ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໖ ເມສາ ໒໐໒໔

ບັນຫາ ກ່ຽວປະເທດຈີນ ຄອບງຳ ກອງປະຊຸມ ອອສເຕຣເລຍ-ຍີ່ປຸ່ນ


ຮູບພາບການສ້າງສາ ຂອງຈີນທີ່ເກາະສະແປ​ຣັດລີ ທີ່ເປັນເຂດ
ຍາດແຍ່ງກັນ ໃນທະເລຈີນໃຕ້ ວັນທີ 21 ເມສາ 2017.
ຮູບພາບການສ້າງສາ ຂອງຈີນທີ່ເກາະສະແປ​ຣັດລີ ທີ່ເປັນເຂດ ຍາດແຍ່ງກັນ ໃນທະເລຈີນໃຕ້ ວັນທີ 21 ເມສາ 2017.

ພວກລັດມົນຕີປ້ອງກັນປະເທດ ແລະຕ່າງປະເທດ ຂອງອອສເຕຣເລຍ ທັງຫຼາຍ ໄດ້
ພາກັນນັ່ງສົນທະນາກັນ ກັບຄູ່ຕຳແໜ່ງຝ່າຍຍີ່ປຸ່ນຂອງພວກເພິ່ນ ໃນນະຄອນຊິດນີ ໃນວັນພຸດສັປດານີ້ ສຳລັບການເຕົ້າໂຮມສອງບວກສອງປະ ຈຳປີ ຂອງພວກເພິ່ນ.
ຟຽລ ເມີເຊີ ມີລາຍງານມາ ຈາກຊິດນີວ່າ ປະເທດຈີນ ເຖິງແມ່ນບໍ່ໄດ້ໄປມີໜ້າກໍຕາມ ແຕ່ກໍໄດ້ເປັນເລື້ອງຄອບງຳການພົບປະກັນ ດັ່ງ ກ່າວ ຊຶ່ງສາລີຈະນຳລາຍລະອຽດມາ
ສະເໜີທ່ານ.

ກອງປະຊຸມທີ່ຊິດນີ ໄດ້ມີຂຶ້ນໃນທ່າມກາງຄວາມເຄັ່ງຕຶງຂອງຂົງເຂດທີ່ ຍັງສືບຕໍ່ຫຸມຢູ່. ໃນສັບປະດາແລ້ວນີ້ ກຳປັ່ນລົບຂອງຈີນເກືອບຕຳກັນກັບເຮືອພິ ຄາດຂອງອາເມລິກັນ ຢູ່ໃນທະເລຈີນໃຕ້ ໃນຂະນະທີ່ຍີ່ປຸ່ນ ພວມມີຄວາມກັງວົນ ເພີ່ມຂຶ້ນ ກ່ຽວກັບຄວາມທະ
ເຍີທະຍານຂອງປັກກິ່ງ ເລື້ອງເຂດນໍ້າແດນດິນຢູ່ໃນ ທະເລຈີນຕາເວັນອອກບ່ອນທີ່
ສອງປະເທດດັ່ງກ່າວ ຕ່າງກໍແຂ່ງຂັນກັນ ອ້າງ ເອົາກຳສິດນັ້ນ.

ການສົ່ງເສີມ ສາຍພົວພັນດ້ານການປ້ອງກັນປະ​ເທດ ພ້ອມທັງໃຫ້ມີຄວາມໝາຍໝັ້ນ
ຫຼາຍຂຶ້ນ ໃນການຮ່ວມຊ້ອມລົບ ກໍແມ່ນໄດ້ມີຢູ່ ໃນລາຍການກອງປະຊຸມ ເວລາພວກ
ລັດຖະມົນຕີຍີ່ປຸ່ນ ພົບພໍ້ກັບຄູ່ຕຳແໜ່ງຂອງຕົນ ໃນນະຄອນຊິດນີ. ນອກຈາກນັ້ນແລ້ວ ທັງສອງປະເທດກໍແມ່ນ ຍັງໄດ້ຊອກຫາວິທີ ທີ່ຈະເພີ່ມທະ ວີວຽກງານຂອງພວກເຂົາ
ເຈົ້າກັບສະຫະລັດ ເພື່ອສົ່ງເສີມການລົງທຶນ ໃສ່ໂຄງ ລ່າງພື້ນຖານນຳ ໃນພາກພື້ນ
ເອເຊຍປາຊີຟິກ ໃນຂະນະທີ່ພວກເຂົາເຈົ້າພະຍາ ຍາມຕ້ານຢັນ ຄວາມພະຍາມຂອງ
ຈີນ ທີ່ຈະປູກຝັງສາຍພົວພັນ ກັບບັນດາປະ ເທດພວມພັດທະນາທັງຫຼາຍຢູ່ນີ້ ຊຶ່ງທ່ານ
ນາງມາຣີສ ເພນ (Marise Payne) ລັດຖະມົນຕີການຕ່າງປະເທດອອສເຕຣເລຍເວົ້າ
ວ່າ: “ພວກເຮົາຈະສະແຫວງຫາສາຍພົວພັນ ແບບມີການເຄື່ອນໄຫວເໜັງຕີງ ຢູ່ສະເໝີ. ຄັ້ງນີ້ເປັນຄັ້ງທີ 8 ສຳລັບກອງປະຊຸມສອງບວກສອງ ລະຫວ່າງຍີ່ປຸ່ນກັບ ອອສເຕຣເລຍ ດັ່ງທີ່ພວກເຮົາກຳລັງມີຂຶ້ນ ຢູ່ໃນຊິດນີ ໃນມື້ນີ້ ແລະ ແນ່ນອນ ມັນກໍແມ່ນເປັນສັນຍາ
ລັກອັນຄູ່ຮວມງານຍຸດທະສາດພິເສດຂອງພວກເຮົາຊຶ່ງ ເປັນເຄື່ອງໝາຍ ທີ່ສຳຄັນທີ່
ສຸດສຳລັບພວກເຮົາທັງສອງ. ພວກເຮົາຈະເພັ່ງເລັງ ໃສ່ເລື້ອງຄວາມປອດໄພທາງທະ
ເລ ທີ່ພວກເຮົາໄດ້ມີຄວາມໝາຍໝັ້ນຕະຫຼອດ ທັງການຄ້າທີ່ເສລີ ລະບຽບການຂອງ
ລະຫວ່າງຊາດທີ່ຖືເອົາກົດລະບຽບເປັນພື້ນ ຖານນັ້ນ ແທ້ໆວ່າໆ.”

ນອກຈາກນັ້ນແລ້ວ ມັນກໍຍັງຈະມີຄວາມພະຍາຍາມ ທາງດ້ານການທູດຫຼາຍຂຶ້ນ ເພື່ອ
ຊັກຊວນໃຫ້ເກົາຫຼີເໜືອ ຍົກເລີກໂຄງການນີວເຄຼຍຂອງເຂົາເຈົ້ານຳ.

ກອງປະຊຸມດັ່ງກ່າວ ຂອງລັດຖະມົນຕີຢູ່ຊິດນີ ໃນວັນພຸດ ແມ່ນເປັນເຫດການ ລ່ວງໜ້າ ການຢ້ຽມຢາມ ເມືອງດາວິນ (Darwin) ທີ່ຄາດໄວ້ ຂອງນາຍົກລັດ ຖະມົນຕີຍີ່ປຸ່ນ ທ່ານ Shinzo Abe ໃນເດືອນໜ້າ ລ່ວງໜ້າ ກອງປະຊຸມສຸດ ຍອດຄັ້ງໃຫຍ່ຂອງຂົງເຂດ ທີ່
ປາປົວ ນີວກິເນຍ.

ໃນເດືອນກຸມພາ ປີ 1942 ກຳລັງຂອງຍີ່ປຸ່ນໄດ້ໂຈມຕີດາວິນ ທີ່ເປັນເມືອງ ເອກຂອງ
ດິນແດນພາກເໜືອຂອງອອສເຕຣເລຍ ທາງອາກາດ ໂຈມຕີກຳປັ່ນ ສະຫະລັດ ແລະ
ອອສເຕຣເລຍແລະທ່າກຳປັ່ນຍຸດທະສາດ ລວມທັງເດີ່ນເຮືອ ບິນພົນລະເຮືອນນຳ.
ຢ່າງໜອ້ຍ 243 ຄົນໄດ້ເສຍຊີວິດ. ການໂຈມຕີດັ່ງ ກ່າວມີເປົ້າໝາຍແນໃສ່ ເພື່ອທຳລາຍຂວັນແລະກຳລັງໃຈ ຂອງອອສເຕຣເລຍ ໃນຍາມສົງຄາມ ທຳລາຍຄວາມສາມາດທາງທະຫານໃນເຂດປາຊີຟິກ.

ໄດ້ມີຫຼາຍອັນປ່ຽນແປງໃນໄລຍະ 70 ປີຜ່ານມາ. ໃນເວລານັ້ນ ຍີ່ປຸ່ນກັບອອສ ເຕຣ
ເລຍກໍໄດ້ກະຊັບສາຍພົວພັນທາງທະຫານແລະການຄ້າອັນໄກ້ຊິດຮວ່ມກັນ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG