ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ພວກລັກເຈາະຂໍ້ມູນ ທີ່ເຊື່ອມໂຍງກັບຈີນ ຫຼົບລີ້ຢູ່ໃນລະບົບທີ່ສໍາຄັນ ຂອງສະຫະລັດ


ແຟ້ມຮູບ-ສາຍອິນເຕີເນັດຂາດ ແລະຖືກແຂວນຢູ່ຕໍ່ໜ້າລະຫັດຖານສອງ ແລະມີຄໍາວ່າ "ຄວາມປອດໄພທາງໄຊເບີ້" ໃນຮູບຖ່າຍທີ່ປາກົດອອກມາໃນວັນທີ 8 ມີນາ 2022. ຫຼາຍອົງການສະຫະລັດ ໄດ້ອອກມາເຕືອນໃນວັນພຸດວານນີ້ວ່າ ພວກລັກເຈາະຂໍ້ມູນທີ່ເຊື່ອມໂຍງກັບຈີນ ໄດ້ແຊກຊຶມເຂົ້າໃນບໍລິສັດຂອງສະຫະລັດ ທີ່ເຊື່ອມຕໍ່ກັບຂະແໜງການຕ່າງໆ
ແຟ້ມຮູບ-ສາຍອິນເຕີເນັດຂາດ ແລະຖືກແຂວນຢູ່ຕໍ່ໜ້າລະຫັດຖານສອງ ແລະມີຄໍາວ່າ "ຄວາມປອດໄພທາງໄຊເບີ້" ໃນຮູບຖ່າຍທີ່ປາກົດອອກມາໃນວັນທີ 8 ມີນາ 2022. ຫຼາຍອົງການສະຫະລັດ ໄດ້ອອກມາເຕືອນໃນວັນພຸດວານນີ້ວ່າ ພວກລັກເຈາະຂໍ້ມູນທີ່ເຊື່ອມໂຍງກັບຈີນ ໄດ້ແຊກຊຶມເຂົ້າໃນບໍລິສັດຂອງສະຫະລັດ ທີ່ເຊື່ອມຕໍ່ກັບຂະແໜງການຕ່າງໆ

ພວກລັກເຈາະຂໍ້ມູນທີ່ເຊື່ອມໂຍງກັບຈີນ ເຊິ່ງແນເປົ້າໃສ່ຂະແຫນງການທີ່ສໍາຄັນທາງດ້ານເສດຖະກິດຂອງສະຫະລັດ ເບິ່ງຄືວ່າກໍາລັງຫຼົບ​ລີ້ຢູ່ໃນລະບົບຄອມພິວເຕີ ແລະເຄືອຂ່າຍທີ່ສໍາຄັນຕ່າງໆມາຢ່າງຫນ້ອຍຫ້າປີ, ອີງຕາມການເຕືອນໃຫມ່ຈາກສະຫະລັດ ແລະບັນດາພັນທະມິດທີ່ສໍາຄັນ, ຜູ້ທີ່ຮຽກຮ້ອງໃຫ້ບໍລິສັດຕ່າງໆປະຕິບັດການຫຼຸດຜ່ອນຄວາມສ່ຽງໃນທັນທີ.

ການໃຫ້ຄຳປຶກສາດ້ານຄວາມປອດໄພທາງໄຊເບີ້ ທີ່ເຜີຍແຜ່ອອກມາໃນວັນພຸດວານນີ້ ໂດຍຫຼາຍອົງການຂອງສະຫະລັດ ລວມທັງອົງການ FBI ພ້ອມທັງອົງ ການຄວາມປອດໄພທາງໄຊເບີ ແລະອົງການຄວາມປອດໄພດ້ານພື້ນຖານໂຄງລ່າງ ຫຼື CISA ລະບຸວ່າ ກຸ່ມທີ່​ເປັນໄພຂົ່ມຂູ່ທາງໄຊເບີ້ຊື່ວ່າ Volt Typhoon ໄດ້ “ຕັ້ງໂຕມັນເອງ ເພື່ອເປີດການໂຈມຕີທໍາລາຍທາງໄຊເບີ້ທີ່ເປັນໄພຂົ່ມຂູ່ຕໍ່ຄວາມປອດໄພທາງຮ່າງກາຍຂອງຊາວອາເມຣິກັນ."

ໂດຍສະເພາະ ຄໍາແນະນໍາທີ່ເຕືອນວ່າ ພວກລັກເຈາະຂໍ້ມູນ Volt Typhoon ທີ່ປະສົບຜົນສໍາເລັດໃນການເຂົ້າໄປເຄືອຂ່າຍຄອມພິວເຕີຂອງບໍລິສັດເອກະຊົນຫຼາຍແຫ່ງ ທີ່ເຊື່ອມໂຍງກັບພາກສ່ວນທີ່ສໍາຄັນຂອງລະບົບເສດຖະກິດສະຫະລັດ, ລວມມີການສື່ສານ, ພະລັງງານ, ນໍ້າ ພ້ອມທັງນໍ້າເປື້ອນ, ແລະການຂົນສົ່ງ.

ຄໍາແນະນໍາດັ່ງກ່າວ ໄດ້ເຕືອນເພີ້ມຕື່ມອີກວ່າ ພວກລັກເຈາະຂໍ້ມູນ Volt Typhoon "ຍັງຄົງຮັກສາການເຂົ້າເຖິງ ແລະ ຕັ້ງຫຼັກໃນບັນດາຜູ້ເຄາະຮ້າຍທາງສະພາບແວດລ້ອມຂອງ IT ຈໍານວນນຶ່ງ ເປັນເວລາຢ່າງຫນ້ອຍຫ້າປີ." ແລະອົງ​ການ CISA ຮັບຮູ້ວ່າ ການແຊກ​ຊຶມເຫຼົ່ານັ້ນ ອາດຈະກວ້າງຂວາງກວ່າທີ່ຮູ້ໄດ້ໃນປັດຈຸບັນນີ້.

ອ່ານຂ່າວນີ້ເປັນພາສາອັງກິດ

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG