ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ຈີນ ອາດສະເໜີ ໃຫ້ການຊ່ອຍເຫຼືອ ຫຼື ລົງທຶນ ໃນການເຈລະຈາ ກ່ຽວກັບ ທະເລຈີນໃຕ້


ເຮືອ ທີ່ໃຊ້ໃນການຫາປາ ທີ່ເກາະ Scarborough ໃນທະເລຈີນໃຕ້.
ເຮືອ ທີ່ໃຊ້ໃນການຫາປາ ທີ່ເກາະ Scarborough ໃນທະເລຈີນໃຕ້.

ປະ​ເທດ​ຕ່າງໆ​ໃນ​ເຂ​ດ​ເ​ອ​ເຊຍ​ຕາ​ເວັນ​ອອກສຽງ​ໃຕ້ ພວມ​ເຈລະຈາ​ຫາລື ​ແບບ​ສອງ​ຕໍ່
​ສອງ​ກັບ​ຈີນກ່ຽວ​ກັບ​ເລື່ອງການມີ​ສິດທິ​ຮ່ວມ​ກັນ ໃນ​ການ​ຫາ​ປາແລະ​ເຊື້ອ​ໄຟ​ໃນ​ເຂດ
​ທີ່​ມີການ​ຂັດ​ແຍ້​ງຢູ່​ທະ​ເລ​ຈີນ​ໃຕ້ ​ແຕ່​ຍ້ອນ​ລັດທິ​ຊາດ​ນິຍົມ ຫລື​ຄວາມ​ບໍ່ເຊື່ອ​ໃຈ​ທາງ ​
ການ​ເມືອງອາດ​ກໍ່​ໃຫ້​ເກີດ​ຄວາມ​ບໍ່ພໍ​ໃຈ​ຕໍ່​ຂໍ້​ຕົກລົງ​ໃດໆ​ກໍ​ຕາມ​ແລະ​ຫັນຄວາມ​ສົນ​ໃຈ​
ໄປ​ໃສ່​ການ​ຕົກລົງ​ທາງ​ດ້ານ​ເສດຖະກິດ​ຢ່າງ​ບໍ່​ເປັນ​ທາງ​ການ.

ພວກ​ຜູ້ນຳ​ອະ​ວຸ​ໂສ​ຈາກ​ຈີນ​ແລະ​ຫວຽດນາມ ​ໄດ້​ພົບ​ປະ​ໃນ​ເດືອນ​ແລ້ວນີ້​ເພື່ອ​ເຈລະ
​ຈາ​ຫາລື​ກ່ຽວ​ກັບ​ການ​ຮ່ວມ​ມື​ທາງ​ທະ​ເລ ທີ່​ອາດ​ຈະ​ຮວມທັງ​ການ​ຊອກ​ຄົ້ນຫານ້ຳມັນ​
ແລະ​ແກັສທຳ​ມະ​ຊາດ​ໃຕ້​ພື້ນທະ​ເລ​ຮ່ວມ​ກັນ. ນີ້​ແມ່ນ​ຄວາມ​ພະຍາຍາມ​ເທື່ອ​ຫຼ້າ​ສຸດ
​ຂອງ​ຈີນ ​ໃນ​ການ​ໂອ້​ລົມ​ແບບ​ບໍ່​ເປັນ​ທາງ​ການກັບປະ​ເທດ​ຄູ່​ແຂ່ງທາງ​ທະ​ເລນັບ​ແຕ່​
ສານ​ໄກ່​ເກ່ຍຂອງ​ໂລກ​ທີ່​ນະຄອນ​ເຮ​ກໄດ້​ຕັດສິນ​ໃນ​ເດືອນກໍລະກົດ​ປີ​ກາຍ​ນີ້ວ່າພື້ນ
ຖານ​ໃນ​ການ​ອ້າງ​ເອົາ​ກຳມະສິດ​ຂອງ​ປັກ​ກິ່ງ​ປະມານ 95 ​ເປີ​ເຊັນ​ຂອງ​ທະ​ເລ​ຈີ​ນ​ໃຕ້
​ນັ້ນຂາດ​ສິດທິ​ໃນ​ການ​ສືບ​ທອດທາງ​ດ້ານ​ກົດໝາຍ.

ນອກ​ນັ້ນຈີນ​ຍັງ​ໄ​ດ້​ເປີດ​ການ​ໂອ້​ລົມ​ກັບ​ມາ​ເລ​ເຊຍ ​ແລະ​ຟີ​ລິບ​ປິນກ່ຽວ​ກັບ​ທະ​ເລຈີນ​
ໃຕ້​ທີ່​ມີ​ພື້ນທີ່ 3 ລ້ານ 5 ​ແສນ​ກິ​ໂລ​ແມັດ​ມົນທົນທີ່​ອຸດົມສົມບູນ​ໄປ​ດ້ວຍ​ປູ​ປາ ນາ​ນ້ຳ
​ເຊື້ອ​ໄຟ​ສຳຮອງ ​ແລະ​ເສັ້ນທາງ​ເດີນ​ເຮືອ​ທີ່​ສຳຄັນ.

ການ​ຕົກລົງ​ກັບ​ຈີນ​ອາດ​ຈະ​ຫລຸດຜ່ອນ​ຄວາມ​ເຄັ່ງ​ຕຶງ​ລົງ​ກ່ຽວ​ກັບ​ເລື່ອງ​ອະທິປະ​ໄຕ
​ໃນ​ເຂດ​ທະ​ເລ​ທີ່​ກວ້າງ​ໃຫຍ່​ຂອງ​ເອ​ເຊຍ ​ໂດຍ​ທີ່​ປະ​ເທດ​ຕ່າງໆ​ຕ່າງ​ກໍ​ໄດ້​ຮັບໃນ​ສິ່ງ​
ທີ່​ຕົນ​ຕ້ອງການໂດຍ​ບໍ່​ຕ້ອງ​ສູນ​ເສຍ​ການ​ຄວບ​ຄຸມ​ເກາະດອນ​ນ້ອຍໆ​ໃດໆຢູ່​ໃນ​ທະ
​ເລ​ດັ່ງກ່າວ. ຈີນ​ໄດ້​ປະຕິ​ເສດ​ຕໍ່​ການ​ຕັດສິນ​ຂອງ​ສານ​ຢູ່​ນະຄອນ​ເຮ​ກ​ແຕ່ກໍ​ໄດ້​ຊອກ
​ຫາ​ຊ່ອງ​ທາງ​ນັບ​ແຕ່​ນັ້ນມາເພື່ອ​ປັບປຸງ​ຄວາມ​ສຳພັນ​ກັບປະ​ເທດ​ອື່ນໆດ້ວຍ​ຕົນ​ເອງ.

ປະທານ​ປະ​ເທດ​ຈີນ ທ່ານ​ສີ ຈິ້ນຜິ​ງ ​ໃນ​ປີ​ກາຍ​ນີ້ ​ໄດ້​ສະ​ແດງ​ຄວາມເຫັນ​ພ້ອມ ໃນ
ການ​ຊອກ​ຫາ​ຊ່ອງ​ທາງ​ ເພື່ອເຮັດ​ຂໍ້​ຕົກລົງ​ສອງ​ຝ່າຍ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG