ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

ການຊ່ອຍເຫລືອ ຕໍ່ເຂດຊິນຈຽງ ຂອງຈີນ


ແຜນທີ່ຈີນ
ແຜນທີ່ຈີນ

ສື່ມວນຊົນ ຂອງທາງການຈີນ ລາຍງານວ່າ ລັດຖະບານກາງ ຂອງຈີນ ໄດ້ອະນຸມັດ ໂຄງການຊ່ອຍເຫລືອ ທາງດ້ານເສດຖະກິດ ມູນຄ່າ 1 ພັນ 500 ລ້ານໂດລາ ແກ່ເຂດຊິນຈຽງ ທີ່ສອກຫລີກຫ່າງໄກ ໃນພາກຕາເວັນຕົກຂອງຈີນ ຊຶ່ງໄດ້ຮັບຄວາມເສຍຫາຍ ຈາກການກໍ່ຈະລາຈົນ ຂອງ​ພວກຊົນຊາດຊົນເຜົ່າ ຢ່າງຮ້າຍແຮງ ໃນປີກາຍນີ້.

ໜັງສືພິມ CHINA DAILY ລາຍງານວ່າ 82 ຫົວເມືອງໃນເຂດຊິນຈຽງ ຈະໄດ້ຮັບການຊ່ອຍເຫລືອດັ່ງກ່າວ ໂດຍຜ່ານທາງໂຄງການ ທີ່ມີຢູ່ແລ້ວ ທີ່ບັງຄັບໃຫ້ ບັນດາເຂດແຂວງ ແລະເມືອງ ທີ່ອຸດົມ ຮັ່ງມີຂອງຈີນ ໃຫ້​ເງິນສະໜັບສະໜຸນ ໂຄງການພັດທະນາຕ່າງໆ ໃນເຂດທີ່ ດ້ອຍພັດທະນາກວ່າ.

ໜັງສືພິມ CHINA DAILY ກ່າວວ່າ ໂຄງການນີ້ ແມ່ນແນໃສ່ເພື່ອປັບປຸງໂອກາດ ໃນດ້ານເຮືອນຊານ ວຽກເຮັດງານທຳ ແລະການສຶກສາ ໃນເຂດຊິນຈຽງ ໂດຍມີເປົ້າໝາຍ ທີ່ຈະສ້າງສັງຄົມ ໃນເຂດດັ່ງກ່າວ ໃຫ້ເປັນສັງຄົມ ທີ່ຢູ່ດີກິນດີ ໃນລະດັບ ປານກາງ.

ມີເກືອບ 200 ຄົນເສຍຊີວິດ ແລະອີກ 1 ພັນ 700 ຄົນ ໄດ້ຮັບບາດເຈັບ ໃນການກໍ່ ຈະລາຈົນ ທີ່ເມືອງອຸຣຸມຈີ ເມືອງເອກຂອງເຂດ ຊິນຈຽງ ເວລາພວກມຸສລິມເຜົ່າວີເກີ້ ຊຶ່ງເປັນຊົນກຸ່ມນ້ອຍຂອງຈີນ ປະທະກັນກັບຊາວຮັນ ຊຶ່ງເປັນຊົນກຸ່ມໃຫຍ່ ທີ່ເມືອງດັ່ງກ່າວ.

XS
SM
MD
LG