ລັດຖະມົນຕີການຕ່າງປະເທດສະຫະລັດ ທ່ານແອນໂທນີ ບລິງເກັນ ອອກເດີນທາງໄປອອສເຕຣເລຍໃນຕອນແລງວັນຈັນວານນີ້ ບ່ອນທີ່ກະຊວງການຕ່າງປະເທດກ່າວວ່າ ບ່ອນທ່ານຈະເຂົ້າຮ່ວມ ກອງປະຊຸມລະດັບລັດຖະມົນຕີ ຂອງກຸ່ມຄວດ (Quad) ເພື່ອສ້າງຄວາມກ້າວໜ້າໃຫ້ແກ່ການຮ່ວມມືດ້ານຄວາມໝັ້ນຄົງທາງທະເລ ແລະດ້ານໄຊເບີ ໃນຂະນະທີ່ຕ້ານຄືນ “ການຮຸກຮານແລະການບີບບັງຄັບ” ໃນເຂດອິນໂດປາຊີຟິກ.
ຄວດ ແມ່ນກຸ່ມປຶກສາຫາລືທາງດ້ານຄວາມໝັ້ນຄົງທີ່ປະກອບດ້ວຍປະເທດອອສເຕຣເລຍ ອິນເດຍ ຍີປຸ່ນ ແລະ
ສະຫະລັດ.
ການໄປຢ້ຽມຢາມ ອອສເຕຣເລຍ ຂອງທ່ານ ບລິງເກັນ ຈະເປັນການຢ້ຽມຢາມເທື່ອທຳອິດຂອງທ່ານ ນັບແຕ່ໄດ້ມີການເສີມຂະຫຍາຍການເປັນພາຄີ 3 ຝ່າຍທີ່ຮູ້ກັນໃນຊື່ຫຍໍ້ວ່າ AUKUS ທີ່ປະກອບດ້ວຍ ອອສເຕຣເລຍ, ສະຫະຣາຊະອານາຈັກ ອັງກິດ ແລະ ສະຫະລັດ ຊຶ່ງໄດ້ມີການປະກາດໃນເດືອນກັນຍາປີກາຍນີ້. ຂໍ້ຕົກລົງດັ່ງກ່າວ ແມ່ນຮວມທັງການສ້າງກຳປັ່ນດຳນ້ຳພະລັງງານນິວເຄລຍໃຫ້ແກ່ ອອສເຕຣເລຍ ຊຶ່ງບໍ່ໄດ້ເປັນສະມາຊິກຂອງກຸ່ມ ຈີ 7 ອັນເປັນພາກສ່ວນນຶ່ງໃນການເສີມຂະຫຍາຍ ເພື່ອສະກັດກັ້ນຕໍ່ການຂະຫຍາຍກຳລັງທະຫານຂອງຈີນ ໃນທົ່ວຂົງເຂດອິນໂດປາຊີຟິກ.
ຖະແຫຼງການຂອງກະຊວງການຕ່າງປະເທດສະຫະລັດ ກ່າວເມື່ອວັນສຸກທີ່ຜ່ານມານີ້ວ່າ “ລັດຖະມົນຕີການຕ່າງປະເທດ ບລິງເກັນ ຈະພົບປະກັບນາຍົກລັດຖະມົນຕີ ອອສເຕຣເລຍ ທ່ານ ສະກັອດ ມໍຣິສັນ ລັດຖະມົນຕີການຕ່າງປະເທດທ່ານນາງມາຣິສ ເພນ (Marise Payne) ລັດຖະມົນຕີກະຊວງຕ່າງປະເທດຍີປຸ່ນ ທ່ານຮາຢາຊິ ໂຢຊິມາຊະ (Haya-0shi Yoshimasa) ລັດຖະມົນຕີການຕ່າງປະເທດອິນເດຍ ທ່ານສຸບຣາມານິຢາມ ໄຈສັງກາ (Subrahmanyam Jaishankar) ແລະເຈົ້າໜ້າທີ່ຂັ້ນສູງຄົນອື່ນໆອີກ ເພື່ອປຶກສາຫາລືກ່ຽວກັບຄວາມສຳພັນສອງຝ່າຍ ແລະບັນຫາທີ່ຮີບດ່ວນຂອງໂລກ.”
ສ່ວນນຶ່ງຂອງການປຶກສາຫາລື ໃນລະຫວ່າງກອງປະຊຸມລັດຖະມົນຕີການຕ່າງປະເທດຄັ້ງທີ 4 ຂອງກຸ່ມຄວດ ທີ່ນະຄອນແມລເບີນ “ຈະພົວພັນກັບບັນຫາທ້າທ້າຍທີ່ມາຈາກຈີນ” ນັ້ນຄືຄຳເວົ້າຂອງທ່ານ ແດນຽລ ໄຄຣເຕັນບຣິງ (Daniel Kritenbrink) ລັດຖະມົນຕີຊ່ວຍວ່າການ ກະຊວງການຕ່າງປະເທດ ສະຫະລັດ ຮັບຜິດຊອບກິດຈະການເອເຊຍ ແລະປາຊີຟິກ ທີ່ໄດ້ກ່າວຕໍ່ວີໂອເອ ໃນລະຫວ່າງການຖະແຫຼງຂ່າວທາງໂທລະສັບ ເມື່ອວັນສຸກອາທິດແລ້ວນີ້.
ທ່ານ ຊາລສ໌ ອີແດລ (Charles Edel) ປະທານສູນກາງຍຸດທະສາດແລະການສຶກສາລະຫວ່າງປະເທດຂອງ
ອອສເຕຣເລຍ ທີ່ມີສຳນັກງານຕັ້ງຢູ່ນະຄອນຫຼວງວໍຊິງຕັນກ່າວວ່າ “ກຸ່ມຄວດ ບໍ່ແມ່ນພັນທະມິດທາງດ້ານທະຫານ ແຕ່ມັນກໍບໍ່ໄດ້ພາດສາຍຕາໄປຈາກຈີນ ທີ່ປະເທດປະຊາທິປະໄຕທັງສີ່ ຊຶ່ງທັງໝົດຕ່າງກໍເປັນປະເທດທີ່ມີຄວາມເຂັ້ມແຂງທາງດ້ານທະເລ ແລະຄວາມສາມາດທີ່ກ້າວໜ້າທາງດ້ານທະຫານນັ້ນ ແມ່ນມີຄວາມເປັນຫ່ວງ ກ່ຽວກັບການເອົາທ່າທີ ແບບຮຸກຮານເພີ້ມຂຶ້ນຂອງຈີນຕໍ່ບັນດາປະເທດເພື່ອນບ້ານ.”
ທີ່ປັກກິ່ງ ເຈົ້າໜ້າທີ່ຈີນໄດ້ສະແດງຄວາມລະມັດລະວັງ ກ່ຽວກັບເລື້ອງກຸ່ມຄວດ ແລະ AUKUS. ໂຄສົກຂອງກະຊວງການຕ່າງປະເທດຈີນ ທ່ານ ສາວ ຫຼີຈ້ຽນ (Zhao Lijian) ກ່າວວ່າ ຂອບຂອງການຮ່ວມມື ຢູ່ໃນຂົງເຂດໃດໆກໍຕາມ “ບໍ່ຄວນທີ່ຈະແນເປົ້າໝາຍປະເທດທີສາມ” ເວລາປະທານາທິບໍດີ ໂຈ ໄບເດັນ ເປັນເຈົ້າພາບຈັດກອງປະຊຸມສຸດຍອດຜູ້ນຳຂອງກຸ່ມຄວດໃນເດືອນກັນຍາປີກາຍນີ້. ທ່ານ ສາວ ຍັງເອີ້ນການເປັນພາຄີສາມຝ່າຍ AUKUS ນັ້ນວ່າ “ບໍ່ມີຄວາມຮັບຜິດຊອບທີ່ສຸດ.”
ການເດີນທາງໄປຢ້ຽມຢາມເປັນເວລານຶ່ງອາທິດຂອງລັດຖະມົນຕີການຕ່າງປະເທດ ຍັງຈະຮວມທັງການຢ້ຽມຢາມປະເທດ ຟິຈິ ແລະ ການຢຸດແວ່ທີ່ນະຄອນ ໂຮໂນລູລູ ໃນລັດຮາວາຍ ນຳດ້ວຍ.