ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຈີນເປີດງານ ມະຫະກຳ ສະແດງສິນຄ້າໂລກ


ການຈູດບັ້ງໄຟດອກ ໃນພິທີເປີດງານ ມະຫະກຳ ສະແດງສິນຄ້າໂລກ ຢູ່ນະຄອນຊຽງໄຮ້ (30 ເມສາ 2010)
ການຈູດບັ້ງໄຟດອກ ໃນພິທີເປີດງານ ມະຫະກຳ ສະແດງສິນຄ້າໂລກ ຢູ່ນະຄອນຊຽງໄຮ້ (30 ເມສາ 2010)

ຈີນໄດ້ເປີດງານ ມະຫະກຳ ສະແດງສິນຄ້າໂລກ ປີ 2010 ດ້ວຍການຈູດ ບັ້ງໄຟດອກ ແຄມນຳ ສະແດງແສງແລເຊີ ທີ່ໃຫຍ່ໂຕມະໂຫລານ ປານໆກັນກັບ ການເປີດການແຂ່ງຂັນ ກິລາໂອລິມ ທີ່ນະຄອນຫລວງປັກກິ່ງ. ພິທີເປີດງານ ມະຫະກຳ ສະແດງສິນຄ້າໂລກ ທີ່ນະຄອນຊຽງໄຮ້ ແມ່ນຮວມທັງ ການສະແດງ ແສງ ສີ ສຽງ ຂອງລະບົບ ມູນຕີເມເດຍ ຮວມທັງ ຈໍໂທລະພາບ ທີ່ຍາວໄປຕາມ ແຄມແມ່ນຳຫວງປູ. ແມ່ນຳດັ່ງກ່າວ ຊຶ່ງຕາມປົກກະຕິແລ້ວ ຈະຂຸ້ນນັ້ນ ໄດ້ຮຸ່ງໄປດ້ວຍ ແສງຈາກໝາກບານ ທີ່ມີ 6 ພັນສີ ໄຫລລ່ອງລອຍ ໄປຕາມກະແສນຳ. ປະທານປະເທດຈີນ ທ່ານຫູຈິນເທົາ ໄດ້ກ່າວຕ້ອນຮັບ ພວກຜູ້ນຳຂອງໂລກ ຮວມທັງ ປະທານາທິບໍດີ ຝຣັ່ງ ທ່ານ NICOLAS SARKOZY ປະທານາທິບໍດີ ເກົາຫລີໃຕ້ ທ່ານ LEE MYUNG BAK ແລະຄົນອື່ນໆ ທີ່ໄປຮ່ວມ ພິທີເປີດງານ ມະຫະກຳ ສະແດງສິນຄ້າໂລກ ເປັນເວລາ 6 ເດືອນ. ເປັນທີ່ຄາດກັນວ່າ ຈະມີພວກນັກທ່ອງທ່ຽວ ຫລາຍກວ່າ 70 ລ້ານຄົນ ໄປເບິ່ງໄປຊົມ ງານສະແດງດັ່ງກ່າວ ຊຶ່ງຈະມີການ ອອກຫ້າງຮ້ານ ສະແດງສິນຄ້າ ຈາກບໍ່ຕຳກວ່າ 190 ປະເທດ. ງານສະແດງສິນຄ້າໂລກ ໄດ້ເປີດ ຢ່າງເປັນທາງການ ໃຫ້ປະຊາຊົນ ເຂົ້າເບິ່ງເຂົ້າຊົມໄດ້ ໃນວັນເສົາມື້ນີ້.

XS
SM
MD
LG