ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ຜູ້ແທນກະບົດລີເບຍ ຈະໄປຢ້ຽມຢາມຈີນ


ແຜນທີ່ຈີນ
ແຜນທີ່ຈີນ

ເຈົ້າໜ້າທີ່ຈີນກ່າວວ່າໃນໄວໆນີ້ທາງການຈີນຈະ​ໄດ້ຕ້ອນຮັບຜູ້ແທນຂອງຂະບວນການຝ່າຍ
ຄ້ານຈາກລີເບຍທີ່​ນະຄອນຫລວງ​ປັກ​ກິ່ງ.

ອົງການຂ່າວຊິນຫົວຂອງທາງການຈີນໄດ້ອ້າງຄຳເວົ້າຂອງທ່ານ Chen Xiaodong ເຈົ້າ
ໜ້າທີ່ກະຊວງການຕ່າງປະເທດຈີນທີ່ປະກາດກ່ຽວກັບການຢ້ຽມຢາມດັ່ງກ່າວໃນລະຫວ່າງ
ການຖະແຫຼງຂ່າວ ໃນວັນພະຫັດມື້ນີ້. ທ່ານ Chen ໃຫ້ການຖະແຫຼງກ່ຽວກັບເລື່ອງນີ້ຂະ
ນະທີ່ທູດພິເສດຂອງຜູ້ນຳລີເບຍ ທ່ານ Moammar Gadhafi ສິ້ນສຸດການຢ້ຽມຢາມຈີນ
ເປັນເວລາ 2 ມື້ແລະຮຽກຮ້ອງໃຫ້ຈີນຊ່ອຍຈັດແຈງໃຫ້ມີການຢຸດຍິງລະຫວ່າງລັດຖະບານ
ລີເບຍແລະພວກກະບົດ.

ທ່ານ Chen ເວົ້າວ່າ ປັກກິ່ງພ້ອມແລ້ວທີ່ຈະຕ້ອນຮັບພວກກະບົດລີເບຍໃນອະນາຄົດອັນ
ໃກ້ໆນີ້ແຕ່ບໍ່ໄດ້ແຈ້ງໃຫ້ຊາບ ກ່ຽວກັບວັນເວລາທີ່ແນ່ນອນເທື່ອ. ການປະກາດຂອງຈີນມີຂຶ້ນ ລຸນຫຼັງການຕິດຕໍ່ເມື່ອໄວໆມານີ້ລະຫວ່າງພວກນັກການທູດຈີນແລະພວກຜູ້ນຳຂອງຝ່າຍກະ
ບົດລີເບຍທີ່ກາຕ້າແລະຢູ່ທີ່ໝັ້ນຂອງພວກກະບົດ​ໃນເມືອງ Benghazi.

ການຕິດຕໍ່ເຫຼົ່ານີ້ພາໃຫ້ມີການຄາດຄະເນກັນວ່າ ຈີນທີ່ໄດ້ຮັບນໍ້າມັນສ່ວນໃຫຍ່ຈາກເຂດດັ່ງ
ກ່າວອາດພວມຊອກຫາຊ່ອງທາງເພື່ອໃຫ້ມີບົດບາດຫຼາຍຂຶ້ນໃນການເປັນຜູ້ສ້າງສັນຕິພາບ
ຢູ່ໃນລີເບຍ.

XS
SM
MD
LG