ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ນັກຂ່າວຕ່າງປະເທດໃນຈີນ ຖືກຮາວີ


ຜູ້ຊາຍຈີນສອງຄົນພາກັນແລ່ນໄລ່ນັກຂ່ວຣອຍເຕີ້ຢູ່ນອກໝຸ່ບ້ານດົງຊິກຸ ແຂວງຊານຕຸ້ງ, ວັນທີ 4 ພຶດສະພາ 2012.
ຜູ້ຊາຍຈີນສອງຄົນພາກັນແລ່ນໄລ່ນັກຂ່ວຣອຍເຕີ້ຢູ່ນອກໝຸ່ບ້ານດົງຊິກຸ ແຂວງຊານຕຸ້ງ, ວັນທີ 4 ພຶດສະພາ 2012.
ສະມາຄົມ​ນັກຂ່າວ​ຕ່າງປະ​ເທດກຸ່ມ​ນຶ່ງ ພາກັນຮ້ອງທຸກກ່ຽວ​ກັບ​ການ​ນາບ​ຂູ່ ຮາວີ​ລົບກວນ ​ແລະ​ທຸບ​ຕີ ທີ່ີມີມາ​ເປັນ​ລຳດັບ​ຫວ່າງ
​ມໍ່ໆ​ມານີ້ຕໍ່​ພວກ​ຂ່າວ​ຕ່າງປະເທດ ທີ່​ເຮັດ​ວຽກ​ຢູ່​ໃນຈີນ.

ຢູ່​ໃນ​ຖະ​ແຫຼງການ​ສະບັບ​ນຶ່ງ​ທີ່​ນຳ​ອອກ​ເຜີຍ​ແຜ່​ໃນ​ວັນ​ອັງຄານມື້ນີ້ ສະ​ໂມ​ສອນ ນັກ​ຂ່າວ​ຕ່າງປະ​ເທດໃນຈີນຫຼື FCCC ກ່າວ​ວ່າ ມັນເປັນ​ເລື່ອງ​ໜ້າ​ວິຕົກ ຈາກ​ເຫ​ດການ​ທີ່​ເກີດ​ຂື້ນຢູ່​ເລື້ອຍໆຊຶ່ງບາງຄັ້ງ​ມີ​ລາຍ​ງານ​ວ່າໄດ້​ພົວພັນ​ກັບກໍາ​ລັງ​ຮັກ ສາ​ຄວາມ​ປອດ​ໄພ​ຂອງ​ລັດຖະບານນັ້ນ.

ບັນດານັກ​ຂ່າວ​ຕ່າງປະ​ເທດຫຼາຍໆ​ຄົນກ່າວ​ວ່າ ​ເຂົາ​ເຈົ້າໄດ້ຖືກ​ທຳຮ້າຍຮ່າງກາຍ ​ເຄື່ອງ​ອຸປະກອນ​ໄດ້​ຖືກ​ຍຶດ​ເອົາ​ໄປ​ແລະ​ຖືກ​ຄຸມ​ຂັງດ້ວຍ​ການ​ໃຊ້​ກຳລັງ​ບັງຄັບ ​ໃນ ​ລ​ະຍະ​ຢ່າງ​ໜ້ອຍ​ສີ່​ຄັ້ງທີ່​ຜ່ານ​ມາ ຢູ່​ໃນ​ສະຖານ​ທີ່​ຕ່າງໆ​ ​ແຕ່​ທ້າຍເດືອນກໍລະກົດ ຈົນ​ເຖິງ​ກາງເດືອນສິງຫາ.

ອົງການ FCCC ທີ່ຕັ້ັ້ງຢູ່​ກຸງ​ປັກ​ກິ່ງ ພ້ອມ​ດ້ວຍ​ສາຂາ​ ​ທີ່ຮົງ​ກົງ ​ແລະຊຽງ​ໄຮ້ ກ່າວ​ວ່າ ​ເຫດຮ້າຍເຫຼົ່ານີ້​ໄດ້​ສະ​ແດງ​ໃຫ້​ເຫັນ “​ຢ່າງຈະແຈ້ງ​ເຖິງ​ການ​ສ່ຽງ​ອັນ ຕະລາຍ​ຂອງບັນດາ​ນັກ​ຂ່າວ ​ຍ້ອນ​ວ່າ​ ເຂົາ​ເຈົ້າປະຕິ​ບັດ​ໜ້າ​ທີ່ ຂອງ​ເຂົາ​ເຈົ້າຢູ່​ໃນ​ຈີນ.”

ບັນດາ​ນັກ​ຂ່າວ​ຕ່າງປະ​ເທດ ໄດ້​ຈົ່ມ​ມາ​ເປັນ​ເວລາ​ນານ​ແລ້ວວ່າ ​ເຈົ້າ​ໜ້າທີ່ໄດ້ ແຊກແຊ​ງ​ໃນການ​ລາຍ​ງານຂ່າວ​ຂອງພວກ​ເຂົາ​ເຈົ້າ ​ຢູ່ໃນ​ປະ​ເທດ​ຄອມ​ມິ​ວນິສ ບ່ອນ​ທີ່​ເຈົ້າ​ໜ້າ​ທີ່ທ້ອງ​ຖິ່ນ ໄດ້ພະຍາຍາມຢ່າງ​ເຂັ້ມງວດ ​ເພື່ອ​ຄວບ​ຄຸມ​ບໍ່​ໃຫ້​ຂໍ້​ມູນ​ຕ່າ​ງໆມີ​ການຮົ່ວ​ໄຫຼນັ້ນ.
XS
SM
MD
LG