ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ການໂຈມຕີ ພວກເດັກນ້ອຍ ນັກຮຽນ ຢູ່ຈີນ


ອົງການຂ່າວ ຂອງທາງການຈີນ ລາຍງານວ່າ ຄົນຮ້າຍ ທີ່ມີມີດເປັນອາວຸດ ໄດ້ສັງຫານ ເດັກນ້ອຍນັກຮຽນ 6 ຄົນ ແລະນາຍຄູຜູ້ນຶ່ງ ໃນເຫດຮ້າຍລ່າສຸດ ທີ່ມີມາເປັນລຳດັບ ໃນທົ່ວປະເທດຈີນ.

ອົງການຂ່າວຊິນຫົວ ລາຍງານວ່າ ການໂຈມຕີ ທີ່ວ່ານີ້ ເກີດຂຶ້ນທີ່ ໂຮງຮຽນ ອະນຸບານແຫ່ງນຶ່ງ ໃນຕອນເຊົ້າ ຂອງວັນພຸດມື້ນີ້ ທີ່ແຂວງຊານສີ ໃນພາກຕາເວັນຕົກ ສຽງເໜືອຂອງຈີນ. ລາຍງານເວົ້າວ່າ ພວກເດັກນ້ອຍ ທີ່ເສຍຊີວິດ ໄດ້ຖືກຟັນຈົນຕາຍ. ລາຍງານ ກ່ອນໜ້ານີ້ ແຈ້ງວ່າ ມີເດັກນ້ອຍ 7 ຄົນ ເສຍຊີວິດ ແຕ່ໃນເວລາຕໍ່ມາ ເຈົ້າໜ້າທີ່ທ້ອງຖິ່ນ ໃນເມືອງຫາງຈອງ ໄດ້ໃຫ້ຄວາມ ກະຈ່າງແຈ້ງ ກ່ຽວກັບຈຳນວນ ພວກທີ່ຕາຍ.

ນອກນັ້ນແລ້ວ ຍັງມີພວກເດັກນ້ອຍ ອີກ 20 ຄົນ ໄດ້ຮັບບາດເຈັບ. ເຈົ້າໜ້າທີ່ ເມືອງຫາງຈອງ ອີກຄົນນຶ່ງ ກ່າວຕໍ່ ອົງການຂ່າວ ຊິນຫົວວ່າ ຜູ້ໂຈມຕີ ໄດ້ຂ້າໂຕຕາຍ ແຕ່ບໍ່ໄດ້ ໃຫ້ລາຍລະອຽດຫຍັງ ເພີ້ມຕື່ມ.

ການໂຈມຕີ ໂຮງຮຽນຕ່າງໆ ໃນທົ່ວປະເທດຈີນ ເຮັດໃຫ້ພວກເດັກນ້ອຍ ເສຍຊີວິດແລ້ວ 15 ຄົນ ແລະອີກ 68 ຄົນ ໄດ້ຮັບບາດເຈັບ ນັບແຕ່ ທ້າຍເດືອນມີນາ ເປັນຕົ້ນມາ. ການໂຈມຕີເຫລົ່ານີ້ ຍັງເຮັດໃຫ້ຜູ້ໃຫຍ່ ເສຍຊີວິດອີກ 1 ຄົນ ແລະໄດ້ຮັບບາດເຈັບ 4 ຄົນ.

XS
SM
MD
LG