ປະທານາທິບໍດີ ຟີລິບປິນ ທ່ານ ໂຣດຣິໂກ ດູເທີເຕ ໄດ້ຖືກຕິຕຽນຈາກຕ່າງປະເທດມາ
ເປັນເວລາດົນນານ ຕໍ່ການອະນຸຍາດໃຫ້ຕຳຫຼວດຍິງສັງ ຫານ ໃນການບຸກເຂົ້າໄປກວດ
ຄົ້ນພວກຄ້າຢາເສບຕິດ. ທ່ານໄດ້ເຮັດອີກຄັ້ງໜຶ່ງໃນເວລາທີ່ໄດ້ຜັກດັນໃຫ້ ສະຫະລັດ
ທີ່ເປັນພັນທະມິດເກົ່າອອກໄປ, ເພື່ອສະໜັບສະໜູນສາຍພົວພັນທີ່ໃກ້ຊິດກວ່າກັບ ຈີນ
ແລະ ອີກຄັ້ງໜຶ່ງເມື່ອທ່ານໄດ້ປະກາດກົດໄອຍະການເສິກໃນພາກໃຕ້ຂອງປະເທດ ເພື່ອ
ຕໍ່ສູ້ກັບກຸ່ມກະບົດມຸສລິມ.
ແຕ່ຫຼັງຈາກການດຳລົງຕຳແໜ່ງມາໄດ້ໜຶ່ງປີ, ອະດີດຜູ້ປົກຄອງເມືອງທີ່ໃຫຍ່ເປັນອັນດັບ
ສອງ ຂອງປະເທດໝູ່ເກາະ ໃນເອເຊຍຕາເວັນອອກ ສຽງໃຕ້ ທີ່ມີອາຍຸ 72 ປີຄົນນີ້ແມ່ນ
ກຳລັງຂີ່ຄື້ນຄວາມນິຍົມຂອງປະຊາຊົນ ຍ້ອນວ່າຫຼາຍໆຄົນມັກທ່ານ ເພາະວຽກງານ
ຕ່າງໆແລ້ວສຳເລັດ.
ທ່ານ Herman Kraft ນັກລັດຖະສາດທີ່ມະຫາວິທະຍາໄລ Diliman ຂອງ ຟີລິບປິນ ໄດ້ກ່າວວ່າ “ຄວາມສົງໄສຂອງຂ້າພະເຈົ້າ ກໍແມ່ນທ່ານຍັງຈະມີຄວາມນິຍົມ ໃນລະ
ດັບນີ້ເປັນເວລາດົນກວ່າລັດຖະບານອື່ນ ຕາບໃດທີ່ທ່ານຍັງຖືກມອງເຫັນວ່າ ໄດ້ບັນ
ລຸຄວາມສຳເລັດໃນສິ່ງໃດສິ່ງໜຶ່ງແທ້ໆ.”
ລັດຖະບານຂອງທ່ານ ດູເທີເຕ ໄດ້ຮັບຄວາມພໍໃຈຈາກປະຊາຊົນ ຟີລິບປິນ 75 ເປີເຊັນ, ອີງຕາມການກ່າວຂອງ ສະຖາບັນຄົ້ນຄວ້າ Social Weather ທີ່ມີຫ້ອງການຕັ້ງຢູ່ນະ
ຄອນຫຼວງ ມະນີລາ ໃນເດືອນເມສາທີ່ຜ່ານມາ. ປະທານາທິບໍດີ ຟີລິບປິນ ຫ້າຄົນທີ່ຜ່ານ
ມາ, ມີແຕ່ທ່ານ Benigno Aquino ທີ່ດຳລົງຕຳແໜ່ງກ່ອນໜ້າທ່ານ ດູເທີເຕ ພຽງຄົນ
ດຽວ ທີ່ໄດ້ຮັບຄະແນນທຽບເທົ່າທ່ານ.