ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຈີນເປີດການຂົນສົ່ງທາງເຮືອ ຕາມລຳແມ່ນໍ້າຂອງ ຄືນໃໝ່


ແມ່ນໍ້າຂອງເຂດສາມຫລ່ຽມຄໍາ
ແມ່ນໍ້າຂອງເຂດສາມຫລ່ຽມຄໍາ

ຈີນ​ກ່າວ​ວ່າ ຕົນ​ໄດ້ເປີດ​ການ​ຂົນ​ສົ່ງ​ລະຫວ່າງ​ຊາດ​ຕາມ​ລໍາ​ແມ່​ນໍ້າຂອງຄືນໃໝ່ ຫລັງ​ຈາກ
ໄດ້​ຖືກໂຈະໄວ້​ຍ້ອນ​ການ​ໂຈມ​ຕີ​ຢ່າງຮ້າຍແຮງຕໍ່ພວກລູກເຮືອຈີນເມື່ອ​ສອງ​ເດືອນ​ຜ່ານ​ມາ.

ເມື່ອ​ວັນ​ເສົາ​ວານ​ນີ້ ຕໍາຫລວດ​ຈີນເລີ່ມທໍາການ​ລາດຕະ​ເວນ​ຮ່ວມ​ກັບ​ຄູ່​ຕໍາ ​ແໜ່​ງຈາກ ສປປ
ລາວ ມຽນມາ ​ແລ​ະ​ໄທ ​ເພື່ອ​ຮັກສາ​ຄວາມ​ປອດ​ໄພ​ຢູ່​ຕາມ​ລຳແມ່ນໍ້າຂອງຊຶ່ງເຂດ​ຂົນສົ່ງ​ທາງ​
ເຮືອ​ທີ່​ສໍາຄັນຢູ່​ໃນ​ຂົງ​ເຂດ. ເຮືອ​ບັນທຸກ​ສິນຄ້າ 10 ລຳ​ທີ່ຖືກອາຣັກຂາໂດຍ​ເຮືອ​ລາດຕະ
ເວນ​ຮ່ວມ​ຫ້າ​ລໍາ ໄດ້ແລ່ນ​ອອກ​ຈາກ​ທ່າ​ເຮືອ Guanlei ​ແຂວງ​ຢຸນນານ ຢູ່​ກໍ້າ​ຕາ​ເວັນ​ຕົກ​
ສຽງ​ໃຕ້​ຂອງ​ຈີນ ​ໃນ​ພິທີ​ເປີດການປະຕິບັດງານຮ່ວມ ​ໃນຕອນ​ເຊົ້າ​ວັນ​ເສົາ​ວານ​ນີ້.

ອົງການ​ຂ່າວ​ຊິນ​ຫົວ​ຂອງທາງການ​ຈີນ​ເວົ້າວ່າ ​ເຮືອ​ລາດຕະ​ເວນ​ດັ່ງກ່າວ​ມີປືນ​ກົນ​ໜັກເປັນ
ອາວຸດ ​ແລະ​ຝາ​ປ້ອງ​ກັນ​ເຮືອ​ໜາ 10 ນິ້ວ ​ແລະ​ພວກ ​ເຈົ້າໜ້າ​ທີ່​ຕໍາຫລວດ​ມີ​ປືນ​ອັດຕະ​ໂນ
ມັດ ​ແລະ​ເສື້ອ​ກັນ​ລູກປືນນໍາ.

ເມື່ອ​ວັນ​ທີ່ 5 ເດືອນ​ຕຸລາ​ຜ່ານ​ມາ​ນີ້ ພວກລູກເຮືອຊາວຈີນ 13 ຄົນຖືກ​ຍິງ ຕາຍ​ຢູ່ເຂດ​ນຶ່ງ
ຂອງ​ແມ່​ນໍ້າຂອງ ທາງ​ທິດໃຕ້​ເຂດ​ຊາຍ​ແດນ​ຂອງ​ຈີນ ທີ່​ຮູ້​ ກັນ​ໃນນາມ​ເຂດ​ສາມຫລ່ຽມ​ຄໍາ
ຊຶ່ງ​ເປັນ​ເຂດ​ທີ່​ມີ​ຊື່​ສຽງ​ບໍ່​ດີ​ເພາະ​ເປັນ​ທີ່​ລີ້​ຊ່ອນ ຂອງ​ພວກ​ລັກລອບ​ຄ້າ​ຢາ​ເສບ​ຕິດ. ການ
ໂຈມ​ຕີ​ເຖິງ​ຂັ້ນ​ເສຍ​ຊີວິດ​ ​ໂດຍ ພວກລັກ​ລອບ​ຄ້າ​ຢາ​ເສບ​ຕິດ​ທີ່​ຕ້ອງ​ສົງ​ໄສ​ຄັ້ງ​ນັ້ນ ​ແມ່ນ​ໄດ້
ສ້າງ​ຄວາມ​ເປັນ​ຫ່ວງ​ແກ່​ລັດຖະບານ​ປັກ​ກິ່ງ ກ່ຽວ​ກັບ​ຄວາມ​ປອດ​ໄພ​ຂອງ​ພວກ​ລູກເຮືອ
ແລະ​ກໍາ​ປັ່ນ​ຂົນ​ສົ່ງ ທີ່​ແລ່ນ​ອອກ​ຈາກ​ເຂ​ດພາກ​ໃຕ້​ຂອງ​ຈີນ​ຜ່ານ​ເຂດ​ທີ່​ມີການ​ສູ້​ລົບ​ຂອງ
ພວກ​ຄ້າຢາເສບຕິດແລະພວກລັກລອບ​ຂົນສິນຄ້າ ໜີພາສີແຜ່​ຫລາຍ​ທີ່​ສຸດ​ນັ້ນ.

ແມ່​ນໍ້າຂອງ​ໄຫລ​ຜ່ານ​ແຂວງ​ຢຸນນານ​ທີ່ຢູ່​ກໍ້າ​ຕາ​ເວັນ​ຕົກ​ສຽງ​ໃຕ້​ຂອງ​ຈີນ ​ສູ່​ຂົງ​ເຂດ​ເອ​ເຊຍ​
ຕາ​ເວັນ​ອອກສຽງ​ໃຕ້ ອັນ​ເປັນເສັ້ນທາງ​ການ​ຄ້າ​ທີ່ສໍາຄັນ ໂດຍຜ່ານ​ຫລາຍ​ປະ​ເທດ ຊຶ່ງໂຮມ​
ທັງ​ມຽນມາ ລາວ ກໍາປູ​ເຈຍ ​ໄທ ​ແລະ​ຫວຽດ ນາມນຳດ້ວຍ.

XS
SM
MD
LG