ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ຈີນຈະທົບທວນ ນະໂຍບາຍຂາຍອາວຸດ ໃຫ້ຕ່າງປະເທດ


ທ່ານນາງ Jiang Yu. ໂຄສົກກະຊວງການຕ່າງປະເທດຈີນ.
ທ່ານນາງ Jiang Yu. ໂຄສົກກະຊວງການຕ່າງປະເທດຈີນ.

ຈີນ​ກ່າວ​ໃນ​ວັນ​ອັງຄານ​ມື້​ນີ້​ວ່າ ພວກ​ເຈົ້າ​ໜ້າ​ທີ່​ຈະ​ກວດກາ​ເບິ່ງ​ວ່າກົດ​ລະບຽບ​ຕ່າງໆ​ໄດ້​ຖືກ​ລະ
ເມີດ​ຫລື​ບໍທີ່​ພວກ​ບໍລິສັດ​ຜະລິດ​ອາວຸດ​ຈີນພົບ​ປະ​ໃນ​ເດືອນ​ກໍລະກົດ​ຜ່ານ​ມາ​ກັບ​ພວກ​ຕົວ​ແທນ
ພິ​ເສດ​ຂອງ​ລັດຖະບານພາຍ​ໃຕ້​ການ​ນໍາພາ​ຂອງ​ທ່ານ​ມວມມາ​ກາດ​ດາ​ຟິ​ທີ່ປົກຄອງປະເທດໃນ​
ເວລາ​ນັ້ນ.

ທ່ານ​ນາງ​ Jiang Yu ​ໂຄສົກ​ປະ​ຈໍາ​ກະຊວງ​ການ​ຕ່າງປະ​ເທດ​ຈີນ​ກ່າວວ່າ ​ໃນ​ວັນ​ພຸດ​ມື້​ອື່ນ​ນີ້
ລັດຖະບານຈະ​ເພີ່ມ​ການ​ກໍາກັບ​ດູ​ແລ​ເບິ່ງ​ການ​ສົ່ງ​ອອກ​ສິນຄ້າ​ທາງ​ດ້ານ​ທະຫານໃຫ້​ເຄັ່ງຄັດ
ຂຶ້ນກວ່າເກົ່າ.

ທ່ານ​ນາງ Jiang Yu ກ່າວ​ຕື່ມ​ວ່າ ຄວາມ​ສໍາພັນ​ກັບ​ລັດຖະບານ​ຊົ່ວຄາວ​ພາຍ​ໃຕ້​ການ
ນໍາພາຂອງ​ພວກ​ກະບົດ​ກໍາລັງ​ດໍາ​ເນີນ​ໄປ​ຢ່າງ​ລາບ​ລື້​ນ ​ແລະ​ວ່າ ຈີນ​ຈະ​ຮັບ​ຮູ້​ສະພາ​ປົກ
ຄອງ​ແຫ່ງຊາດ​ລະຍະ​ຂ້າມ​ຜ່ານ​ຂອງ​ຝ່າຍ​ກະບົດ​ເວລາ​ໃດ​ຫາກ​ເໝາະ​ສົມ ​ແຕ່​ທ່ານ​ນາງ​ບໍ່
ໄດ້​ແຈ້ງ​ໃຫ້​ຊາບວ່າແມ່ນເວລາໃດ.

ຈີນ​ໄດ້​ຮັບ​ຮູ້​ໃນ​ເວລາ​ນຶ່ງ​ມື້ກ່ອນ​ໜ້າ​ນີ້​ວ່າ ພວກ​ຊ່ອຍ​ວຽກ​ທ່ານ​ກາດ​ດາ​ຟີໄດ້​ຢູ່​ໃນ​ກຸງ​ປັກ
ກິ​ງເພື່ອ​ພະຍາຍາມ​ຊອກ​ຊື້​ອາວຸດ​ທີ່​ທັນ​ສະ​ໄໝ​ສໍາລັບໃຊ້​ຕໍ່ຕ້ານ​ພວກ​ກໍາລັງ​ຝ່າຍ​ກະບົດ​ທີ່
ພວມ​ບຸກ​ຄືບ​ໜ້າ​ຢູ່​ນັ້ນ. ​ເອກກະສານ​ຕ່າງໆ​ທີ່​ໜັງສືພິມ​ກາ​ນາ​ດາ​ສະບັບ​ນຶ່ງ​ຄົ້ນ​ພົບ​ໃນ​ກຸງ​
ຕຣີ​ໂປ​ລີສະ​ແດງ​ໃຫ້​ຮູ້​ວ່າ ບັນດາ​ບໍລິສັດ​ຜະລິດ​ອາວຸດ​ຈີນ​ໄດ້​ສະ​ເໜີ​ຂາຍ​ອາວຸດ​ໃຫ້ລີ​ເບຍ
ເປັນມູນ​ຄ່າ​ປະມານ 200 ລ້ານ​ໂດ​ລາ.

XS
SM
MD
LG