ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຈີນຂະຫຍາຍ ກຳລັງລາດຕະເວນ ທາງທະເລ


ທະຫານເຮືອຢູ່ເທິງກຳປັ່ນລົບລູກສອນໄຟນຳວິຖີ Zhoushan ຂອງກອງທັບເຮືອ ກອງທັບປົດປ່ອຍປະຊາຊົນຈີນ
ທະຫານເຮືອຢູ່ເທິງກຳປັ່ນລົບລູກສອນໄຟນຳວິຖີ Zhoushan ຂອງກອງທັບເຮືອ ກອງທັບປົດປ່ອຍປະຊາຊົນຈີນ

ສື່ມວນຊົນຂອງທາງການຈີນລາຍງານວ່າ ຈີນຈະຂະຫຍາຍກຳລັງລາດຕະເວນທາງທະເລຫຼື
ໜ່ວຍຍາມຝັ່ງຂອງຕົນພາຍໃນທົດສະວັດໜ້າຂະນະທີ່ຄວາມເຄັ່ງຕຶງເພີ່ມທະວີຂຶ້ນລະຫວ່າງ
ປັກກິ່ງແລະບັນດາປະເທດເພື່ອນບ້ານໃນເຂດທະເລຈີນໃຕ້ກ່ຽວກັບໝູ່ເກາະໝູ່ດອນຈຳນວນ
ນຶ່ງທີ່ກ່າວກັນວ່າມີຊັບພະຍາກອນທຳມະຊາດສຳຮອງໃນປະລິມານຫຼວງຫຼາຍນັ້ນ.

ໜັງສືພິມ China Daily ລາຍງານວ່າ ກອງກຳລັງສັງເກດການທາງທະເລຂອງຈີນຈະເພີ່ມ
ເຮືອບິນ 16 ລຳແລະເຮືອອີກ 350 ລຳເຂົ້າປະຈຳການພາຍໃນປີ 2015 ແລະເພີ່ມເຈົ້າໜ້າ
ທີ່ຊຶ່ງໃນປັດຈຸບັນນີ້ມີຢູ່ 9,000 ຄົນຂຶ້ນເປັນ 15,000 ຄົນພາຍໃນປີ 2020 ແລະຈຳນວນ
ເຮືອຫຼືກຳປັ່ນທີ່ເຂົ້າປະຈຳການກໍຈະເພີ່ມຂຶ້ນເປັນ 520 ລຳພາຍໃນປີ 2020.

ກຳລັງສັງເກດການທາງທະເລ ແມ່ນຢູ່ພາຍໃຕ້ການປົກຄອງຂອງອົງການຄຸ້ມຄອງມະຫາສະ
ມຸດແຫ່ງລັດຊຶ່ງເປັນຜູ້ກຳກັບດູແລເຂດແຄມຝັ່ງທະເລແລະນ່ານນໍ້າຂອງຈີນ. ໜັງສືພິມສະບັບ
ນີ້ແຈ້ງໃຫ້ຊາບຕື່ມວ່າການລ່ວງລໍ້າຂອງຕ່າງປະເທດເຂົ້າໄປໃນເຂດນ່ານນໍ້າແລະເຂດອາກາດ
ຂອງຈີນໄດ້ເພີ່ມທະວີຂຶ້ນ ໃນໄລຍະສອງສາມປີຜ່ານມາຄືໃນປີ 2010 ແລ້ວນີ້ ມີກຳປັ່ນຕ່າງ
ປະເທດ 1,303 ລຳ ແລະເຮືອບິນອີກ 214 ລຳ ໄດ້ລ່ວງລໍ້າເຂົ້າໄປໃນເຂດແດນຊາຍແດນ
ຂອງຈີນສົມທຽບໃສ່ການລ່ວງລໍ້າຮວມກັນ 110 ຄັ້ງໃນປີ 2007.

XS
SM
MD
LG