ຈີນກໍາລັງມີຄໍາສັ່ງໃຫ້ພວກອອກອາກາດລາຍການໂທລະພາບຜ່ານດາວທຽມ ໃຫ້ປ່ຽນ
ລາຍການສະແດງການບັນເທີງເກີນຂອບເຂດນັ້ນ ໃຫ້ເປັນລາຍການທີ່ເນັ້ນໜັກໃສ່ຄ່ານິ
ຍົມຂອງປະເພນີນັ້ນຫລາຍຂຶ້ນ.
ອົງການຂ່າວຊິນຫົວທາງການຂອງຈີນ ກ່າວເມື່ອວັນພຸດມື້ນີ້ວ່າສະຖານີໂທລະພາບຜ່ານ
ດາວທຽມແຫ່ງຕ່າງໆ ໄດ້ຕັດລາຍການບັນເທີງລົງຫລາຍກວ່ານຶ່ງສ່ວນສາມ ຄືຈາກ 126
ໃຫ້ເຫລືອພຽງ 38 ລາຍການ ຕໍ່ນຶ່ງອາທິດ ຕາມຄໍາລັ່ງສະບັບໃໝ່ຂອງຫ້ອງການຄວບ
ຄຸມຂອງລັດ ດ້ານ ວິທະຍຸ ຮູບເງົາ ແລະໂທລະພາບ ທີ່ເອີ້ນຫຍໍ້ວ່າ SARFT ນັ້ນ.
ລາຍງານເວົ້າວ່າ ເລິ່ມຕົ້ນແຕ່ວັນທີ່ 1 ມັງກອນໄປ SARFT ຍັງບັງຄັບໃຫ້ສະຖານີດາວ
ທຽມຕ່າງໆອອກອາກາດລາຍການຂ່າວຢ່າງໜ້ອຍສອງຊົ່ວໂມງທຸກໆຕອນແລງ.
ໂຄງການຈໍາກັດຮັດແຄບດັ່ງກ່າວທີ່ຢູ່ໃນບັນຊີຂອງ SARFT ແມ່ນມີໂຮມ ທັງລາຍການ
ນັດພົບຄູ່ບ່າວສາວ ລາຍການປະກວດຄວາມສາມາດພິເສດ ລາຍການໂອ້ລົມ ແລະເລຶ່ອງ
ທີ່ສະເທືອນໃຈ ທີ່ເຫັນວ່າ ເປັນການລາຍ ການບັນເທີງເກີນຂອບເຂດ ແລະລົດນິຍົມຕໍ່າ.
ລາຍງານເວົ້າອີກວ່າ ລາຍການອອກອາກາດຕ່າງໆໄດ້ຖືກແທນໂດຍພວກ ລາຍການທີ່ສົ່ງ
ເສີມຄຸນງາມຄວາມດີຂອງວັດທະນະທໍາ ແລະຄ່ານິຍົມຫລັກຂອງສັງຄົມ.