ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຈີນ ແລະ Mexico ຈະຂະຫຍາຍ ສາຍພົວພັນ ດ້ານການຄ້າ (ວີດິໂອ)


ທ່ານ Xi Jinping (ຊ້າຍ) ປະທານປະເທດຈີນ
ຈັບມືກັບທ່ານ Enrique Pena Nieto ປະທານາທິນາ Mexico ກ່ອນຈະເຂົ້າຮ່ວມກອງປະຊຸມຖະແຫລງຂ່າວຮ່ວມກັນ ຫລັງພິທີ ເຊັນສັນຍາຮ່ວມມືກັນ ທີ່ທໍານຽບປະທານາທິບໍດີ Los Pinos ໃນ Mexico City ໃນວັນອັງຄານ ທີ 4 ມິຖຸນາ 2013.
ທ່ານ Xi Jinping (ຊ້າຍ) ປະທານປະເທດຈີນ ຈັບມືກັບທ່ານ Enrique Pena Nieto ປະທານາທິນາ Mexico ກ່ອນຈະເຂົ້າຮ່ວມກອງປະຊຸມຖະແຫລງຂ່າວຮ່ວມກັນ ຫລັງພິທີ ເຊັນສັນຍາຮ່ວມມືກັນ ທີ່ທໍານຽບປະທານາທິບໍດີ Los Pinos ໃນ Mexico City ໃນວັນອັງຄານ ທີ 4 ມິຖຸນາ 2013.
ຈີນ ແລະMexico ໄດ້ໃຫ້ຄໍາໝັ້ນສັນຍາກັນວ່າ ຈະມີການ
ຮ່ວມມືສອງຝ່າຍເພີ້ມຂຶ້ນ ແລະຈະຂະຫຍາຍສາຍພົວພັນ
ທາງການຄ້າໃຫ້ກວ້າງອອກ ໃນຂະນະທີ່ປະທານປະເທດຈີນ
ທ່ານ Xi Jinping ເລີ້ມການເດີນທາງໄປຢ້ຽມຢາມພາກພື້ນ
ອາເມຣິກາລາຕິນ ເປັນເວລາສາມວັນ.

ລຸນຫລັງພົບປະກັບທ່ານ Enrique Pena Nieto ຄູ່ຕໍາແໜ່ງ
ຝ່າຍ Mexico ໃນວັນອັງ ຄານວານນີ້ແລ້ວ ປະທານປະເທດ
Xi ເວົ້າວ່າ ທັງສອງປະເທດໄດ້ເຊັນສັນຍາຮ່ວມມືກັນຫລາຍໆ
ສະບັບ ຊຶ່ງທ່ານໄດ້ອະທິບາຍວ່າ:

“ໃນປັດຈຸບັນນີ້ ເຈົ້າໜ້າທີ່ລັດຖະບານຈາກທັງສອງປະເທດ ແລະສະຖາບັນ
ດ້ານວິທະຍາສາດ ແລະການຄົ້ນຄວ້າຂອງພວກເຮົາໄດ້ເຊັນຂໍ້ຕົກລົງ
ຫລາຍໆສະບັບ ເພື່ອຮ່ວມມືກັນ ໃນດ້ານພະລັງງານ, ບໍ່ແຮ່, ການກໍ່ສ້າງ ແລະໂຄງຫລ່າງພື້ນຖານ, ອຸດສະຫະກໍາທີ່ຫາ ກໍ່ໂຜ່ຕົວຂຶ້ນ ແລະການແລກ
ປ່ຽນດ້ານວິຊາການນໍາກັນ.”


ທັງສອງປະເທດໄດ້ບັນລຸຂໍ້ຕົກລົງກັນ ໃນການເຈາະຕະຫລາດໝູ ແລະເຫລົ້າ tequila
ຂອງແມັກຊິໂກໃນຈີນ. ທ່ານ Xi ຍັງກ່າວອີກວ່າ ຈີນມີແຜນທີ່ຈະຊື້ສິນຄ້າຂອງແມັກຊິ
ໂກ ທີ່ມີມູນຄ່າ 1 ພັນລ້ານໂດລາ ໃນມໍ່ໆນີ້ ແຕ່ທ່ານກໍບໍ່ໄດ້ອະທິບາຍຫຍັງຫລາຍ.

ແມັກຊິໂກກໍາລັງຫາຊ່ອງທາງເຮັດໃຫ້ການຂາດດຸນການຄ້າທີ່ມີຢ່າງໃຫຍ່ຫລວງກັບຈີນຫຼຸດໜ້ອຍລົງ. ໃນປີ 2012 ແມັກຊິໂກໄດ້ນໍາເຂົ້າສິນຄ້າຈາກຈີນ 57 ພັນລ້ານໂດ
ລາ ໃນຂະນະທີ່ສົ່ງອອກສິນຄ້າໄປຍັງຈີນພຽງແຕ່ 5 ພັນ 700 ລ້ານໂດລາເທົ່ານັ້ນ.

ທ່ານ Xi ໃນວັນພຸດມື້ນີ້ຈະຖະແຫຼງຕໍ່ພວກຜູ້ແທນແມັກຊິໂກ ແລະພົບປະກັບພວກຜູ້ນໍາ
ໃນນະຄອນຫຼວງ Mexico City ກ່ອນທີ່ຈະເດີນທາງໄປຢ້ຽມປີຣາມິດຂອງເຜົ່າ Maya ຢູ່ເມືອງ Chinchen Itza.

ການເດີນທາງໄປຢ້ຽມຢາມຂົງເຂດອາເມຣິກາລາຕິນດັ່ງກ່າວ ຂອງທ່ານ ໄດ້ລວມເອົາ
ການຢຸດແວ່ທີ່ Costa Rica, Trinidad ແລະ Tobago.

ໃນວັນສຸກແລະເສົາ ທີ່ຈະມາເຖິງນີ້ ທ່ານຈະພົບປະກັບປະທານາທິບໍດີ Barack Obama ໃນກອງປະຊຸມສຸດຍອດທີ່ບໍ່ເປັນທາງການ ໃນລັດຄາລີຟໍເນຍ ທາງພາກ
ຕາເວັນຕົກຂອງສະຫະລັດ.

ເບິ່ງວີດິໂອກ່ຽວກັບຂ່າວນີ້:

XS
SM
MD
LG