​ຈະ​ໃຫ້ການ​ຊ່ວຍ​ເຫລືອ​ພັດທະນາ​ກອງທັບ​ປະຊາຊົນ​
ລາວ ທັງ​ດ້ານ​ບຸກຄະລາ​ກອນ ​ແລະ​ດ້ານ​ເທັກ​ນິກ.

ການ​ຕົກລົງ ​ເສີມ​ຂະຫຍາຍ​ການ​ຮ່ວມ​ມື ​ແລະ​ແລກປ່ຽນລະດັບ​ສູງ​ ລະຫວ່າງກອງທັບ
​ປະຊາຊົນ​ລາວ ກັບກອງທັບ​ປົດ​ປ່ອຍປະຊາຊົນຈີນ ​ໄດ້​ມີ​ຂຶ້ນ​ໃນ​ໂອກາດ​ທີ່​ທ່ານ​ພົນ
​ເອກ ຊາງ ອ່ານ​ສວນ ທີ່​ປຶກສາ​ແຫ່ງ​ລັດ ​ແລະ​ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະ​ເທດ​ຈີນ
​ເດີນທາງ​ຢ້ຽມຢາມ ສປປ ລາວ ຢ່າງ​ເປັນ​ທາງ​ການ ​ເມື່ອ​ບໍ່ນານ​ມານີ້ ​ໂດຍ​ມີ​ທ່ານ​ພົນ
​ໂທ​ຈັນ​ສະໝອນ ຈັນຍາ​ລາດ ກົມ​ການ​ເມືອງ ສູນ​ກາງ​ພັກ ​ແລະລັດຖະມົນຕີ​ກະຊວງ
​ປ້ອງ​ກັນ​ປະ​ເທດ ໃຫ້ການ​ຕ້ອນຮັບ.

ທ່ານບຸນຍັງ ວໍລະຈິດ, ປະທານປະເທດລາວ ແລະທ່ານ ພົນເອກ ຊາງ ວ່ານສວນ ທີ່ປຶກສາແຫ່ງລັດ ແລະລັດຖະມົນຕີກະຊວງປ້ອງກັນປະເທດຂອງຈີນ
ທ່ານບຸນຍັງ ວໍລະຈິດ, ປະທານປະເທດລາວ ແລະທ່ານ ພົນເອກ ຊາງ ວ່ານສວນ ທີ່ປຶກສາແຫ່ງລັດ ແລະລັດຖະມົນຕີກະຊວງປ້ອງກັນປະເທດຂອງຈີນ

ນອກຈາກ​ການ​ຕົກລົງ​ດັ່ງກ່າວ​ແລ້ວ ທັງ​ສອງ​ຝ່າຍ​ຍັງ​ໄດ້ເນັ້ນໜັກ​ເຖິງການ​ຮ່ວມ​ມື​ດ້ານ
ການ​ທະຫານຢ່າງຮອບດ້ານ ລະຫວ່າງ 2 ກະຊວງ ​ໃຫ້​ມີ​ຄວາມ​ເຂັ້ມ​ແຂງ ​ແລະ​ຂະຫຍາຍ
ຕົວ​ຢ່າງ​ບໍ່ຢຸດ​ຢັ້ງ ດ້ວຍ​ການ​ລົງ​ນາມ​ຮ່ວມ ກັນ​ໃນແຜນການແລກປ່ຽນ ຄະນະ​ຜູ້​ແທນ
ໃນດ້ານ​ການ​ທະຫານ​ຂັ້ນສູງ, ການກໍ່ສ້າງ​ບຸກຄະລາ​ກອນ, ການ​ປັບປຸງ​ກົນ​ໄກ​ຢ່າງ
ຄົບ​ຖ້ວນ, ວຽກງານ​ປ້ອງ​ກັນຊາ​ຍ​ແດນ ​ແລະ​ວຽ.ງານ​ດ້ານ​ການ​ເມືອງ ​ໂດຍ​ທີ່​ຈີນ​ຈະ
​ສືບຕໍ່​ໃຫ້ການ​ຊ່ວຍ​ເຫລືອ​ແກ່​ກອງທັບ​ປະຊາຊົນ​ລາວ ທັງ​ທາງ​ດ້ານ​ອຸປະກອນ ​ແລະ
​ເທັກນິກທາງ​ການ​ທະຫານ ລວມທັງ​ການ​ຊ່ວຍ​ເຫລືອ​ເພື່ອ​ຮັກສາ​ຄວາມ​ປອດ​ໄພ​ໃຫ້​
ແກ່​ໂຄງການ​ກໍ່ສ້າງ​ລົດ​ໄຟ​ ຄວາມ​ໄວ​ສູງ​ໃນ​ລາວ ​ເພື່ອເຊື່ອມ​ຕໍ່ລາວ​ກັບ​ຈີນ ​ແລະ​ໄທ​
ອີກ​ດ້ວຍ.

ກ່ອນໜ້ານີ້ ທ່ານພົນ​ໂທ​ຈັນ​ສະໝອນ ຢືນຢັນ​ວ່າ ພາລະໜ້າ​ທີ່​ສໍາຄັນ ທີ່ກອງທັບ​ປະ
ຊາຊົນ​ລາວ​ຈະ​ຕ້ອງ​ປະຕິບັດ​ໃຫ້​ໄດ້ 100 ​ເປີ​ເຊັນ ​ກໍ​ຄື​ການ​ຮັບປະກັນ​ຄວາມ​ປອດ​ໄພ​
ໃຫ້​ແກ່​ໂຄງການ​ກໍ່ສ້າງ​ລົດ​ໄຟ​ເຊື່ອມ​ຕໍ່ລະຫວ່າງລາວ​ກັບ​ຈີນ ​ໂດຍ​ການປະສານ​ສົມ
ທົບ​ກັບ​ທຸກ​ພາກສ່ວນ ​ໃນ​ທຸກພື້ນທີ່ ທີ່​ທາງ​ລົດ​ໄຟ​ຜ່ານ ​ແລະທັງ​ຍັງ​ຈະ​ຕ້ອງ​ກວດກາ
​ທຸກ​ການ​ເຄື່ອນ​ໄຫວ​ໃນ​ສັງຄົມ ​ແລະ​ເກັບ​ກູ້​ລະ​ເບີດ​ບໍ່ທັນ​ແຕກ ຫລື UXO ທີ່​ຕົກ​ຄ້າງ
ໃນ​ພື້ນທີ່ ​ທີ່​ເປັນ​ເຂດ​ແລວ​ທາງ ​ແລະ​ທີ່​ຕັ້ງສະຖານີ​ລົດ​ໄຟ​ອີກ​ດ້ວຍ.

ການພົບປະກັນລະຫວ່າງຄະນະຜູ້ແທນ ລາວ ແລະຈີນກ່ຽວກັບໂຄງການນຶ່ງ ແລວທາງ-ນຶ່ງເສັ້ນທາງ
ການພົບປະກັນລະຫວ່າງຄະນະຜູ້ແທນ ລາວ ແລະຈີນກ່ຽວກັບໂຄງການນຶ່ງ ແລວທາງ-ນຶ່ງເສັ້ນທາງ

ທັງ​ນີ້ປາກົດ​ວ່າ ກົມ​ໃຫຍ່​ເສ​ນາ​ທິການ ທີ່​ເປັນ​ພາກສ່ວນຮັບຜິດຊອບ​ໂດຍ​ກົງ​ນັ້ນ ກໍ​ໄດ້​ດໍາ​ເນີນການ​ກວດຄົ້ນພື້ນທີ່​ໄດ້​ແລ້ວ 314,682 ​ເຮັກຕາ, ສໍາ​ຫລວດ​ແລະ​ເຈາະ​ທາງ​ທໍລະນີ​
ສາດ​ໃນ​ພື້ນທີ່ 125,625 ເຮັກຕາ, ​ແລະ​ເກັບ​
ກູ້​ລະ​ເບີດ ຫລື UXO ​ໄດ້ 145 ໜ່ວຍ ໂດຍ
ຄາດວ່າ ​ການ​ກວດຄົ້ນ ​ແລະ​ເກັບ​ກູ້ລະ​ເບີດ​ທັງໝົດ ​ໃນ​ຕະຫລອດ​ເສັ້ນທາງ​ລົດ​ໄຟ​ໃນ
ລາວ ຈະ​ສໍາ​ເລັດ​ພາຍ​ໃນ 36 ​ເດືອນ​ຕໍ່ໜ້າ.

ທາງດ້ານ ທ່ານວິຈິດ ສິນດາວົງ ຮອງປະທານຄະນະກຳມະການຮ່ວມມືລາວ-ຈີນບອກ
ວ່າ ໂຄງການນຶ່ງແລວທາງ-ນຶ່ງເສັ້ນທາງ (One Belt-One Road) ຂອງຈີນນັ້ນຈະສົ່ງ
ຜົນດີກັບແຜນການພັດທະນາລາວ ໃຫ້ເປັນສູນກາງການເຊື່ອມຕໍ່ດ້ານຄົມມະນາຄົມ-
ຂົນສົ່ງໃນເຂດລຸ່ມແມ່ນນ້ຳຂອງ ແລະ ອາຊ່ຽນໃນອະນາຄົດ ໂດຍສະເພາະແມ່ນທາງລົດ
ໄຟລາວ-ຈີນກໍຄືສິ່ງທີ່ຮັບປະກັນວ່າ ສປປ ລາວ ໄດ້ເຂົ້າໄປເປັນສ່ວນນຶ່ງ ໃນໂຄງການນຶ່ງ
ແລວທາງ-ນຶ່ງເສັ້ນທາງ ທີ່​ກອງ​ປະຊຸມ​ໃຫຍ່​ຄັ້ງທີ 19 ຂອງພັກ​ຄອມ​ມີ​ວນິສຈີນນັ້ນ ກໍໄດ້
ເ​ນັ້ນຢໍ້າ​ໃຫ້​ເຫັນ​ຄວາມ​ສໍາຄັນ​ຢ່າງ​ຍິ່ງຕໍ່ກັບ​ແຜນການ​ດັ່ງກ່າວ​ນີ້ວ່າ​ຈະ​ສົ່ງ​ຜົນ​ດີ​ຕໍ່ການ​ເປັນ​
ຫຸ້ນ​ສ່ວນ​ຍຸດ​ທະ​ສາດການພັດທະນາ​ຢ່າງຮອບດ້ານ​ລະຫວ່າງ​ລາວ​ກັບຈີນ​ອີກ​ດ້ວຍ​ເຊັ່ນ​ກັນ
ດັ່ງ​ທີ່​ທ່ານວິຈິດ​ໄດ້​ຢືນຢັນ:

“​ໃນ​ຖານະ​ທີ່​ເປັນ​ປະ​ເທດ​ບ້ານ​ໃກ້​ເຮືອນຄຽງ ທີ່ມີ​ມູນ​ເຊື້ອມິດຕະພາບ​ອັນ​ດີງາມ​ນໍາ​ກັນ
ມາ​ແຕ່​ດົນນານ​ແລ້ວ ທັງ​ເປັນ​ປະ​ເທດ​ຮ່ວມ​ອຸດົມ​ການ​ສັງຄົມ​ນິຍົມ​ນໍາ​ກັນ​ອີກ​ດ້ວຍ ຂ້າ
ພະ​ເຈົ້າກະ​ເຊື່ອກະວ່າ ຜົນ​ຂອງ​ກອງ​ປະຊຸມ​ຂອງ​ພັກ​ຄອມ​ມີວ​ນີສຈີນ ຄັ້ງທີ 19 ນີ້ ຈະ
​ສົ່ງ​ຜົນ​ສະທ້ອນ​ອັນ​ດີ​ຫັ້ນຫລະ ຕໍ່ການ​ພົວພັນ​ລາວ-ຈີນ ຈະ​ເປັນ​ການ​ເພີ້ມທະວີ​ຄວາມ
​ເຊື່ອໝັ້ນຕໍ່ກັນໜັກ​ແໜ້ນຕື່ມ​ອີກ ຍັງຈະ​ເປັນ​ພື້ນຖານ​ອັນ​ໃໝ່ ​ໃນ​ການ​ເພີ້ມທະວີ​ສາຍ
​ພົວພັນ​ແບບ​ຄູ່​ຮ່ວມ​ຍຸດ​ທະ​ສາດ​ຮອບດ້ານລະຫວ່າງ 2 ປະ​ເທດ ລາວ-ຈີນ ​ໃຫ້​ກ້າວ​ສູ່​
ຈຸດ​ສູງ​ສຸດ​ໃໝ່.”

​ໃນ​ປີ 2016 ນັ້ນ ທາງການລາວ-ຈີນ ກໍໄດ້ລົງນາມໃນເອກກະສານສຳຄັນຈຳນວນ 16
ສະບັບ ກ່ຽວກັບການຮ່ວມມືຮອບດ້ານລະຫວ່າງກັນການ​ທີ່​ລັດຖະບານ​ຈີນ​ໃຫ້ການ​ຊ່ວຍ
​ເຫຼືອລັດຖະບານ​ລາວ ທີ່​ມີ​ມູນ​ຄ່າ 100 ລ້ານຢວນ, ກາ​ນ​ມອບ​ເຮືອບິນ MA-60 ຈໍ​ານວນ​
ສອງ​ລໍາ ​ແລະ​ການພັດທະນາກອງທັບ​ປະຊາຊົນລາວ​ເປັນຕົ້ນ.

XS
SM
MD
LG