ຈີນ ໄດ້ຮຽກໂຕເອກອັກຄະລັດຖະທູດມຽນມາ ປະຈຳປັກກິ່ງ
ເຂົ້າພົບ ແລະສົ່ງເຮືອບິນລົບອາຍພົ່ນໄປລາດຕະເວນໃນເຂດ
ຊາຍແດນ ຫລັງຈາກລູກລະເບີດທີ່ໄດ້ຕົກລົງມາຈາກເຮືອບິນ
ລົບມຽນມາເຮັດໃຫ້ມີຜູ້ເສຍຊີວິດ 4 ຄົນຢູ່ຟາກຊາຍແດນຂອງ
ຈີນ ແລະອີກຫລາຍຄົນໄດ້ຮັບບາດເຈັບ.
ທ່ານ Liu Zhemin ຮອງລັດຖະມົນຕີ ຕ່າງປະເທດຈີນ ໄດ້ຮຽກ
ໂຕເອກອັກຄະລັດຖະທູດມຽນມາ ທ່ານ Thit Linn Ohn ເຂົ້າ
ພົບ ເພື່ອຍື່ນການປະທ້ວງ.
ເຫດຮ້າຍດັ່ງກ່າວໄດ້ເກີດຂື້ນ ໃນຂະນະທີ່ມີການປະທະກັນລະ
ຫວ່າງ ທະຫານມຽນມາ ແລະພວກກະບົດຊົນເຜົ່າຈີນ ຍັງດຳເນີນຢູ່ຕໍ່ມາໃນເຂດ Kokang ຊຶ່ງ ເປັນເຂດພິເສດປົກຄອງຕົນເອງ ໃນພາກເໜືອມຽນມາ ທີ່ສ້າງຕັ້ງຂຶ້ນມາ ໃນປີ 1989.
ອົງການຂ່າວຊິນຫົວ ຂອງທາງການຈີນ ກ່າວວ່າ ລະເບີດໄດ້ຕົກລົງໃສ່ໄຮ່ສວນອ້ອຍ ໃກ້
ກັບເມືອງ Lincang ໃນເຂດຊາຍແດນຂອງຈີນ.
ທະຫານມມຽນມາ ໄດ້ປະກາດກົດໄອຍະການເສິກ ແລະພາວະສຸກເສີນຢູ່ໃນຂົງເຂດພິ
ເສດ Kokang ຊຶ່ງໄດ້ບັງຄັບບໃຫ້ຫລາຍພັນຄົນຕ້ອງໄດ້ພາກັນຫລົບໜີເຂົ້າໄປແຂວງ
Yunnan ທາງພາກໃຕ້ຂອງປະເທດຈີນ.
ລັດຖະບານມຽນມາ ໄດ້ກ່າວຫາບັນດາເຈົ້າໜ້າທີ່ທ້ອງຖິ່ນຂອງຈີນ ແລະຊົນກຸ່ມນ້ອຍ
ອຶ່ນໆວ່າ ໃຫ້ການຊ່ວຍເຫລືອແກ່ພວກກະບົດ ແລະໄດ້ຮ້ອງຂໍໃຫ້ຈີນຊ່ວຍເຫລືອ ເພື່ອ
ປ້ອງກັນບໍ່ໃຫ້ມີການໂຈມຕີຂ້າມຊາຍແດນ.