ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຈີນກ່າວຢໍ້າ ໃນນະໂຍບາຍ ບໍ່ຮຸກຮານທາງທະຫານ


ແຜນທີ່ຈີນ
ແຜນທີ່ຈີນ

ຈີນ​ເນ້ນ​ເຖິງ​ຄໍາ​ໝັ້ນ​ໝາຍ​ຂອງ​ຕົນ​ຕໍ່​ຄວາມ​ໂຈ່ງ​ແຈ້ງ​ທາງ​
ທະຫານ​ແລະ​ການ​ບໍ່​ທໍາ​ການ​ຮຸກ​ຮານ​ໃນ​ສະມຸດ​ປົກຂາວ​
ທີ່​ເປີດ​ເຜີຍ​ໃຫ້​ຮູ້​ໃນ​ວັນ​ອັງຄານມື້ກ່ອນ​ນີ້ ​ໂດຍ​ໄດ້ເຜີຍ
ໃຫ້ເຫັນແຜນ​ດ້ານ​ຍຸດ​ທະ​ສາດ​ແລະ​ນະ​ໂຍບາຍ​ຕ່າງໆ​
ໃຫ້​ຮູ້.

ອົງການ​ຂ່າວ​ຊິນ​ຫົວທາງ​ການ​ຈີນກ່າວ​ວ່າ​ສະມຸດ​ປົກ
ຂາວ​ດັ່ງກ່າວ​ແມ່ນ​ພິມອອກ​ໃນ​ທຸກໆ 2 ປີ ຢືນຢັນ​
ຄວາມ​ໝັ້ນ​ໝາຍ​ຂອງ​ຈີນ​ຕໍ່​ການ​ກໍາຈັດພວກ​ອາວຸດ
ຂ້າລ້າງຜານ​ຜູ້​ຄົນ​ເປັນ​ໝູ່ ​ແລະ​ໃຫ້​ຄໍາ​ໜັ້ນສັນຍາ​ວ່າ
ຈະ​ບໍ່​ເປັນ​ຜູ້​ໃຊ້​ພວກ​ອາວຸດ​ນີວ​ເຄລຍກ່ອນຕໍ່​ປະ​ເທດ​
ໃດ​ກໍ​ຕາມ​ທີ່​ບໍ່​ມີ​ອາວຸດ​ນີວເຄລຍນັ້ນ.

ແຕ່​ໃນ​ບົດຄວາມເຫັນທີ່ອາດ​ຈະ​ສ້າງ​ຄວາມ​ເປັນ​ຫ່ວງ
ໃຫ້​ແກ່​ພວກ​ປະ​ເທດ​ເພື່ອນ​ບ້ານ​ໃນ​ພາກພື້ນສະມຸດປົກ
ຂາວ​ສະບັບ​ນີ້​ໃຫ້​ຂໍ້​ສັງ​ເກດ​ກ່ຽວ​ກັບກອງທັບ​ເຮືອ​ຈີນ​ທີ່
ໄດ້​ພັດທະນາ​ຍຸດ​ທະ​ສາດປ້ອງ​ກັນ​ນອກ​ຝັ່ງ​ທະ​ເລ ດ້ວຍ
ສະມັດຖະພາບ​ໃນ​ການ​ປະຕິ ບັດ​ງານ​ໃນ​ນ່ານນໍ້າ​ທີ່ຢູ່​ຫ່າງໄກ​ໄດ້ແລະສາມາດ​ຕອບ​ໂຕ້​ຕໍ່​ການ​
ຂົ່ມຂູ່​ດ້ານ​ຄວາມ​ປອດ​ໄພ​ແບບທີ່ບໍ່ເຄີຍມີມາກ່ອນນັ້ນ​ໄດ້. ຍຸດ​ທະ​ສາດ​ທີ່​ວ່າ​ນີ້​ແມ່ນ​ຮວມຢູ່​ໃນ
ພາລະກິດ​ທາງ​ທະຫານ​ຕ່າງໆ​ນັ້ນກໍ​ຄື​ວຽກການ​ປົກ​ປັກ​ຮັກສາ​ສິດທິ​ທາງ​ທະ​ເລ​ ແລະ​ຜົນ​ປະ
ໂຫຍ​ດຕ່າງໆຂອງ​ຈີນເອົາໄວ້​ນັ້ນ.

ກ່ຽວ​ກັບ​ເລື້ອງ​ໄຕ້​ຫວັນ​ນັ້ນ ສະມຸດປົກ​ຂາວ​ສະບັບ​ນີ້​ແມ່ນເປີດກວ້າງ ໂອກາດສຳລັບການ
ຕິດ ແລະການ​ແລກປ່ຽນ​ກ່ຽວ​ກັບ​ເລື້ອງ​ທະຫານ​ຕາມ​ເວລາ​ທີ່​ເໝາະ​ສົມ​ ແລະ​ກົນ​ໄກ​ຄວາມ​
ປອດ​ໄພທາງ​ທະຫານ​ໃນ​ການ​ໄວ້​ເນື້ອ​ເຊື່ອ​ໃຈຊຶ່ງ​ກັນ​ແລະ​ກັນ​ ​ແຕ່​ຢືນ​ຢັດ​ວ່າ ຈີນ​ແລະ​ໄຕ້
ຫວັນ​ໃນທີ່ສຸດຈະຕ້ອງ​ທ້ອນ​ໂຮມ​ເຂົ້າກັນ​ເປັນ​ປະ​ເທດ​ນຶ່ງ​ໃນ​ອະນາຄົດ​ນັ້ນ.

XS
SM
MD
LG