ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໖ ເມສາ ໒໐໒໔

ຈີນອອກລາຍງານປົກຂາວ ເລື່ອງກອງທັບ


ລູກສອນໄຟຂອງກອງທັບຈີນ
ລູກສອນໄຟຂອງກອງທັບຈີນ

ຈີນກ່າວວ່າ ຕົນຫວັງວ່າປະຊາຄົມນາໆຊາດຄົງຈະເຂົ້າໃຈດີຂຶ້ນກ່ຽວກັບກອງທັບຈີນ ດ້ວຍ ການພິມເຜີຍແຜ່ລາຍງານສະບັບນຶ່ງທີ່ອອກໃນທຸກໆ 2 ປີກ່ຽວກັບການພັດທະນາພາຍໃນ ກອງທັບຈີນ. ນອກນັ້ນແລ້ວ ລາຍງານສະບັບນີ້ຍັງໄດ້ກ່າວເຖິງການຢາກປັບປຸງຄວາມສຳ ພັນກັບສະຫະລັດ ແລະໄຕ້ຫວັນດ້ວຍ. Stephanie Ho ຜູ້ສື່ຂ່າວ VOA ມີລາຍງານ ກ່ຽວກັບເລື່ອງນີ້ ຈາກກຸງປັກກິ່ງ

ໂຄສົກກະຊວງປ້ອງກັນປະເທດຈີນທ່ານ Geng Yan-
sheng ກ່າວວ່າ ຈີນພວມຊອກຫາຊ່ອງທາງເພື່ອເສີມ
ສ້າງຄວາມໄວ້ເນື້ອເຊື່ອໃຈ ດ້ວຍການພິມເຜີຍແຜ່ລາຍ
ປົກຂາວສະບັບຫຼ້າສຸດກ່ຽວກັບກອງທັບຂອງຕົນ.

// ສຽງ //

ທ່ານ Geng ກ່າວວ່າ ລາຍງານສະບັບນີ້ຄວນຊ່ອຍໃຫ້
ປະຊາຄົມນາໆຊາດເຂົ້າໃຈດີຂຶ້ນກ່ຽວກັບກອງທັບຂອງຈີນ
ແລະເສີມສ້າງຄວາມໄວ້ເນື້ອເຊື່ອໃຈແລະການຮ່ວມມືຕື່ມ
ຂຶ້ນລະຫວ່າງຈີນແລະປະເທດຕ່າງໆໃນໂລກ.

ລາຍງານເວົ້າວ່າ ຈີນຈະສືບຕໍ່ຮັກສາໄວ້ຊຶ່ງນະໂຍບາຍທາງ
ທະຫານແບບຕັ້ງຮັບ ແລະຈີນຈະເພັ່ງເລັງໃສ່ການພັດທະ
ນາເສດຖະກິດຂອງຕົນ.

ຄຳເວົ້າເຫຼົ່ານີ້ຄວນເປັນທີ່ໂລ່ງໃຈ ສຳລັບປະເທດເພື່ອນບ້ານ
ຈຳນວນນຶ່ງຂອງຈີນທີ່ມີຄວາມວິຕົກກັງວົນເພີ່ມຂຶ້ນໃນການອ້າງກຳມະສິດຢ່າງແຂງຂັນ
ຂອງປັກກິ່ງ ເອົາໝູ່ເກາະໝູ່ດອນ ຕ່າງໆໃນທະເລໃກ້ໆແຄມຝັ່ງຂອງຕົນນັ້ນ.

ແຕ່ລາຍງານສະບັບນີ້ຍັງເວົ້າວ່າ ກອງທັບເຮືອຂອງຈີນ ໄດ້ພັດທະນາຍຸດທະສາດໃນການ
ປ້ອງກັນໂຕ ຢູ່ນອກແຄມຝັ່ງທະເລໂດຍມີຄວາມສາມາດໃນການປະຕິບັດງານໃນເຂດນ່ານ
ນໍ້າທີ່ຢູ່ໄກອອກໄປ. ລາຍງານເວົ້າຕື່ມວ່າ ນຶ່ງໃນບັນດາພາລະກິດຂອງກອງທັບຈີນກໍຄືປົກ ປັກຮັກສາສິດທິແລະຜົນປະໂຫຍດທາງທະເລຂອງຕົນ.

ລາຍງານສະບັບນີ້ໄດ້ຕຳໜິຕິຕຽນເປັນພິເສດຕໍ່ສະຫະລັດ ທີ່ໄດ້ຂາຍອາວຸດໃຫ້ແກ່ໄຕ້ຫວັນ ຊຶ່ງເປັນເກາະໆນຶ່ງທີ່ມີລັດຖະບານປົກຄອງຕ່າງຫາກທີ່ຈີນຖືວ່າເປັນດິນແດນສ່ວນນຶ່ງຂອງ
ຕົນ.

ໂຄສົກບໍ່ໄດ້ກ່າວເຖິງຊື່ໄຕ້ຫວັນ ຢ່າງເປັນການສະເພາະ ແຕ່ເວົ້າວ່າ ຈີນພ້ອມແລ້ວທີ່ຈະດຳ
ເນີນງານກັບສະຫະລັດ ເພື່ອແກ້ໄຂບັນຫາຕ່າງໆ ທີ່ພົວພັນກັບສິດຜົນປະໂຫຍດທີ່ສຳຄັນ
ຂອງປະເທດທັງສອງ ຢ່າງຖືກຕ້ອງເໝາະສົມ.


ທ່ານ Geng ສະແດງໃຫ້ເຫັນວ່າ ຈີນພ້ອມແລ້ວທີ່ຈະເຈລະຈາກັບພວກເຈົ້າໜ້າທີ່ໄຕ້ຫວັນ
ແລະພວມວາງແຜນທີ່ຈະທຳການແລກປ່ຽນທາງທະຫານ ລະຫວ່າງທັງສອງຝ່າຍ.

// ສຽງ //

ທ່ານ Geng ເວົ້າວ່າ "ຈີນຢາກຫຼີກລ່ຽງບໍ່ໃຫ້ເກີດພາບເຫດການທີ່ສອງອ້າຍນ້ອງ ສາຍເລືອດຈີນປະເຊີນໜ້າກັນ ຢູ່ໃນສະໜາມລົບຫຼືທຳການຕໍ່ສູ້ກັນດ້ວຍກຳລັງ
ອາວຸດ."

ທີ່ກຸງໄຕເປ ທ່ານ Arthur Ding ຈາກສະພາການສຶກສານະໂຍບາຍ ເພື່ອສ້າງຄວາມກ້າວ
ໜ້າຂອງຈີນກ່າວວ່າ ເຖິງແມ່ນປັກກິ່ງໄດ້ໃຊ້ຄຳເວົ້າແບບປອບໂຍນ ບໍ່ໃຫ້ມີຄວາມຢ້ານກົວ
ກໍຈິງ ແຕ່ຊາວໄຕ້ຫວັນມອງເຫັນວ່າການຂະຫຍາຍໂຕທາງທະຫານຂອງຈີນເປັນໄພຂົ່ມຂູ່.

// ສຽງ //

ທ່ານ Arthur Ding ເວົ້າວ່າ "ມັນເປັນການຍາກຫຼາຍທີ່ຈະຊັກຊວນຜູ້ຄົນຢູ່ໃນໄຕ້
ຫວັນແລະເວົ້າວ່າ ຈີນເປັນມະຫາອຳນາດທີ່ມີຄວາມເມດຕາກາລຸນາ ແຕ່ໃນຂະ ນະດຽວກັນພວກເຂົາເຈົ້າມີຄວາມສາມາດສູງ ມີຄວາມສາມາດທີ່ຍິ່ງໃຫຍ່ ທາງ
ທະຫານ. ຂ້າພະເຈົ້າຄິດວ່າ ມັນເປັນການຍາກຫຼາຍ."

ຈີນ ມີລູກສອນໄຟຫຼາຍໆຮ້ອຍລູກ ແນໃສ່ເກາະໄຕ້ຫວັນ. ທ່ານ Arthur Ding ກ່າວວ່າ ຫຼາຍໆຄົນຢູ່ໃນໄຕ້ຫວັນຄົງຈະຢາກເຫັນມີການຖອນລູກສອນໄຟເຫຼົ່ານີ້ອອກໄປໃນທັນ
ທີ.

ໂຄສົກຂອງຈີນກ່າວວ່າ ການເຄື່ອນໄຫວທາງທະຫານໃດໆກໍຕາມໂດຍຈີນແຜ່ນດິນໃຫຍ່
ແມ່ນບໍ່ມີເປົ້າໝາຍຕໍ່ອັນທີ່ທ່ານເອີ້ນວ່າ “ເພື່ອນຮ່ວມຊາດຊາວໄຕ້ຫວັນ”. ທ່ານເວົ້າວ່າບັນ ຫາດັ່ງກ່າວນີ້ສາມາດສົນທະນາຫາລືກັນໄດ້ເວລາທັງສອງຝ່າຍຈັດຕັ້ງມາດຕະການເສີມສ້າງ ຄວາມໄວ້ເນື້ອເຊື່ອໃຈທາງທະຫານລະຫວ່າງກັນ.

ຂະນະດຽວກັນທ່ານ Geng ກ່າວວ່າ ຈີນແລະສະຫະລັດ ຍັງສືບຕໍ່ປະເຊີນກັບຄວາມຍຸ່ງ
ຍາກແລະບັນຫາທ້າທາຍຕ່າງໆ ໃນການພັດທະນາຄວາມສຳພັນທາງດ້ານທະຫານ ແຕ່
ທ່ານກໍກ່າວຢໍ້າວ່າຈີນຈະດຳເນີນຄວາມພະຍາຍາມແບບບໍ່ຮູ້ອິດເມື່ອຍເພື່ອເສີມສ້າງຄວາມ ສຳພັນທາງທະຫານໃຫ້ລາບລື່ນ ລະຫວ່າງຈີນກັບສະຫະລັດ.

ນອກນັ້ນທ່ານ Geng ຍັງປະກາດວ່າ ຫົວໜ້າເສນາທິການກອງທັບປົດປ່ອຍປະຊາຊົນຈີນ
ນາຍພົນ Chen Bingde ຈະເດີນທາງມາຢ້ຽມຢາມສະຫະລັດໃນເດືອນພຶດສະພາຈະມານີ້ ຊຶ່ງມີຂຶ້ນລຸນຫຼັງການເດີນທາງໄປຢ້ຽມຢາມປະເທດຈີນຂອງລັດຖະມົນຕີກະຊວງປ້ອງກັນປະ
ເທດສະຫະລັດທ່ານ Robert Gates ໃນເດືອນມັງກອນຜ່ານມາ.

XS
SM
MD
LG