ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຈີນກ່າວປ້ອງກັນ ການຕັດສິນໃຈ ເນລະເທດ ນັກຂ່າວ Al-Jazeera


ນາງ Melissa Chan ນັກຂ່າວ ຕາໜ່າງໂທລະພາບ Al-Jazeera ທີ່ກຸງປັກກິ່ງ
ວັນທີ 10 ພືດສະພາ 2012.
ນາງ Melissa Chan ນັກຂ່າວ ຕາໜ່າງໂທລະພາບ Al-Jazeera ທີ່ກຸງປັກກິ່ງ ວັນທີ 10 ພືດສະພາ 2012.

ສື່​ມວນ​ຊົນ​ຂອງ​ທາງ​ການ​ຈີນ ກໍາລັງ​ປ້ອງ​ກັນ ​ການ​ຕັດສິນ​ໃຈ​ຂອງ​ລັດ ຖະບານ​ໃນ​ວັນ​ພຸດ​ວານ​ນີ້ທີ່​ໄດ້​ຂັບ​ໄລ່​ນາງ Melissa Chan ນັກ​ຂ່າວ​ຕາໜ່າງໂທລະພາບ Al-Jazeera ທີ່​ເຊື່ອ​ວ່າ​ ເປັນ​ນັກ​ຂ່າວ​ຄົນ​ທໍາ​ອິດ​ທີ່​ຖືກໄລ່​ອອກ​ຈາກ​ປະ​ເທດ​ໃນ​ຮອບ 14 ປີຜ່ານມາ.

ບົດ​ບັນນາທິການ​ໃນ​ວັນ​ພະຫັດ​ມື້​ນີ້​ຂອງ​ໜັງສືພິມ Global Times ທີ່ ​ສັງກັດ​ຢູ່​ໃນ​ພັກ​ຄອມ​ມີ​ວນິດ​ຈີນຮັບ​ຮູ້​ວ່າ ທາງ​ການ​ຈີນ​ບໍ່​ໄດ້​ໃຫ້​ເຫດ ຜົນທີ່​ເຈາະ​ຈົງ​ກ່ຽວ​ກັບ​ການ​ປະຕິ​ເສດໃນ​ການຂໍ​ວີ​ຊາແລະ​ໜັງສື​ຮັບຮອງ​ໃນການ​ເກັບ​ກຳ​ຂ່າວ ​ຂອງ​ນາງ Chan ທີ່​ໄດ້​ເປັນ​ນັກ​ຂ່າວ​ພຽງ​ຄົນ​ດຽວ​ຂອງຕາໜ່າງ​ໂທລະພາບ ​Al-Jazeera ພາກ​ພາສາ​ອັງກິດ​ໃນ​ຈີນ​ນັ້ນ.

​ແທນ​ທີ່​ຈະອະນຸມັດ​ໃຫ້​ນັ້ນ ບົດ​ບັນນາທິການ​ຂອງ​ໜັງສືພິມ​ດັ່ງກ່າວ​ໄດ້ ຕັ້ງ​ຄໍາ​ຖາມ​ຂຶ້ນ​ມາ ​ກ່ຽວ​ກັບ​ຈັນ​ຍາ​ບັນ​ດ້ານ​ການ​ຂ່າວ​ຂອງ​ນາງ Chan ​ໂດຍ​ອ້າງ​ຄໍາ​ເວົ້າ​ຂອງ​ແຫຼ່ງຂ່າວ ທີ່​ບໍ່​ບອກ​ຊື່​ໃຫ້​ຊາບ​ວ່າ ນາງ Chan ເຄີຍມີ​ທ່າ​ທີ​ດ້ານ​ການ​ເມືອງ​ແບບແ​ຂງຂັນ ແລະ​ຄວາມ​ສໍາພັນ​ທີ່​ເຄ່ງ​ຕຶງ​ກັບ​ທາງ​ການ​ຈີນ​ທີ່​ຕິດຕາມ​ເບິ່ງ​ສື່ມວນ​ຊົນ​ຂອງ​ຕ່າງປະ​ເທດ​ນັ້ນ.

ກະຊວງ​ການ​ຕ່າງປະ​ເທດ​ຈີນ ​ໃນ​ວັນ​ອັງຄານ​ມື້ກ່ອນ​ນີ້ ​ບໍ່ໄດ້​ໃຫ້​ຄໍາຊີ້ ​ແຈງ​ຫຍັງ​ຫຼາຍກ່ຽວ​ກັບ​ການ​ເນລະ​ເທດ​ນາງ​ Chan ນອກ​ໄປຈາກໃຫ້​ຄໍາ​ເຕືອນ​ທີ່​ວ່າ ພວກ​ນັກ​ຂ່າວ​ຕ້ອງປະຕິບັດ​ຕາມ​ກົດໝາຍແລະ​ກົດ​ລະ ບຽບ​ຕ່າງໆ​ທີ່​ກ່ຽວຂ້ອງຂອງ​ຈີນ​.

XS
SM
MD
LG