ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຈີນ ພົບປະກັບຜູ້ຕາງໜ້າ ກຸ່ມກະບົດລີເບຍ


ທ່ານ Mahmoud Jibril ຜູ້ຕາງໜ້າດ້ານກິດຈະການຕ່າງປະເທດ
ຂອງສະພາປົກຄອງໄລຍະຂ້າມຜ່ານແຫ່ງ ຊາດລີເບຍທີ່ຄັດຄ້ານລັດຖະບານກາດາຟີ
ວັນທີ 21 ມິຖຸນາ 2011
ທ່ານ Mahmoud Jibril ຜູ້ຕາງໜ້າດ້ານກິດຈະການຕ່າງປະເທດ ຂອງສະພາປົກຄອງໄລຍະຂ້າມຜ່ານແຫ່ງ ຊາດລີເບຍທີ່ຄັດຄ້ານລັດຖະບານກາດາຟີ ວັນທີ 21 ມິຖຸນາ 2011

ຈີນ​ກ່າວ​ໃນ​ວັນ​ອັງຄານ​ມື້​ນີ້​ວ່າ ຕົນ​ຫວັງ​ວ່າ​ຈະ​ຊ່ອຍ​ຫາ​ທາງ​ແກ້​ໄຂບັນຫາ​ຂັດ​ແຍ້​ງທາງດ້ານ
ການເມືອງ​ໃນ​ລີ​ເບຍ​ ໃນລະຫວ່າງ​ທໍາ​ການ​ໂອ້​ລົມ​ສົນທະນາ​ກັນໃນ​ສັບປະດາ​ນີ້​ກັບ​ຜູ້ຕາງໜ້າ​ຄົນ​ນຶ່ງ​ຂອງ​ຂະ​ບວນການ​ຝ່າຍ​ກະບົດ​ລີ​ເບຍ​ນັ້ນ.

ທ່ານ Hong Lei ​ໂຄສົກ​ປະ​ຈໍາ​ກະຊວງ​ການ​ຕ່າງປະ​ເທດ​ຈີນ ກ່າວ​ວ່າການ​ໂອ້​ລົມ​ສົນທະ
ນາ​ກັນ​ໃນ​ວັນ​ອັງຄານ​ມື້ນີ້​ແລະ​ວັນ​ພຸດ​ມື້​ອື່ນ​ກັບ​ທ່ານ Mahmoud Jibril ທູດ​ພິ​ເສດຂອງ
ຝ່າຍ​ກະບົດ ​ສະທ້ອນ​ໃຫ້​ເຫັນ​ເຖິງຄວາມ​ປາດ​ຖະໜາ​ຂອງ​ຈີນ​ທີ່​ຢາກ​ຮັກສາ​ການ​ຕິດ​ຕໍ່​ພົວ
ພັນ​ກັບ​ທຸກ​ພັກ​ຝ່າຍ​ໃນ​ບັນຫາ​ຂັດ​ແຍ້​ງກັນ​ນີ້. ທ່ານ Jibril ​ເປັນ​ປະທານ​ຄະນະບໍລິຫານ
ສະພາໄລຍະ​ຂ້າມ​ຜ່ານ​ແຫ່ງ​ຊາດ​ລີ​ເບຍ ຊຶ່ງ​ທ່ານ Hong ບັນ​ລະຍາຍ​ວ່າ​ເປັນ​ກໍາລັງ​ສໍາຄັນ
ອັນ​ນຶ່ງ​ໃນ​ການ​ເມືອງ​ລີ​ເບຍ​ນັ້ນ.

ແຕ່​ໜັງສືພິມ Global Times ທີ່​ພັກ​ຄອມ​ມີ​ວນິດ​ຄວບ​ຄຸມ ບັນ​ລະ​ຍາຍ​ການ​ຢ້ຽມຢາມ​ຂອງ​ທ່ານ Jibril ວ່າ​ເປັນ​ພາກສ່ວນ​ນຶ່ງ​ຂອງ​ຄວາມ​ພະຍາຍາມໂດຍ​ພວກ​ກະບົດ​ເພື່ອ​ຜູກ​ຄວາມ​ສໍາພັນ​ກັບປະ​ເທດ​ທີ່​ມີ​ບົດບາດ​ສໍາຄັນຂອງ​ໂລກ ​ແລະ​ໜັງສືພິມ​ສະບັບ​ນີ້​ອ້າງ​ຄໍາ​ເວົ້າ​ຂອງ​ບັນດາ​ນັກວິ​ເຄາະເຫດການທີ່ກ່າວ​ວ່າ ພວກ​ເຈົ້າ​ໜ້າ​ທີ່​ຈີນ​ໄດ້ໃຫ້​ຄວາມ​ສົນ​ໃຈຫລາຍ​ຂຶ້ນ​ເລື້ອຍໆ​ໃນ​ການ​ຊ່ອຍ​ເຫລືອ​ເພື່ອຫາທາງຍຸຕິການ​ສູ້​ລົບ​ກັນ​ລະຫວ່າງຝ່າຍ​ກະບົດ​ແລະ​ພວກ​ກໍາລັງ​ຈົງ​ຮັກ​ພັກດີ​ຕໍ່​ທ່ານ​ກາດ​ດາ​ຟີ ຜູ້​ນໍາ​ລີເບຍ​ນັ້ນ.

ທ່ານ Abdelati Obeidi ລັດຖະມົນຕີ​ຕ່າງປະ​ເທດ​ຂອງ​ລັດຖະບານກາດ​ດາ​ຟີ ​ໄດ້​ທໍາ​ການ​ຢ້ຽມຢາມ​ກຸງ​ປັກ​ກິ​ງ​ເປັນ​ເວລາ 3 ມື້​ເພື່ອ​ທໍາ​ການ​ໂອ້​ລົມ​ສົນທະນາ​ກັບ​ບັນດາ​ເຈົ້າ​ໜ້າ​ທີ່​ຈີນ​ໃນ​ຕົ້ນ​ເດືອນ​ນີ້. ນັກ​ການ​ທູດ​ຈີນ​ທ່ານ​ນຶ່ງ​ກໍ​ໄດ້​ພົບ​ປະ​ກັບທ່ານ Mustafa Abdel Jalil ​ຜູ້​ນໍາຂະ ບວນການ​ຝ່າຍ​ກະບົດ​ເຊ່ນ​ກັນ​ທີ່ປະ​ເທດ Qatar.

XS
SM
MD
LG