ປະທານປະເທດຈີນທ່ານ Hu Jintao ກ່າວວ່າ ປະເທດຂອງທ່ານມີຄວາມກະຕືລືລົ້ນ
ຈະພັດທະນາ “ສາຍພົວພັນຍຸດທະສາດ” ກັບເຢຍຣະມັນ.
ທ່ານ Hu ໃຫ້ຄວາມເຫັນດັ່ງກ່າວ ໃນວັນສຸກນີ້ ໃນການເລີ້ມຕົ້ນ ການພົບປະກັບທ່ານ
ນາງ Angela Merkel ນາຍົກລັດຖະມົນຕີເຢຍຣະມັນ ຢູ່ທີ່ສາລາປະຊາຊົນ ໃນນະ
ຄອນຫຼວງປັກກິ່ງ. ອົງການຂ່າວຊິນຫົວ ຂອງທາງການຈີນກ່າວວ່າ ຜູ້ນໍາຈີນບອກກັບ
ທ່ານນາງ Merkel ວ່າ ຄວາມສໍາພັນສອງຝ່າຍ ໄດ້ເຕີບໃຫຍ່ຂະຫຍາຍໂຕຂື້ນ “ຢ່າງ
ເລິກເຊີ່ງແລະກ້ວາງຂວາງ ແບບບໍ່ເຄີຍມີມາກ່ອນ” ນັບຕັ້ງແຕ່ທັງສອງປະເທດໄດ້ສະຖາ
ປະນາຄວາມສຳພັນລະຫວ່າງກັນ ມາເປັນເວລາສີ່ທົດສະວັດຜ່ານມາ.
ທ່ານນາງ Merkel ໄດ້ສະທ້ອນເຖິງຄວາມຮູ້ສຶກຂອງທ່ານ Hu ຢູ່ໃນຄໍາຖະແຫລງຂອງ
ທ່ານນາງແລະກ່າວວ່າ ເຢຍຣະມັນພ້ອມແລ້ວທີ່ຈະດຳເນີນງານຮ່ວມກັບປັກກິ່ງເພື່ອສ້າງ
ຄວາມກ້າວໜ້າໃຫ້ແກ່ຄວາມສໍາພັນກັບຢູໂຣບ.
ຜູ້ນໍາເຢຍຣະມັນ ພວມຢູ່ໃນລະຫວ່າງການຢ້ຽມຢາມຈີນມື້ທີ່ສອງຂອງທັງໝົດສາມວັນ.