ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ການເຈລະຈາ ລະຫວ່າງ ສະຫະລັດ ແລະຈີນ


ລັດຖະມົນຕີ ຊ່ອຍວ່າການ ກະຊວງ ການຕ່າງປະເທດ ສະຫະລັດ ທ່ານ Michael Posner
ລັດຖະມົນຕີ ຊ່ອຍວ່າການ ກະຊວງ ການຕ່າງປະເທດ ສະຫະລັດ ທ່ານ Michael Posner

ສະຫະລັດ ກ່າວວ່າ ຕົນໄດ້ ສະແດງ ຄວາມວິຕົກກັງວົນ ຕໍ່ຈີນກ່ຽວກັບຊະຕາກຳຂອງ ພວກຄັດຄ້ານລັດຖະບານແລະ ວາງພື້ນຖານ ເພື່ອໂອ້ລົມກັນ ເພີ້ມຕື່ມ ໃນເລື່ອງສິດທິມະນຸດ ໃນລະຫວ່າງ ການເຈລະຈາ ເປັນເວລາ 2 ມື້.

ເຈົ້າໜ້າທີ່ ສະຫະລັດ ທີ່ເປັນຫົວໜ້າ ໃນການເຈລະຈາ ຄືທ່ານ MICHAEL POSNER ກ່າວວ່າ ສະຫະລັດ ແລະຈີນ ມີແຜນການ ທີ່ຈະເປີດ ການເຈລະຈາຫາລື ອີກຮອບນຶ່ງ ທີ່ນະຄອນຫຼວງປັກກິ່ງ ໃນປີໜ້າ. ທ່ານ POSNER ເປັນລັດຖະມົນຕີ ຊ່ອຍວ່າການ ກະຊວງການ ຕ່າງປະເທດ ສະຫະລັດ ຮັບຜິດຊອບ ກ່ຽວກັບເລື່ອງ ປະຊາທິປະໄຕ ສິດທິມະນຸດ ແລະແຮງງານ.

ທ່ານໄດ້ກ່າວເຖິງ ການເຈລະຈາ ໃນອາທິດນີ້ວ່າ ກົງໄປກົງມາ ສ້າງສັນ ແລະເຄົາຣົບ ຊຶ່ງກັນແລະກັນ. ທ່ານ POSNER ກ່າວວ່າ ສະຫະລັດ ໄດ້ຍົກເອົາເລື່ອງ ພວກຄັດຄ້ານ ລັດຖະບານສ່ວນໃຫຍ່ ຂຶ້ນມາ ສົນທະນາຫາລື ເປັນກໍລະນີໆ ຮວມທັງ ກໍລະນີ ນັກເຄື່ອນໄຫວ ເພື່ອປະຊາທິປະໄຕ ຫລິວສ້ຽວບໍ ແລະທະນາຍຄວາມ ສິດທິມະນຸດ ກ່າວສີເຊັງ.

ທ່ານກ່າວວ່າ ສະຖານະການ ດ້ານສິດທິມະນຸດ ຢູ່ໃນທິເບດ ແລະເຂດຊິນຈຽງ ທີ່ມີຊາວມຸສະລິມ ອາໄສຢູ່ ເປັນຈຳນວນ ຫລວງຫລາຍ ຂອງຈີນນັ້ນ ກໍໄດ້ຖືກຍົກຂຶ້ນມາ ຫາລືກັນ ແຕ່ທ່ານບໍ່ໄດ້ ໃຫ້ລາຍລະອຽດ ເພີ້ມຕື່ມ. ການເຈລະຈາຫາລື ໃນສັບປະດານີ້ ແມ່ນເປັນການພົບປະ ກ່ຽວກັບເລື່ອງ ສິດທິມະນຸດ ຄັ້ງທີ 2 ເທົ່ານັ້ນ ລະຫວ່າງສະຫະລັດ ແລະຈີນ ນັບແຕ່ປີ 2002 ເປັນຕົ້ນມາ.

XS
SM
MD
LG