ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເປັນຫຍັງຈີນ ຈຶ່ງຮັບປະກັນວ່າ ຕ້ອງສະແດງກໍາລັງຂອງຕົນ ໃຫ້ເທົ່າກັບ ກໍາລັງຂອງກໍາປັ່ນບັນທຸກ ເຮືອບິນ ສຫລ ໃນທະເລຈີນໃຕ້


ເຮືອບິນລົບ F-35B ສາຍຟ້າແລບຂອງສະຫະລັດກຽມທີ່ຈະລົງຈອດຢູ່ເດີ່ນເທິງກໍາປັ່ນ USS America ຂອງສະຫະລັດໃນຂະນະທີ່ບິນປະຕິບັດງານຢູ່ໃນທະເລຈີນໃຕ້ (ພາບຖ່າຍໃນວັນທີ 18 ເມສາ, 2020)
ເຮືອບິນລົບ F-35B ສາຍຟ້າແລບຂອງສະຫະລັດກຽມທີ່ຈະລົງຈອດຢູ່ເດີ່ນເທິງກໍາປັ່ນ USS America ຂອງສະຫະລັດໃນຂະນະທີ່ບິນປະຕິບັດງານຢູ່ໃນທະເລຈີນໃຕ້ (ພາບຖ່າຍໃນວັນທີ 18 ເມສາ, 2020)

ກໍາປັ່ນບັນທຸກເຮືອບິນ 3 ລໍາ ໄດ້ແລ່ນອອກໄປຫາທະເລຈີນໃຕ້ໃນອາທິດນີ້ ຊຶ່ງເປັນການສະແດງກໍາລັງຢ່າງໃຫຍ່ໃຫ້ເຫັນ ແບບບໍ່ທໍາມະດາ ຢູ່ໃນເຂດໜ່ານນໍ້າ ຂອງເອເຊຍທີ່ມີການຂັດແຍ້ງກັນແຫ່ງນັ້ນ ແລະຂ້ອນຂ້າງວ່າຈະເປັນການເຕືອນ ໃຫ້ປັກກິ່ງຮູ້. ສ່ວນຈີນນັ້ນກໍບໍ່ໄດ້ເຮັດຫຍັງໝົດ ແຕ່ກໍຮັບປະກັນວ່າ ຈະຕອບໂຕ້ ຄືນ ດ້ວຍການສະແດງໃຫ້ເຫັນເຖິງກໍາລັງທະຫານຂອງຕົນ, ແຕ່ຢ່າງໃດກໍຕາມ ບໍ່ມີຝ່າຍໃດຄາດວ່າ ຈະເປັນຜູ້ເລີ້ມຍິງອອກມາ.

ຈີນມີຄວາມຫວັງທີ່ຈະຕອບໂຕ້ຕໍ່ການເຄື່ອນໄຫວທາງທະຫານໃດໆ ຂອງສະຫະ ລັດ ຢ່າງໜ້ອຍກໍໃຫ້ມັນຢູ່ໃນລັກສະນະທີ່ເທົ່າກັນ ເພື່ອສະແດງໃຫ້ເຫັນ ຄວາມ ແຂງແກ່ນເປັນພິເສດ ຢູ່ໃນປີແຫ່ງການເລືອກຕັ້ງຂອງສະຫະລັດນີ້, ເພື່ອໃຫ້ບັນ ດາປະເທດທີ່ນ້ອຍກວ່າ ຢູ່ໃນຂົງເຂດເອເຊຍມີຄວາມປະທັບໃຈ ແລະເຮັດໃຫ້ປະ ຊາຊົນຂອງຕົນຮູ້ສຶກຕື່ນເຕັ້ນ, ອີງຕາມບັນດານັກວິເຄາະທາງການເມືອງ.

“ນະໂຍບາຍໃນປັດຈຸບັນຂອງຈີນ ກໍຄືວ່າ ຖ້າຫາກສະຫະລັດເຮັດສິ່ງໃດ ສິ່ງນຶ່ງ ລົງໄປ, ພວກເຮົາຕ້ອງໄດ້ຕອບໂຕ້ຄືນ ຢູ່ໃນສັດສ່ວນທີ່ເປັນລະດັບດຽວກັນທາງ ດ້ານຄວາມຮຸນແຮງ ແລະກໍຢູ່ໃນລະດັບດຽວກັນທາງດ້ານຄວາມຮ້າຍແຮງ,” ນັ້ນ ຄືຄໍາເວົ້າຂອງທ່ານ ຢຸນຊຸນ, ເຈົ້າໜ້າທີ່ຂັ້ນສູງຂອງໂຄງການເອເຊຍປາຊີຟິກ ຢູ່ ທີ່ສູນກາງສຕິມສັນ ຊຶ່ງເປັນອົງການຄົ້ນຄວ້າຢູ່ໃນນະຄອນວໍຊິງຕັນ.

ກຸ່ມກໍາປັ່ນບັນທຸກເຮືອບິນ USS Theodore Roosevelt, USS Nimitz ແລະ USS Ronald Reagan ໄດ້ເຂົ້າໄປໃນເຂດທະເລຈີນໃຕ້ ໃນທ້າຍ ເດືອນມິຖຸນາທີ່ຜ່ານມາ, ອີງຕາມກອງບັນຊາການເຂດອິນໂດ-ປາຊີຟິກ.

ກຸ່ມກໍາປັ່ນບັນທຸກເຮືອບິນ Nimitz and Ronald Reagan ແມ່ນເພື່ອເຂົ້າຮ່ວມ “ການຊ້ອມລົບ ແລະ ການປະຕິບັດງານແບບຮວມກັນ ທີ່ຮັກສາຄວາມ ມຸ້ງໝັ້ນທີ່ມີລັກສະນະຕອບກັບ, ຢືດຢຸ່ນ ແລະທົນທານໄວ້ ຕໍ່ຂໍ້ຕົກລົງໃນການ ໃຫ້ການປ້ອງກັນແກ່ກັນແລະກັນ ກັບ ບັນດາພັນທະມິດ ແລະຄູ່ພາຄີຢູ່ໃນຂົງ ເຂດອິນໂດ-ປາຊີຟິກ,” ນັ້ນຄືຄໍາເວົ້າຂອງ ກອງບັນຊາການ ອິນໂດ-ປາຊີຟິກ ທີ່ກ່າວຢູ່ໃນຖະແຫລງການສະບັບນຶ່ງ ໃນວັນທີ 29 ມິຖຸນາຜ່ານມາ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG