ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ການສໍ້ລາດບັງຫຼວງ ໃນ ປະເທດຈີນ


ແຜນທີ່ຈີນ
ແຜນທີ່ຈີນ

ມີເຈົ້າໜ້າທີ່ຈີນ ຫລາຍກວ່າ 3 ພັນຄົນ ໄດ້ຖືກລົງໂທດ ຍ້ອນຮັບເງິນສິນບົນ ແລະປະພຶດ ໃນທາງທີ່ບໍ່ຖືກຕ້ອງ ອື່ນໆ ຊຶ່ງຈຳນວນນຶ່ງ ແມ່ນພົວພັນກັບ ໂຄງການກະຕຸກຊຸກຍູ້ເສດຖະກິດ ໃນມູນຄ່າ 586 ພັນລ້ານໂດລາ ຂອງປັກກິ່ງ.

ກະຊວງດູແລກວດກາ ຂອງຈີນ ໄດ້ປະກາດ ໃນວັນພະຫັດວານນີ້ ໂດຍເວົ້າວ່າ ການສໍ້ລາດບັງຫຼວງເຫຼົ່ານີ້ ໄດ້ມີຂຶ້ນ ໃນລະຫວ່າງ ເດືອນຕຸລາ ປີກາຍ ຫາເດືອນເມສາ ປີນີ້.

ກະຊວງດູແລກວດກາ ຂອງຈີນ ເວົ້າວ່າ ນຶ່ງໃນກໍລະນີ ທີ່ຮ້າຍແຮງສຸດ ແມ່ນພົວພັນກັບ ເຈົ້າໜ້າທີ່ຮັບເງິນສິນບົນ ໃນມູນຄ່າ 3 ລ້ານ 2 ແສນໂດລາ.

ທ່ານ FU KUI ເຈົ້າໜ້າທີ່ ຂອງກະຊວງດູແລກວດກາ ກ່າວວ່າ ພວກເຈົ້າໜ້າທີ່ໆເຮັດວຽກ ກ່ຽວກັບການຄຸ້ມຄອງທີ່ດິນ ແມ່ນມີຄວາມຫລໍ່ແຫຼມ ເປັນພິເສດ ຕໍ່ການສໍ້ລາດບັງຫຼວງ ແລະທາງກະຊວງດູແລກວດກາ ໃຫ້ຄຳໝັ້ນສັນຍາວ່າ ຈະດຳເນີນ ການປະຕິຮູບ ເພື່ອຫລຸດຜ່ອນ ບັນຫາດັ່ງກ່າວ.

ນອກນີ້ ຍັງມີຄວາມວິຕົກກັງວົນ ກ່ຽວກັບ ຄວາມເປັນໄປໄດ້ ໃນການສໍ້ບາດບັງຫຼວງ ທີ່ພົວພັນກັບ ອຸສາຫະກຳ ກໍ່ສ້າງຂອງຈີນ ທີ່ພວມເຕີບໃຫຍ່ ຂະຫຍາຍໂຕ ຢ່າງວ່ອງໄວ ນັບແຕ່ຈີນ ໄດ້ມີການນຳໃຊ້ ແຜນການກະຕຸກຊຸກຍູ້ ເສດຖະກິດ ໃນປີ 2008. ເງິນສ່ວນໃຫຍ່ ໃນແຜນການດັ່ງກ່າວ ແມ່ນເພັ່ງເລັງໃສ່ ໂຄງການກໍ່ສ້າງຕ່າງໆ.

XS
SM
MD
LG