ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ຈີນເລີ່ມທໍາການ ລາຕະເວນຮ່ວມ ໃນລໍາແມ່ນໍ້າຂອງ


ເຮືອລາຕະເວນຂອງຕໍາຫຼວດນໍ້າຈີນໃຫ້ການຄຸ້ມຄອງເຮືອຂົນສົ່ງສິນຄ້າ ຈີນໃນບໍລິເວນແມ່ນໍ້າຂອງຕອນເໜືອ (18 ຕຸລາ 2011)
ເຮືອລາຕະເວນຂອງຕໍາຫຼວດນໍ້າຈີນໃຫ້ການຄຸ້ມຄອງເຮືອຂົນສົ່ງສິນຄ້າ ຈີນໃນບໍລິເວນແມ່ນໍ້າຂອງຕອນເໜືອ (18 ຕຸລາ 2011)

ເຈົ້າໜ້າທີ່ຈີນກ່າວວ່າ ກຳລັງຕຳຫຼວດປະກອບອາວຸດຂອງຕົນຫຼາຍກວ່າ 200 ຄົນເລີ່ມທຳ
ການລາຕະເວນເພື່ອຮັກສາຄວາມສະຫງົບຕາມລຳແມ່ນໍ້າຂອງຮ່ວມກັບກຳລັງຂອງມຽນມາ
ສປປ ລາວ ແລະໄທ.

ການລາຕະເວນທີ່ວ່ານີ້ ແມ່ນເພື່ອເປັນການຕອບຮັບຕໍ່ການເສຍຊີວິດຂອງພວກລູກເຮືອຈີນ
13 ຄົນທີ່ຖືກໂຈມຕີໃນເຮືອຂົນສົ່ງສິນຄ້າ 2 ລຳເມື່ອຕົ້ນເດືອນຕຸລາຜ່ານມາຕາມລຳແມ່ນໍ້າ
ຂອງໃນບໍລິເວນຊາຍໄທຕິດກັບມຽນມາ ຫຼືທີ່ເອີ້ນວ່າສາມຫຼ່ຽມຄຳນັ້ນ. ພວກລູກເຮືອເຫຼົ່ານີ້
ໄດ້ພາກັນຈົ່ມທຸກມາດົນນານແລ້ວກ່ຽວກັບກຸ່ມອັນທະພານປະກອບອາວຸດທີ່ໄດ້ປຸ້ນເຮືອເຂົາ
ເຈົ້າເພື່ອຮຽກຮ້ອງເອົາເງິນ.

ສື່ມວນຊົນຂອງຈີນບໍ່ໄດ້ໃຫ້ລາຍລະອຽດຫຍັງຫຼາຍ ກ່ຽວກັບຂອບເຂດ ຂອງການປະຕິບັດ
ງານ ຫຼືກຳລັງຂອງຈີນຈະປະຕິບັດງານໃຕ້ລົງໄປຮອດໃສ. ແມ່ນໍ້າຂອງໄຫຼຜ່ານແຂວງຍຸນ
ນານ ໃນພາກຕາເວັນຕົກສຽງໃຕ້ຂອງຈີນ ແລ້ວຫຼັງຈາກນັ້ນ ກໍໄຫຼຜ່ານຫຼາຍໆປະເທດໃນ ເຂດເອເຊຍຕາເວັນອອກສຽງໃຕ້.

XS
SM
MD
LG