ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໐໘ ມິຖຸນາ ໒໐໒໓

ຈີນຮຽກຮ້ອງໃຫ້ ມີການຢຸດຍິງໃນລີເບຍ


ໂຄສົກກະຊວງການຕ່າງປະເທດຈີນ ທ່ານນາງ Jiang Yu ຖະແຫລງຢືນຢັນທ່າທີຂອງຈີນ ທີ່ຄັດຄ້ານຕໍ່ການໃຊ້ກໍາລັງໃນລີເບຍ ແລະຮຽກຮ້ອງໃຫ້ມີການຢຸດຍິງໂດຍທັນທີ, ໃນກອງປະຊຸມຖະແຫລງຂ່າວທີ່ນະຄອນຫລວງປັກກິ່ງ, ວັນທີ 22 ມີນາ 2011.

ຈີນ​ຮຽກຮ້ອງ​ໃຫ້​ມີ​ການ​ຢຸດ​ຍິງ​ກັນໃນທັນທີໃນ​ລີ​ເບຍ ບ່ອນ​ທີ່ສະຫະລັດ ຝຣັ່ງ​ແລະ​ປະ​ເທດ​ອື່ນໆ​ພວມທຳ​ການ​ໂຈມ​ຕີ​ທາງ​ອາກາດເພື່ອ​ລົງ​ໂທດ​ລັດຖະບານ​ລີ​ເບຍ ​ໃນການ​ປ້ອງ​ກັນປະຊາຊົນ​ທີ່ອາ​ໄສ​ຢູ່​ໃນ​ພາກ​ຕາ​ເວັນ​ອອກ​ຂອງ​ປະ​ເທດ​ນັ້ນ.

ການ​ໂຈມ​ຕີ​ດັ່ງກ່າວ​ແມ່ນ​ກໍາລັງ​ດໍາ​ເນີນ​ໄປ​ຕາມ​ມະຕິ​ຂອງ​
ສະພາ​ຄວາມໝັ້ນຄົງ​ສະຫະ​ປະຊາ​ຊາດຊຶ່ງ​ໄດ້​ຮັບ​ອະນຸມັດ
ໄປ​ໃນທ້າຍ​ສັບປະດາ​ຜ່ານ​ມາ ໂດຍການຍິນຍອມເຫັນ
ພ້ອມຂອງ​ຈີນ​ນັ້ນ.

ແຕ່​ໂຄສົກ​ປະ​ຈໍາ​ກະຊວງ​ການ​ຕ່າງປະ​ເທດ​ຈີນ ທ່ານ​ນາງ Jiang yu ກ່າວໃນ​ວັນ​ອັງຄານ​ມື້​ນີ້​ວ່າ ຈີນ​ຢາກໃຫ້​ທຸກພັກ ຝ່າຍຢຸດຕິການ​ສູ້ລົບກັນໂດຍ​ທັນທີ ​ແລະໃຫ້​ເລີ້ມ​ທໍາ​ການ​ເຈລະຈາ​ກັນ​ເພື່ອ​ແກ້​ໄຂ​ບັນຫາ​ເຫລົ່າ​ນີ້.

ທ່ານ​ນາງ Jiang Yu ກ່າວ​ຕື່ມ​ວ່າ ຈີນ​ຄັດຄ້ານ​ການ​ໃຊ້​ກໍາລັງ​ທີ່​ອາດຍັງ​ຜົນ​ເຮັດ​ໃຫ້​ພວກ​ພົນລະ​ເຮືອນ​ໄດ້​ຮັບບາດ​ເຈັບລົ້ມ​ຕາຍຕື່ມອີກ ​ແລະ​ເກີດວິ​ກິດ​ການດ້ານ​ມະນຸດສະ​ທໍາ​ນັ້ນ.

XS
SM
MD
LG