ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຈີນ ຈະ​ເປັນ​ຫົວ​ຂໍ້​ຄອບ​ງຳ ຂະ​ນະ​ເຈົ້າ​ໜ້າ​ທີ່​ຄົນ​ສຳ​ຄັນຂອງ ສ​ຫລ ມຸ້ງ​ໜ້າ​ໄປ​ຍັງຂົງ​ເຂດ ມະ​ຫາ​ສະ​ໝຸດ​ປາ​ຊີ​ຟິກ


ລັດຖະມົນຕີກະຊວງປ້ອງກັນປະເທດສະຫະລັດ ທ່ານລອຍ ອອ​ສຕິນ ໄປ​ເຖິງ​ນະ​ຄອນ​ຫລວງ ປອດ​ມໍ​ເຣ​ສ​ບີຂອງປາ​ປົວ​ນີວ​ກີ​​ນີ, ວັນ​ທີ 26 ກໍ​ລະ​ກົດ, 2023 ເພື​່ອ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ຫລາຍ​ອັນກັບນາ​ຍົກ ແລະ​ເຈົ້າ​ໜ້າ​ທີ່​ຂັ້ນ​ສູງ​ຂອງ​ປະ​ເທດນັ້ນ
ລັດຖະມົນຕີກະຊວງປ້ອງກັນປະເທດສະຫະລັດ ທ່ານລອຍ ອອ​ສຕິນ ໄປ​ເຖິງ​ນະ​ຄອນ​ຫລວງ ປອດ​ມໍ​ເຣ​ສ​ບີຂອງປາ​ປົວ​ນີວ​ກີ​​ນີ, ວັນ​ທີ 26 ກໍ​ລະ​ກົດ, 2023 ເພື​່ອ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ຫລາຍ​ອັນກັບນາ​ຍົກ ແລະ​ເຈົ້າ​ໜ້າ​ທີ່​ຂັ້ນ​ສູງ​ຂອງ​ປະ​ເທດນັ້ນ

ເຈົ້າ​ໜ້າ​ທີ່​ທະ​ຫານ​ ແລະ​ນັກ​ການ​ທູດ​ຂັ້ນ​ສູງ​ຂອງ​ສະ​ຫະ​ລັດ​ ​ໃນ​ອາ​ທິດ​ນີ້ ໄດ້​ຮ່ວມ​ກັນເລີ່ມ​ຕົ້ນຜັກ​ດັນ​ຄືນ​ອີກ​ຄັ້ງ​ນຶ່ງ​ຕໍ່​ອິດ​ທິ​ພົນ​ຂອງ​ຈີນ​ໃນ​ທົ່ວ​ຂົງ​ເຂດອິນ​ໂດ​-ປາ​ຊີ​ຟິກ ດ້ວຍ​ຄວາມຫວັງ​ວ່າ​ ຈະ​ຂະ​ຫຍາຍ​ຂໍ້​ຕົກ​ລົງ​ດ້ານ​ຄວາມ​ໝັ້ນ​ຄົງ​ກັບບັນ​ດາ​ປະ​ເທດ​ເກາະ​ດອນປາ​ຊີ​ຟິກ​ທີ່​ສຳ​ຄັນ.

ລັດຖະມົນຕີກະຊວງປ້ອງກັນປະເທດສະຫະລັດ ທ່ານລອຍ ອອ​ສຕິນ ໄດ້ເດີນທາງ ໄປເຖິງນະຄອນຫລວງປອດ​ມໍ​ເຣ​ສ​ບີຂອງປາ​ປົວ​ນີວ​ກີນີ ໃນຕອນແລງວັນພຸດມື້ນີ້ ເພື່ອພົບປະກັບນາຍົກລັດຖະມົນຕີ ແລະເຈົ້າໜ້າທີ່ປ້ອງກັນ​ປະ​ເທດຂັ້ນສູງຂອງປະເທດ.

ການຢ້ຽມຢາມປາປົວນິວກີ​ນີຄັ້ງທຳອິດຂອງລັດຖະມົນຕີກະຊວງປ້ອງກັນປະເທດ ສະຫະລັດທີ່ຍັງ​ດຳ​ລົງ​ຕຳ​ແໜ່ງຢູ່ນັ້ນ ມີຂຶ້ນບໍ່ເທົ່າໃດເດືອນ ຫຼັງຈາກສອງປະເທດໄດ້ ເຊັນຂໍ້ຕົກລົງຮ່ວມມືດ້ານປ້ອງກັນຊາດ ເພື່ອໃຊ້ເປັນກອບສຳ​ລັບຍົກລະດັບຄວາມສາມາດຂອງກຳລັງປ້ອງກັນຊາດຂອງປອດ​ມໍ​ເຣ​ສ​ບີ ແລະ ເພື່ອກໍ່ຕັ້ງໃຫ້​ມີການປາ​ກົດ​ຕົວຂອງ​ທະ​ຫານສະຫະລັດ ໂດຍ​ກອງ​ກຳ​ລັງທະ​ຫານຜັດ​ປ່ຽນ​ກັນ​ໄປ​ປະ​ຈຳ​ການ ຢູ່ເທິງ ເກາະແຫ່ງນັ້ນ.

ຈາກ​ນັ້ນ ທ່ານອອ​ສ​ຕິນ ກໍ​ຈະ​ເດີນທາງ​ໄປ​ນະຄອນບ​ຣິ​ສ​ເບນ, ອອ​ສ​ເ​ຕຣເລຍ​ເພື່ອ​ດຳ​ເນີນ​ກອງ​ປະຊຸມ​ປຶກສາ​ຫາລື​ລະດັບ​ລັດຖະມົນຕີ​ປະຈຳ​ປີຄັ້ງ​ທີ 33 ຂອງອອ​ສເຕ​ເຣຍ ແລະ ສະຫະລັດ (AUSMIN), ​ເຊິ່ງທ່ານ​ຈະ​ມີ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ສະ​ຫະ​ລັດ, ທ່ານ​ແອນ​ໂທ​ນີ ບ​ລິງ​ເຄັນ ​ແລະ ຄູ່​ຮ່ວມຕຳ​ແໜ່ງ​ອອ​ສເຕຣ​ເລຍ​ຂອງພວກເພິ່ນ​ເຂົ້າ​ຮ່ວມ​ນຳ.

ອ່ານ​ຂ່າວນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG