ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ການຜະລິດ ສິນຄ້າ ຂອງຈີນ ຫລຸດລົງ


ຜຸ້ຍິງຄົນນຶ່ງກໍາລັງກວດເບິ່ງລາຄາຂາຍເລ ຢູ່ຮ່ອມຕະຫຼາດ Hutong ໃນກຸງປັກກິ່ງ.
ຜຸ້ຍິງຄົນນຶ່ງກໍາລັງກວດເບິ່ງລາຄາຂາຍເລ ຢູ່ຮ່ອມຕະຫຼາດ Hutong ໃນກຸງປັກກິ່ງ.
ການສໍາຫລວດທຸລະກິດຢູ່ທີ່ກຸງປັກກິ່ງ ສະແດງໃຫ້ເຫັນວ່າ
ເດືອນກັນຍາ ແມ່ນເປັນເດືອນທີ 11 ລຽນຕິດ ທີ່ການຜະລິດ
ຂອງຈີນ ໄດ້ຫລຸດລົງ.


ການສັ່ງ ສິນຄ້າທີ່ສົ່ງອອກ ກໍໄດ້ຫລຸດລົງເຊັ່ນດຽວກັນ ໃນເດືອນກັນຍາຜ່ານມາ ຊື່ງເປັນ
ອັດຕາທີ່ຫຼຸດລົງຫຼາຍທີ່ສຸດໃນຮອບ 42 ເດືອນທ່າມກາງຄວາມຕ້ອງການ ທີ່ມີໜ້ອຍລົງ
ຂອງນາໆຊາດ.

ດັດຊະນີຜູ້ບໍລິຫານ HSBC ໄດ້ວັດແທກກິດຈະການກ່ຽວກັບການຜະລິດ ຢູ່ໃນລະດັບ 100 ຄະແນນ ຊຶ່ງໂຕເລກທີ່ຕໍ່າກວ່າ 50 ສະແດງໃຫ້ເຫັນເຖິງການຫົດໂຕ.

ຈໍານວນໂຕເລກສໍາລັບເດືອນກັນຍາ ໄດ້ຢູ່ 47.9 ທີ່ກ້າວຂື້ນມານ້ອຍນຶ່ງຈາກ 47.6 ໃນເດືອນສິງຫາ.

ນັກເສດຖະສາດຄົນນຶ່ງຂອງດັດຊະນີ HSBC ກ່າວວ່າ ການຫຼຸດລົງໃນການສັ່ງສິນຄ້າຂາ
ອອກ ແລະການບີບເຕັງ ຕະຫລາດວຽກງານ ທີ່ກ້ຽວກ່ອມຢູ່ນັ້ນໝາຍຄວາມວ່າ ປັກກິ່ງ “ຄວນເພີ້ມການຜ່ອນລົງເພື່ອສຸກຍູ້ການເຕີບໂຕ ແລະການຈ້າງແຮງງານ.” ທ່ານກ່າວວ່າ “ການວັດແທກປະຈໍາປີ” ຄວນມີບາດກ້າວອັນສໍາຄັນຫລາຍຂື້ນໃນເສດຖະກິດຂອງຈີນ
ໃນຫລາຍ ເດືອນທີ່ຈະມານີ້.
XS
SM
MD
LG