ຈີນຮັບຮູ້ຂະບວນການກະບົດລີເບຍວ່າເປັນຄູ່ໂອ້ລົມສົນທະນາທີ່ສໍາຄັນທີ່ໄດ້ກາຍມາເປັນພະລັງການເມືອງທີ່ຂາດບໍ່ໄດ້ໃນປະເທດທີ່ຕັ້ງຢູ່ໃນ ທະວີບອະຟຣິກາເໜືອແຫ່ງນີ້.
ທ່ານ Yang Jiechi ລັດຖະມົນຕີການຕ່າງປະເທດຈີນໃຫ້ຄວາມເຫັນກ່ຽວກັບສະພາປົກຄອງໄລຍະຂ້າມຜ່ານແຫ່ງຊາດລີເບຍ ຫລັງຈາກທໍາ ການພົບປະກັນຢູ່ໃນກຸງປັກກິງໃນວັນພຸດມື້ນີ້ກັບທ່ານ MahMoud Jibril ທູດພິເສດຂອງຝ່າຍກະບົດລີເບຍນັ້ນ.
ໃນການລົງຂ່າວຢູ່ໃນແວບໄຊຕ໌ ຂອງກະຊວງການຕ່າງປະເທດຈີນນັ້ນ ມີການອ້າງຄໍາເວົ້າຂອງທ່ານ Yang Jiechi ວ່າອິດທິພົນຂອງສະພາປົກຄອງໄລຍະຂ້າມຜ່ານແຫ່ງຊາດ ໄດ້ເພີ່ມຂຶ້ນຢ່າງສະມໍ່າສະເໜີມາ ແລະບັດນີ້ໄດ້ກາຍເປັນພະລັງການເມືອງທີ່ສໍາຄັນໃນລີເບຍ.
ຈີນເຄີຍກ່າວມາກ່ອນວ່າ ຕົນຫວັງວ່າຈະທໍາການພົວພັນກັບທັງສອງຝ່າຍໃນບັນຫາຂັດແຍ້ງຢູ່
ໃນລີເບຍເພື່ອໃຫ້ບັນລຸການແກ້ໄຂທາງດ້ານການເມືອງລະຫວ່າງພວກກະບົດແລະລັດຖະ
ບານກາດດາຟີນັ້ນ.
ບັນດານັກການທູດຈີນໄດ້ທໍາການພົບປະກັນມາກ່ອນຢູ່ໃນພາກຕາເວັນອອກກາງກັບທ່ານ
Mustafa Abdel Jalil ຫົວໜ້າຂະບວນການກະບົດລີເບຍ ແລະໄດ້ເປັນເຈົ້າພາບຈັດການ
ພົບປະກັນກັບທ່ານ Abdelati ລັດຖະມົນຕີຕ່າງປະເທດຂອງລັດຖະບານທ່ານກາດດາຟີ
ໃນລະຫວ່າງການຢ້ຽມຢາມກຸງປັກກິງໃນຕົ້ນເດືອນນີ້.