ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ຈີນມີແຜນການ ຈັດການທ່ອງທ່ຽວໝູ່ເກາະ ໃນເຂດທະເລຈີນໃຕ້ ທີ່ເປັນຂໍ້ຂັດແຍ້ງກັນນັ້ນ


ກໍ່າປັ່ນຈີນ ກໍາລັງຢູ່ໃນເຂດທະເລຈີນໃຕ້
ກໍ່າປັ່ນຈີນ ກໍາລັງຢູ່ໃນເຂດທະເລຈີນໃຕ້

ຈີນ​ກ່າວ​ວ່າ ຕົນ​ຈະ​ອະນຸຍາດ​ໃຫ້​ພວກ​ນັກ​ທ່ອງ​ທ່ຽວ ​ໄປ​ທ່ຽວ​ຊົມ​ໝູ່​ເກາະຕ່າງໆ​ທີ່​ເປັນ​ຂໍ້
ຂັດ​ແຍ້​ງກັນ​ໃນ​ເຂດ​ທະ​ເລ​ຈີນ​ໃຕ້ ຊຶ່ງ​ເປັນ​ການ​ເຄຶ່ອນ​ໄຫວ ທີ່​ມີ​ທ່າທີ​ວ່າ​ຈະ​ເພີ່ມ​ຄວາມ​ເຄັ່ງ​
ຕຶງ​ຍິ່ງ​ຂຶ້ນ​ໄປ​ອີກ​ ກ່ຽວ​ກັບ​ເຂດ​ນ່ານນໍ້າ​ທະ​ເລທີ່​ກ້ວາງ​ໃຫຍ່​ໄພສານ​ແຫ່ງ​ນັ້ນ.

ແຜນການດັ່ງ​ກ່າວ​ຂອງ​ປັກ​ກິ່ງສໍາລັບ​ໝູ່​ເກາະ Paracel ມີ​ທ່າ​ທີ​ວ່າ​ຈະ​ສ້າງ​ຄວາມ​ຂຸ່ນ​ເຄືອງ​
ໃຫ້​ແກ່ຫວຽດນາມ ທີ່​ໄດ້​ອ້າງ​ເອົາ​ເປັນ​ກໍາມະສິດ​ໝູ່ເກາະ​ດັ່ງກ່າວ​ວ່າ​ ເປັນ​ອານາເຂດ​ຂອງ​
ຕົນເຊັ່ນ​ກັນ​ນັ້ນ. ນະຄອນຫລວງ​ຮາ​ໂນ​ຍ ​ໄດ້​ອອກ​ຖະ​ແຫລ​ງການ​ສະບັບ​ນຶ່ງ​ເມື່ອ​ອາທິດ
ຜ່ານ​ມາ​ນີ້ ປະນາມ ການ​ແຂ່ງຂັນ​ເຮືອໃບລົມ​ ຢູ່ອ້ອມໝູ່​ເກາະ Paracel ທີ່​ຈັດ​ຕັ້ງ​ຂຶ້ນມາ
ໂດຍ​ພວກ​ເຈົ້າໜ້າ​ທີ່​ແຂວງ​ໄຫໜານ​ຂອງ​ຈີນ.

ປັກ​ກິ່ງ​ແມ່ນ​ໄດ້​ເພີ່ມ​ການ​ເອົາ​ທ່າ​ທີ​ຮຸກ​ຮານ​ຂຶ້ນ​ໄປ​ນັບ​ມື້ ກ່ຽວ​ກັບ​ການ​ອ້າງ​ເອົາ​ກໍາມະສິດ
ໃນເຂດ​ທະ​ເລ​ຈີນ​ໃຕ້ທັງ​ໝົດ ທີ່​ມີ​ເນື້ອ​ທີ່ 3.5 ລ້ານ​ກິ​ໂລ​ແມດ​ມົນທົນ​ນັ້ນອັນ​ເປັນ​ການ​ສ້າງ
ຄວາມເປັນ​ປໍ​ລະ​ປັກຕໍ່​ກັນ​ ກັບ​ຫວຽດນາມ ​ແລະ​ຂູ່​ແຂ່ງອື່ນໆ​ຂອງຂົງ​ເຂດ ​ໂຮມ​ທັງຟິລິບ
ປິນ ມາ​ເລ​ເຊຍ ​ແລະ​ບຣູ​ໄນ ທີ່​ຕ່າງ​ກໍ​ອ້າງ​ເອົາພາກສ່ວນນຶ່ງຂອງເສ້ນທາງ​ເດີນ​ເຮືອ​ດັ່ງກ່າວ
ເປັນ​ກໍາມະສິດ​ຂອງ​ຕົນ​ເຊ່ນ​ກັນ.

ໃນກອງ​ປະຊຸມ​ສຸດ​ຍອດ​ຂອງ​ສະມາຄົມ​ອາ​ຊ່ຽນ​ໃນ​ອາທິດ​ນີ້ ບັນດາ​ຜູ້​ນໍາ​ກຸ່ມ​ 10 ປະ​ເທດ
ດັ່ງກ່າວ ຮັບປາກ​ວ່າ ຈະ​ປະຕິບັດງານ​ໃຫ້​ສໍາ​ເລັດລົງ​ໃນ​ທັນທີ ກ່ຽວ​ກັບ​ກົດ​ການ​ປະຕິບັດ
ເພື່ອ​ແກ້​ໄ​ຂບັນຫາ​ຂໍ້​ຂັດ​ແຍ້​ງຕ່າງໆ ກັບ​ຈີນ ຢູ່​ໃນ​ເຂດ​ທີ່​ອາດມີ​ຊັບພະຍາ​ກອບ​ອຸດົມສົມ
ບູນທີ່​ສຸດ​ນັ້ນ.

XS
SM
MD
LG