ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໑໘ ເມສາ ໒໐໒໔

ຈີນ ສະຫຼອງ ວັນເກີດ ຄົບຮອບ 120 ປີ ຂອງມື້ລາງ ປະທານ ເໝົາ ເຈີ ຕຸງ (ສະໄລດ໌/ວີດີໂອ)


ຜູ້ຊາຍຄົນນຶ່ງ ຍົກຮູບມື້ລາງ ປະທານເໝົາ ເຈີ ຕຸງ ຂຶ້ນ ຂະນະທີ່ຜູ້ກ່ຽວ ແລະບຸກຄົນອື່ນໆເຕົ້າໂຮມກັນ ຢູ່ຕໍ່ໜ້າຮູບປັ້ນ ຂະໜາດໃຫຍ່ຂອງທ່ານເໝົາ ເພື່ອສະຫຼອງວັນເກີດ ຄົບຮອບ 120 ປີຂອງທ່ານ ທີ່ Shaoshan ບ້ານເກີດຂອງທ່ານ (26 ທັນວາ 2012)
ຜູ້ຊາຍຄົນນຶ່ງ ຍົກຮູບມື້ລາງ ປະທານເໝົາ ເຈີ ຕຸງ ຂຶ້ນ ຂະນະທີ່ຜູ້ກ່ຽວ ແລະບຸກຄົນອື່ນໆເຕົ້າໂຮມກັນ ຢູ່ຕໍ່ໜ້າຮູບປັ້ນ ຂະໜາດໃຫຍ່ຂອງທ່ານເໝົາ ເພື່ອສະຫຼອງວັນເກີດ ຄົບຮອບ 120 ປີຂອງທ່ານ ທີ່ Shaoshan ບ້ານເກີດຂອງທ່ານ (26 ທັນວາ 2012)
ໃນວັນພະຫັດມື້ນີ້ ຈີນໄດ້ສະຫຼອງວັນເກີດ ຄົບຮອບ 120 ປີຂອງ
ທ່ານເໝົາ ເຈີ ຕຸງ ໂດຍມີພວກຜູ້ນຳຂັ້ນສູງໄປຮ່ວມ ໃນພິທີທີ່ຈັດ ຂຶ້ນຢູ່ອະນຸສອນສະຖານຂອງທ່ານເໝົາແລະກ່າວຊົມເຊີຍຜົນສຳ
ເລັດຂອງບຸກຄົນ ທີ່ໄດ້ກໍ່ຕັ້ງສາທາລະນະລັດປະຊາຊົນຈີນ.

ເຖິງແມ່ນການສະເຫລີມສະຫລອງບໍ່ຄ່ອຍຟົດຟື້ນປານໃດໃນປີນີ້ ພິທີໄວ້ອາໄລທີ່ສະແດງຄວາມເຄົາລົບນັບຖືຢ່າງສູງ ກໍໄດ້ຈັດຂຶ້ນ ຕາມແບບສະບັບຂອງພັກຄອມມູນິສຈີນ ຊຶ່ງແຕ່ໃດໆມາແມ່ນໄດ້ ອິງເອື່ອຍໃສ່ປະທານປະເທດທ່ານນີ້ ເວລາກ່າວອ້າງເຖິງຄວາມ ຖືກຕ້ອງຊອບທຳຂອງປະເທດຄອມມິວນິສຈີນ.



ທ່ານເໝົາ ຍັງສືບຕໍ່ເປັນບຸກຄົນ ທີ່ມີອິດທິພົນສູງຢູ່ໃນຈີນ ເຖິງແມ່ນພວກນັກວິເຄາະບາງຄົນ ເວົ້າວ່າ ປະຊາຊົນແມ່ນມີຄວາມຮູ້ສຶກບໍ່ຄ່ອຍແນ່ໃຈປານໃດກ່ຽວກັບມູນເຊື້ອຂອງທ່ານກໍຈິງ.

ປະທານປະເທດຈີນ ທ່ານສີ ຈິ້ນ ຜິງ ໄດ້ຮຽກຮ້ອງໃຫ້ທຳການສະເຫລີມສະຫລອງແບບລຽບ ງ່າຍ ເພື່ອເປັນຂີດໝາຍ ລະນຶກເຖິງວັນເກີດຂອງທ່ານເໝົານັ້ນ ເພື່ອໃຫ້ສອດຄ່ອງກັບການ ຊຸກຍູ້ຂອງທ່ານ ຕ້ານການຈັດພິທີ ແບບຫລູຫລາ ແລະສິ້ນເປືອງ ການໃຊ້ຈ່າຍ ຂອງຫລວງ. ສື່ມວນຊົນຂອງຈີນໄດ້ລາຍງານກ່ຽວກັບງົບປະມານແລະພິທີຕ່າງໆທີ່ຫລຸດໜ້ອຍລົງໃນການ ສະເຫລີມສະຫລອງເນື່ອງໃນໂອກາດວັນເກີດຂອງທ່ານເໝົານັ້ນ.

ຈີນ ສະຫຼອງ ວັນເກີດ ມື້ລາງ ທ່ານເໝົາ
please wait

No media source currently available

0:00 0:00:49 0:00
XS
SM
MD
LG