ເມື່ອຈີນພິມເຜີຍແຜ່ສະມຸດປົກຂາວກ່ຽວກັບການປ້ອງກັນ
ປະເທດ ທີ່ອອກໃນທຸກໆ 2 ປີຂອງຕົນ ເມື່ອໄວໆມານີ້
ແມ່ນເປັນທີ່ຈະແຈ້ງວ່າ ບັນຫາຄວາມປອດໄພທາງທະເລ
ອັນດັບນຶ່ງຂອງປະເທດກໍຄືໄຕ້ຫວັນ ຊຶ່ງເປັນເກາະໆນຶ່ງ
ທີ່ມີລັດຖະບານປົກຄອງຕ່າງຫາກ ທີ່ປັກກິ່ງຖືວ່າເປັນພາກສ່ວນນຶ່ງຂອງດິນ ແດນຈີນນັ້ນ.
ນຶ່ງໃນບັນຫາທາງທະເລທີ່ບໍ່ໄດ້ຮັບຄວາມສົນໃຈຫຼາຍປານໃດ ແຕ່ຫາກເປັນບັນຫາຂັດແຍ້ງ ນັ້ນກໍຄືເລື່ອງໝູ່ເກາະໝູ່ດອນ ທີ່ຢູ່ອ້ອມແອ້ມປະເທດຈີນ.
ໃນເຂດທະເລຈີນໃຕ້ ກໍມີໝູ່ເກາະ Spratly ແລະໝູ່ເກາະ Paracel. ໝູ່ເກາະ Spratly ສ່ວນໃຫຍ່ແລ້ວແມ່ນເປັນໝູ່ເກາະຫີນທີ່ບໍ່ມີຄົນອາໄສຢູ່ ຊຶ່ງ ມີການອ້າງກຳມະສິດໂດຍ
ບຣູນາຍ ຈີນ ມາເລເຊຍ ຟີລິບປິນ ໄຕ້ຫວັນ ແລະ
ຫວຽດນາມ. ສ່ວນໝູ່ເກາະ Paracel ນັ້ນເປັນກຸ່ມໝູ່
ເກາະນ້ອຍໆ ທີ່ອ້າງກຳມະສິດໂດຍຈີນ ໄຕ້ຫວັນ ແລະຫວຽດນາມ.
ຢູ່ໃນເຂດທະເລຈີນຕາເວັນອອກ ຈີນແລະຍີ່ປຸ່ນ ກໍໄດ້ມີການຂັດແຍ້ງກັນຢ່າງແຂງຂັນກ່ຽວກັບວ່າໃຜເປັນເຈົ້າຂອງໝູ່ເກາະທີ່ຈີນເອີ້ນວ່າ Diaoyu ແລະ ຍີ່ປຸ່ນເອີ້ນວ່າ Senkaku.
ໝູ່ເກາະເຫຼົ່ານີ້ຕັ້ງຢູ່ໃກ້ໆກັບເສັ້ນທາງເດີນເຮືອແລະເຂດປະມົງການຄ້າທີ່ສຳ ຄັນ ແຕ່ສິ່ງທີ່ມີຄວາມສຳຄັນຍິ່ງໄປກວ່ານັ້ນ ແມ່ນເປັນທີ່ເຊື່ອກັນວ່າໝູ່ເກາະເຫຼົ່ານີ້ ຕັ້ງກວມບໍ່ນໍ້າມັນສຳຮອງຂະໜາດໃຫຍ່ຢູ່.
ທ່ານ Gabe Collins ແມ່ນນັກຊ່ຽວຊານດ້ານຜະລິດຕະພັນສິນຄ້າ ປະຈຳເວັບໄຊທ໌ວິເຄາະ China SignPost ກ່າວວ່າທ່ານຄິດວ່າຄວາມຫິວກະຫາຍ ໃນການຢາກໄດ້ພະລັງງານຂອງຈີນແມ່ນຄຳອະທິບາຍທີ່ສຳຄັນອັນນຶ່ງຕໍ່ການ ໃຫ້ຄວາມສົນໃຈຂອງຈີນໃນການສືບຕໍ່ອ້າງອະທິປະໄຕຂອງຕົນເໜືອໝູ່ເກາະເຫຼົ່ານີ້.
ທ່ານ Collins ກ່າວວ່າ "ນໍ້າມັນແຕ່ລະຖັງທີ່ທ່ານສາມາດຜະລິດໄດ້ຈາກເຂດ ໃກ້ໆແຄມຝັ່ງທະເລຂອງຕົນນັ້ນແມ່ນເປັນຄວາມນຶກຄິດທີ່ດີທີ່ວ່າຢ່າງນ້ອຍກໍແມ່ນນໍ້າມັນນຶ່ງຖັງ ຈະຫຼຸດລົງ ຈາກທີ່ທ່ານຕ້ອງໄດ້ນຳເຂົ້າຈາກບ່ອນອື່ນໆ."
ທ່ານ Collins ຊີ້ໃຫ້ເຫັນວ່າ ການຜະລິດນໍ້າມັນໃນເຂດເທິງບົກຂອງຈີນນັ້ນພວມເລີ້ມຫຼຸດນ້ອຍຖອຍລົງ ແລະໃນອີກໄວໆນີ້ ຈີນຈຳເປັນຈະຕ້ອງໄດ້ຊອກຫາແຫຼ່ງນໍ້າມັນບ່ອນໃໝ່.
ສຽງ
ທ່ານ Collins ເວົ້າຕື່ມວ່າ "ແຕ່ທ່ານຄິດວ່າໃນໄລຍະສອງສາມປີຕໍ່ໜ້ານີ້ ການຜະລິດນໍ້າມັນເທິງບົກຂອງຈີນ ຍັງຈະສືບຕໍ່ຢູ່ໃນລະດັບເດີມ ຖ້າຫາກທຸກສິ່ງທຸກຢ່າງທາງດ້ານທໍລະນີວິທະຍາຫາກປາກົດເປັນຜົນດີໃຫ້ຈີນ ຕະຫຼອດທັງການສຳຫຼວດແລະການຜະລິດຢູ່ນອກແຄມຝັ່ງທະເລແລ້ວ ຂ້າພະເຈົ້າຄິດວ່າ ທ່ານຈະເຫັນການຜະ ລິດນໍ້າມັນແລະແກັສທຳມະຊາດຢູ່ນອກແຄມຝັ່ງທະເລຂອງຈີນເພີ່ມຂຶ້ນ ເປັນເປີເຊັນຂອງປະລິມານການຜະລິດທັງໝົດຂອງຈີນໃນໄລຍະ 5 ຫາ 10 ປີຂ້າງໜ້າ."
ເຫດຜົນທີ່ສຳຄັນອີກອັນປະການນຶ່ງທີ່ຈີນໄດ້ກ່າວອ້າງຢ່າງແຂງຂັນເອົາໝູ່ເກາະທີ່ເປັນບັນຫາຂັດແຍ້ງນັ້ນ ກໍແມ່ນກ່ຽວກັບກຽດສັກສີແຫ່ງຊາດ. ທ່ານ Li Mingjiang ສາດສະດາຈານສອນວິຊາລັດຖະສາດການປົກຄອງທີ່ສະຖາບັນການສຶກສານາໆຊາດຂອງມະຫາວິທະຍາໄລ Rajaratnam ທີ່ສິງກະໂປ ກ່າວວ່າ ຄວາມຮູ້ສຶກດັ່ງກ່າວແມ່ນກ່ຽວກັບປະວັດສາດເມື່ອໄວໆມານີ້ ທີ່ຈີນຮູ້ສຶກວ່າ ປະເທດມະຫາອຳນາດຕາເວັນຕົກໄດ້ສວຍໂອກາດຕັກຕວງເອົາຜົນປະໂຫຍດ.
ທ່ານ Li ກ່າວວ່າ "ແລະນີ້ແນ່ນອນແມ່ນພົວພັນກັບອັນທີ່ເອີ້ນວ່າ “ສັດຕະວັດ ແຫ່ງຄວາມອັບອາຍຂາຍໜ້າ” ແລະຊາວຈີນຫຼາຍໆຄົນຮູ້ສຶກວ່າ ໃນອະດີດຜ່ານມາຈີນແມ່ນມີຄວາມອ່ອນແອແລະບໍ່ສາມາດທີ່ຈະຄວບຄຸມຫຼືແຂ່ງຂັນກັບ ປະເທດມະຫາອຳນາດອື່ນໆຢູ່ໃນເຂດທະເລຈີນໃຕ້ເພື່ອປົກປ້ອງຜົນປະໂຫຍດຂອງຈີນ ແຕ່ປັດ ຈຸບັນນີ້ ຈີນມີຄວາມເຂັ້ມແຂງເພີ່ມຂຶ້ນແລະດັ່ງນັ້ນມັນຈຶ່ງເຖິງເວລາແລ້ວ ທີ່ຈະຕ້ອງປົກປ້ອງຜົນປະໂຫຍດຂອງຕົນ."
ຜົນປະໂຫຍດທັງສອງນີ້ແມ່ນໄດ້ເນັ້ນຢໍ້າຢູ່ໃນທຸກໆຄຳປະກາດຂອງທາງການຈີນກ່ຽວກັບເລື່ອງນີ້. ໃນເດືອນແລ້ວ ໄດ້ມີການຖາມໂຄສົກກະຊວງການຕ່າງ ປະເທດຂອງຈີນ ທ່ານນາງຈຽງຢູ ກ່ຽວກັບທ່າທີຂອງຈີນຕໍ່ການສຳຫຼວດຊອກ ຫານໍ້າມັນຂອງຟີລິບປິນຢູ່ໃນບໍລິເວນໝູ່ເກາະ Spratly ທີ່ມີການຂັດແຍ້ງກັນ ນັ້ນ.
ທ່ານນາງຈຽງຢູກ່າວວ່າ "ຈີນມີອະທິປະໄຕແບບທີ່ບໍ່ມີໃຜສາມາດໂຕ້ແຍ້ງໄດ້ ເໜືອເຂດໝູ່ເກາະ Spratly ທີ່ຈີນເອີ້ນໝູ່ເກາະ Nansha ນັ້ນ."
ທ່ານນາງເວົ້າວ່າ ການສຳຫຼວດຫານໍ້າມັນຫຼືແກັສທຳມະຊາດ ໂດຍປະເທດຫຼື ບໍລິສັດໃດໆກໍຕາມ ຢູ່ໃນເຂດນ່ານນໍ້າ ທີ່ຢູ່ພາຍໃຕ້ຂອບເຂດອຳນາດຂອງຈີນໂດຍປາດສະຈາກການອະນຸຍາດຂອງທາງການຈີນແລ້ວ ແມ່ນເປັນການລະເມີດຕໍ່ອະທິປະໄຕ ສິດທິແລະຜົນປະໂຫຍດຂອງຈີນ. ທ່ານນາງເວົ້າວ່າ ຈີນຖືວ່າ ການກະທຳດັ່ງກ່າວແມ່ນເປັນການກະທຳທີ່ຜິດກົດໝາຍ.
ຫຼາຍປະເທດພວມຈັບຕາຢ່າງໃກ້ຊິດເບິ່ງການປະຕິບັດງານຂອງກອງທັບເຮືອຈີນ.
ພົນເຮືອເອກ Robert Willard ຜູ້ບັນຊາການທະຫານໃນເຂດມະຫາສະມຸດ ປາຊີຟິກຂອງສະຫະລັດ ໃຫ້ການຕໍ່ຄະນະກຳມາທິການນຶ່ງຂອງສະພາຕໍ່າສະ ຫະລັດວ່າເຖິງແມ່ນວ່າການປະເຊີນໜ້າລະຫວ່າງເຮືອລົບຂອງສະຫະລັດແລະ ຈີນບໍ່ຄ່ອຍເກີດຂຶ້ນກໍຈິງ ແຕ່ກໍຍັງມີເຫດຜົນບາງຢ່າງທີ່ຈະຕ້ອງວິຕົກກັງວົນ.
ພົນເຮືອເອກ Willard ເວົ້າວ່າ "ຈີນຍັງສືບຕໍ່ເປັນເງົາຕິດຕາມກຳປັ່ນລົບຂອງ ພວກເຮົາຈຳນວນນຶ່ງ ໃນຂະນະທີ່ກຳປັ່ນເຫຼົ່ານີ້ປະຕິບັດພາລະກິດຢູ່ໃນເຂດ ນ່ານນໍ້າສາກົນ ທີ່ຢູ່ໃກ້ກັບຈີນ. ການປະເຊີນໜ້າທີ່ໄດ້ເກີດຂຶ້ນ ແມ່ນມີຂຶ້ນກັບປະເທດພາຄີແລະພັນທະມິດຂອງພວກເຮົາຢູ່ໃນຂົງເຂດ."
ທ່ານໄດ້ຊີ້ໃຫ້ເຫັນອຸບັດຕິເຫດທີ່ໄດ້ເກີດຂຶ້ນເມື່ອໄວໆມານີ້ກັບຍີ່ປຸ່ນທີ່ໝູ່ເກາະ Senkaku ຫຼື Diaoyu ແລະເກີດຂຶ້ນກັບຟີລິບປິນໃນເຂດທະເລຈີນໃຕ້.
ສະຫະລັດໄດ້ກໍ່ໃຫ້ເກີດບັນຫາຖົກຖຽງໂຕ້ແຍ້ງຢູ່ໃນຂົງເຂດ ເມື່ອເດືອນກໍລະ ກົດປີກາຍເວລາລັດຖະມົນຕີການຕ່າງປະເທດສະຫະລັດ ທ່ານນາງ Hillary Clinton ກ່າວວ່າ ວໍຊິງຕັນຄິດວ່າ ບັນດາປະເທດ ທີ່ອ້າງກຳມະສິດທັງຫຼາຍຄວນຈະດຳເນີນ ໃນການອ້າງກຳມະສິດເອົາດິນແດນຂອງພວກຕົນໃຫ້ສອດຄ່ອງກັບສົນທິສັນຍາວ່າດ້ວຍກົດໝາຍທາງທະເລຂອງອົງການສະຫະປະຊາຊາດ.
ສາດສະດາຈານ Li ຈາກມະຫາວິທະຍາໄລ Rajaratnam ຂອງສິງກະໂປ ກ່າວວ່າ ການໃຫ້ຄວາມເຫັນດັ່ງກ່າວຂອງລັດຖະມົນຕີຕ່າງປະເທດສະຫະລັດ ໄດ້ສ້າງຄວາມກົງວົນໃຈໃຫ້ແກ່ຈີນ. ທ່ານເວົ້າວ່າ ປັກກິ່ງພວມຊອກຫາຊ່ອງທາງ ທີ່ຈະແກ້ໄຂບັນຫາຂັດແຍ້ງກ່ຽວກັບເລື່ອງເຂດນໍ້າແດນດິນ ແບບສອງຝ່າຍ ຍ້ອນຈີນຮູ້ສຶກວ່າ ມີໂອກາດຫຼາຍກວ່າ ທີ່ການດຳເນີນການນີ້ຈະໃຫ້ຕົນເປັນຝ່າຍໄດ້ປຽບ.
ທ່ານ Li ເວົ້າວ່າ "ປັດຈຸບັນນີ້ ຈີນບໍ່ໄດ້ຄວບຄຸມ ບັນດາເກາະໃຫຍ່ໆໃນໝູ່ເກາະ Spratly ແລະຫຼາຍໆຂໍ້ມາດຕາຂອງສົນທິສັນຍາອົງການສະຫະປະ ຊາຊາດວ່າດ້ວຍກົດໝາຍທາງທະເລນັ້ນກໍບໍ່ໄດ້ໃຫ້ການສະໜັບສະໜຸນຕໍ່ທ່າ ທີຂອງຈີນເຊັ່ນດຽວກັນ ດັ່ງນັ້ນຝ່າຍຈີນຈຶ່ງມີຄວາມຢ້ານກົວວ່າໃນທີ່ສຸດຈີນ ອາດຈະເປັນຝ່າຍສູນເສຍ ຫຼາຍໆສິ່ງຫຼາຍຢ່າງຢູ່ໃນເຂດທະເລຈີນໃຕ້ ຖ້າບັນຫາຂັດແຍ້ງດັ່ງກ່າວຫາກໄດ້ມີການນຳສະເໜີຕໍ່ຄະນະໄກ່ເກ່ຍຂອງນາໆຊາດ."
ທ່ານ Li ກ່າວວ່າ ທ່ານຄິດວ່າ ບັນດາປະເທດຕ່າງໆໃນເຂດເອເຊຍຕາເວັນ ອອກສຽງໃຕ້ມີຄວາມດີໃຈ ໃນການທີ່ໄດ້ເຫັນສະຫະລັດເຂົ້າໄປພົວພັນໃນບັນ ຫາຂັດແຍ້ງທາງທະເລ ຢູ່ໃນເຂດທະເລຈີນໃຕ້. ແຕ່ທ່ານເວົ້າວ່າ ຍ້ອນທຸກໆ ປະເທດຢູ່ໃນຂົງເຂດຕ່າງກໍກາງຕໍ່ຈີນທາງດ້ານເສດຖະກິດແລ້ວ ດັ່ງນັ້ນພວກ ເຂົາເຈົ້າຈຶ່ງບໍ່ຢາກທີ່ຈະຖືກບັງຄັບ ໃຫ້ເຂົ້າຂ້າງຝ່າຍໃດຝ່າຍນຶ່ງ.