ຕາໜ່າງໂທລະພາບ Al-Jazeera ກ່າວວ່າ ຕົນໄດ້ຖືກບີບບັງຄັບໃຫ້ ປິດການປະຕິບັດງານເກັບກຳຂ່າວພາສາອັງກິດຂອງຕົນໃນຈີນ ຫຼັງຈາກເຈົ້າທີ່ຈີນບໍ່ຍອມຕໍ່ໃບອະນຸຍາດນັກຂ່າວ ແລະຕໍ່ວີຊາໃຫ້ນັກຂ່າວ ຄົນດຽວຂອງຕົນ ປະຈໍາກຸງປັກກິ່ງນັ້ນ.
Al-Jazeera ທີ່ມີສຳນັກງານຕັ້ງຢູ່ໃນ Qatar ກ່າວໃນວັນຈັນວານນີ້ວ່າ ຕົນບໍ່ມີທາງເລືອກອື່ນໃດ ນອກຈາກປິດຫ້ອງການໃນກຸງປັກກິ່ງລົງ ຫຼັງຈາກຈີນບໍ່ຍອມຕໍ່ໜັງສືອະນຸຍາດ ໃຫ້ນາງ Melissa Chan ນັກຂ່າວຂອງຕົນ ແລະບໍ່ຍອມອະນຸຍາດໃຫ້ນັກຂ່າວຄົນອື່ນໄປປ່ຽນ.
ສະໂມສອນນັກຂ່າວຕ່າງປະເທດໃນຈີນກ່າວວ່າ ຕົນຮູ້ສຶກຕົກໃຈນໍາການຕັດສິນໃຈຂອງຈີນ ແລະເອີ້ນວ່າ ມັນເປັນຄວາມພະຍາຍາມເພື່ອກວດກາແລະນາບຂູ່ພວກນັກຂ່າວຕ່າງປະເທດໃນຈີນ. ເປັນເທື່ອທໍາອິດ ນັບແຕ່ປີ 1998 ເປັນຕົ້ນມາ ທີ່ຈີນໄດ້ເນລະເທດນັກຂ່າວຕ່າງປະເທດທີ່ໄດ້ຮັບອະນຸຍາດໃຫ້ເຮັດວຽກຢູ່ໃນປະເທດ.
ໃນລະຫວ່າງການຖະແຫລງຂ່າວທີ່ມີການໂຕ້ຖຽງກັນເລັກນ້ອຍກັບພວກນັກຂ່າວຕ່າງປະເທດ ໃນວັນອັງຄານມື້ນີ້ ໂຄສົກກະຊວງການຕ່າງປະເທດຈີນ ທ່ານ Hong Lei ບໍ່ໄດ້ໃຫ້ເຫດຜົນໃດໆ ສໍາລັບການຂັບໄລ່ນາງ Chan ນັ້ນ ແຕ່ເຕືອນວ່າ ພວກນັກຂ່າວຕ່າງປະເທດຈະຕ້ອງເຄົາລົບແລະປະຕິບັດ ຕາມກົດໝາຍແລະກົດລະບຽບທີ່ກ່ຽວຂ້ອງ ຂອງຈີນ.
ບັນດາເຈົ້າໜ້າທີ່ຈີນໄດ້ສະແດງຄວາມບໍ່ພໍໃຈຫວ່າງໄວໆຜ່ານມານີ້ກ່ຽວກັບການສະເໜີຂ່າວຂອງໂທລະພາບ al-Jazeera ໃນຈີນນັ້ນ ໂດຍ ສະເພາະແມ່ນລາຍງານຂ່າວທີ່ວ່າ ທາງການຈີນໄດ້ເກີດໂມໂຫໂທໂສນໍາການສະເໜີສາລະຄະດີໃນເດືອນພະຈິກປີກາຍທີ່ເນ້ນເຖິງການກົດຂີ່ປາບປາມໃນຄ້າຍສັບພະທຸກອອກແຮງງານແຫ່ງ
ຕ່າງໆຂອງຈີນນັ້ນ.