ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຈີນກ່າວປ້ອງກັນ ຜົນປະໂຫຍດ ດ້ານນໍ້າມັນຂອງຕົນ ໃນລີເບຍ


ພວກພະນັກງານຍ່າງຢູ່ໃນໂຮງກັ່ນນໍ້າມັນໃນເມືອງ Zawiya .ໃນພາກ ຕາເວັນຕົກນະຄອນຫລວງຕຣີໂປລີ ວັນທີ 23 ສິງຫາ 2011
ພວກພະນັກງານຍ່າງຢູ່ໃນໂຮງກັ່ນນໍ້າມັນໃນເມືອງ Zawiya .ໃນພາກ ຕາເວັນຕົກນະຄອນຫລວງຕຣີໂປລີ ວັນທີ 23 ສິງຫາ 2011





















ຈີນ​ກ່າວ​ເນ້ນ​ໃນອັນ​ທີ່​ຕົນ​ເອີ້ນ​ວ່າ ພາບ​ລວ​ມກ່ຽວ​ກັບ​ຜົນ​ປະ​ໂຫຍ​ດຊຶ່ງ​ກັນແລະ​ກັນ​ຂອງ​ການ​ລົງ​ທຶນ​ຢ່າງ​ມະຫາສານໃນ​ພາກສ່ວນ​ນໍ້າມັນຂອງ​ລີເບຍ​ ຫລັງ​ຈາກ​ການໃຫ້ຄໍາ​ແນະ​ນໍາ​ຕ່າງໆ​ຂອງ​ຝ່າຍ​ກະບົດ​ທີ່​ວ່າ ກຸງ​ປັກ​ກິ​ງອາດຈະໄດ້ຮັບ​ຄວາມ​ເສຍ​ຫາຍ​ຍ້ອນຄວາມ​ລົ້ມ​ແຫລວ​ຂອງ​ຈີນ​ທີ່​ບໍ່​ໃຫ້ການ​ສະໜັບ​ສະນຸນມູນ​ເຫດ​ຂອງ​ພວກ​ກະບົດ​ນັ້ນ.

ທ່ານ Wen Zhongliang ​ເຈົ້າ​ໜ້າ​ທີ່​ຂັ້ນ​ອາວຸ​ໂສ​ປະ​ຈໍາ​ກະຊວງ​ການ​ຄ້າ ຊຶ່ງ​ເປັນ​ຮອງ​ຜູ້​ອໍາ​ນວຍການ​ກົມການ​ຄ້າ​ຕ່າງປະ​ເທດ​ຂອງ​ຈີນ ກ່າວໃນ​ວັນ​ອັງຄານ​ມື້​ນີ້​ວ່າ ຈີນ​ຫວັງ​ວ່າຈະ​ພັດທະນາ​ການ​ຮ່ວມ​ມື​ດ້ານເສດຖະກິດ​ແລະ​ການ​ຄ້າ​ກັບ​ລີ​ເບຍ​ໃນ​ທຸກໆ​ດ້ານ ຫລັງຈາ​ກການ​ພັງ​ທະລາ​ຍລົງ​ຢ່າງ​ຈະ​ແຈ້ງ​ຂອງ​ລັດຖະບານ​ທ່ານ​ມວມມາ​ກາດ​ດາ​ຟີ​ນັ້ນ.

ຈີນ​ໄດ້​ທຸ້ມ​ເທ​ເງິນ​ຈໍານວນ​ເປັນ​ພັນໆ​ລ້ານໂດລາເຂົ້າໃສ່​ພາກສ່ວນ​ນໍ້າມັນ​ຂອງ​ລີ​ເບຍ ​ແລະ​ໄດ້​ອົບ​ພະຍົບ​ປະຊາຊົນ​ຂອງ​ຕົນ​ຈໍານວນ​ຫຼາຍ​ກວ່າ 35 ພັນ​ຄົນ​ອອກ​ຈາກ​ລີ​ເບຍໃນ​ຕອນ​ເລີ້ມ​ຕົ້ນ​ຂອງ​ການ​ລຸກ​ຮື​ຂຶ້ນ​ຕໍ່ຕ້ານ​ລັດຖະບານ​ກາດ​ດາ​ຟີ​ນັ້ນ.

ແຕ່​ຍັງ​ບໍ່​ເປັນ​ທີ່ຈະ​ແຈ້ງ​ເທື່ອ​ວ່າ ລັດຖະບານ​ພາຍ​ໃຕ້​ການ​ນໍາພາ​ຂອງ​ພວກ​ກະບົດ​ຈະ​ເຄົາ​ລົບ
ນັບຖື​ສັນຍາ​ຕ່າງໆ​ທີ່ມີ​ຂຶ້ນ​ໃນ​ຍຸກ​ການ​ປົກຄອງ​ ຂອງ​ທ່ານ​ກາດ​ດາ​ຟີ​ນັ້ນ​ຫລື​ບໍ ​ແລະ​ພວກ​ບໍ
ລິສັດ​ນໍ້າມັນ​ທີ່ມີ​ສ່ວນ​ພົວພັນ​ກັບ​ພວກ​ປະ​ເທດ​ສະມາຊິກ​ກຸ່ມ​ເນ​ໂຕ້​ທີ່​ສະໜັບສະໜຸນ​ການ​ປະ
ຕິວັດ​ນັ້ນ​ກໍາລັງ​ທໍາ​ການ​ເຄື່ອນ​ໄຫວ​ຢ່າງ​ໄວ​ເພື່ອ​ສວາຍ​ໂອກາດ​ເອົາຄວາມໄດ້ປຽບ​ກັບ​ຄວາມ
ຫວັງ​ດີ​ຂອງ​ພວກ​ກະບົດ​ນີ້.

XS
SM
MD
LG