ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ຜູ້​ນຳ​ສ​ະ​ພາ​ຈີນ ຕຳ​ໜິ​ຕິ​ຕຽນ ການ​ລົງ​ໂທດ ໃນ​ລະ​ຫວ່າງ​ການ​ຢ້ຽມ​ຢາມ​ຣັດ​ເຊຍ  


ແຟ້ມ - ປະ​ທາ​ນາ​ທິ​ບໍ​ດີ​ຣັດ​ເຊຍ​ ທ່ານວ​ລາ​ດີ​ເມຍ ປູ​ຕິນ (ຂວາ) ແລະ​ປະ​ທານ​ສະ​ພາ​ປະ​ຊາ​ຊົນ​ແຫ່ງ​ຊາດ​ຂອງ​ຈີນ ທ່ານ​ຫຼີ​ ສາງ​ຊູ ຖ່າຍ​ຮູບ​ຮ່ວມ​ກັນ ກ່ອນ​ການ​ພົບ​ປະ​ຂອງກອງ​ປະ​ຊຸມ​ເສ​ດ​ຖະ​ກິດ​ຕາ​ເວັນ​ອອກ ທີ່​ເມືອງວ​ລາ​ດີວ​ອສ​ຕັອກ ປະ​ເທດ​ຣັດ​ເຊຍ ເມື່ອ​ວັນ​ທີ 7 ກັນ​ຍາ 2022.
ແຟ້ມ - ປະ​ທາ​ນາ​ທິ​ບໍ​ດີ​ຣັດ​ເຊຍ​ ທ່ານວ​ລາ​ດີ​ເມຍ ປູ​ຕິນ (ຂວາ) ແລະ​ປະ​ທານ​ສະ​ພາ​ປະ​ຊາ​ຊົນ​ແຫ່ງ​ຊາດ​ຂອງ​ຈີນ ທ່ານ​ຫຼີ​ ສາງ​ຊູ ຖ່າຍ​ຮູບ​ຮ່ວມ​ກັນ ກ່ອນ​ການ​ພົບ​ປະ​ຂອງກອງ​ປະ​ຊຸມ​ເສ​ດ​ຖະ​ກິດ​ຕາ​ເວັນ​ອອກ ທີ່​ເມືອງວ​ລາ​ດີວ​ອສ​ຕັອກ ປະ​ເທດ​ຣັດ​ເຊຍ ເມື່ອ​ວັນ​ທີ 7 ກັນ​ຍາ 2022.

ສື່ມວນ​ຊົນ​ຂອງ​ທາງ​ການ​ຈີນ​ລາຍ​ງານ​ວ່າ ຫົວ​ໜ້າ​ສະ​ພາ​ນິ​ຕິ​ບັນ​ຢັດ​ຈີນ ຕຳ​ໜິ​ຕິ​ຕຽນ​ຢ່າງ​ຮຸນ​ແຮງ ​ໃນ​ການ​ລົງ​ໂທດ​ຕໍ່​ຣັດ​ເຊຍ ​ລະ​ຫວ່າງກ​ານ​ຢ້ຽມ​ຢາມ​ປະ​ເທດ​ດັ່ງ​ກ່າວ​ ເມື່ອ​ໄວໆ​ມ​ານີ້ ໂດຍ​ກ່າວ​ເນັ້ນ​ຢ້ຳ​ເຖິງ ​ການ​ໃຫ້​ຄວາມ​ສະ​ໜັບ​ສະ​ໜຸນ ​ຂ​ອງ​ຈີ​ນ​ຕໍ່​ມົ​ສ​ກູ ກ່ຽວ​ກັບການ​ເຮັດ​ສົງ​ຄາມ​ຢູ່​ໃນ​ຢູ​ເຄ​ຣນ ທັງໆ​ທີ່​ກ່າວ​ອ້າງວ່າຕົນເປັນ​ກາງ ອີງ​ຕາມ​ລາຍ​ງານ​ຂອງ​ອົງ​ການ​ຂ່າວ​ເອ​ພີ.

ອົງ​ການ​ຂ່າວ​ຊິນ​ຫົວ​ຂອງ​ທາງ​ການ​ຈີນ ກ່າວ​ວ່າ ທ່ານ​ຫຼີ ສາງ​ຊູ ຮຽກ​ຮ້ອງ​ໃຫ້​ມີ​ການ​ຮ່ວມ​ມື​ກັນ​ຫຼາຍ​ຂຶ້ນ ໃນ​ການ “​ຕໍ່ສູ້​ຕ້ານ​ການ​ແຊກ​ແຊງ​ຈາກ​ພາຍນອກ ການ​ລົງ​ໂທດແລະ​ການ​ໃຊ້​ກົດ​ໝາຍ​ສານຈາກ​ໄລ​ຍະ​ໄກ ຮວມ​ຢູ່​ໃນ​ການ​ກະ​ທຳ​ອື່ນໆ” ໃນການ​ພົບ​ປະ​ກັບ​ບັນ​ດາ​ສະ​ມາ​ຊິກ​ສະ​ພາ​ຂອງ​ຣັດ​ເຊຍເມື່ອ​ວັນ​ພະ​ຫັດ​ຜ່ານ​ມາ.

ທ່ານ​ຫຼີ ຍັງ​ໄດ​ພົບ​ປະ​ສົນ​ທະ​ນາ​ກັບ​ປະ​ທາ​ນາ​ທິ​ບໍ​ດີ​ຣັດ​ເຊຍ ທ່ານ​ວ​ລາ​ດີ​ເມຍ ປູ​ຕິນ ກ່ອນ​ໜ້າ​ການ​ປະ​ຊຸມ​ ຊຶ່ງ​ຄາດ​ວ່າ​ຈະ​ມີ​ຂຶ້ນ​ໃນ​ເດືອນນີ້ ລະ​ຫວ່າງ​ທ່ານ​ປູ​ຕິນ ແລະ​ປະ​ທານ​ປະ​ເທດ​ຈີນ ທ່ານ​ສີ ຈິ້ນ​ຜິງ ໃນ​ການ​ພົບ​ປະ​ລະ​ດັບ​ຂົງ​ເຂດ ທີ່​ກາ​ຊັກ​ສະ​ຖານ. ນັ້ນ​ອາດ​ຈະ​ເປັນ​ຂີດ​ໝາຍ​ຄັ້ງ​ທຳ​ອິດ ທີ່​ປະ​ທານ​ປະ​ເທດ​ສີ ຈະ​ເດີນ​ທາງ​ອອກນອກ​ປະ​ເທດ​ຈີນ ນັບ​ແຕ່​ການ​ລະ​ບາດ​ຂອງ​ໄວ​ຣັ​ສ​ໂຄ​ໂຣ​ນາ​ເລີ້ມ​ຂຶ້ນ​ໃນ​ປີ 2020.

ທ່ານ​ຫຼີ ແມ່ນ​ສະ​ມາ​ຊິກ​ຂອງ​ຄະ​ກຳ​ມະ​ການ​ຖາ​ວອນປະ​ຈຳກົມ​ການ​ເມືອງ​ສູນ​ກາງ​ທີ່​ມີ​ອິດ​ທິ​ພົນ​ຂອງ​ຈີນ ແລະ​ມີ​ການ​ພິ​ຈາ​ລະ​ນາ​ກັນ​ວ່າເປັນ​ບຸກ​ຄົນ​ທີ່​ໃກ້​ຊິດ ແລະ​ທ່ານ​ສີ​ໄວ້​ວາງ​ໃຈ​ທີ່​ສຸດ ​ຊຶ່ງບຸກ​ຄົນ​ທັງ​ສອງ​ເຄີຍ​ເຮັດ​ວຽກ​ຮ່ວມ​ກັນ​ມາ​ແລ້ວ​ຫຼາຍ​ທົດ​ສະ​ວັດ. ທ່ານຫຼີ​ຊຶ່ງເປັນ​ທາ​ຍາດ​ທາງ​ການ​ເມືອງ​ໝາຍ​ເລກ 3 ​ຂອງ​ພັກ​ຄອມ​ມູ​ນິ​ສ ແມ່ນ​ເຈົ້າ​ໜ້າ​ທີ່​ລະ​ດັບ​ສູງ​ສຸດ​ທີ່​ໄດ້​ເດີນ​ທາງ​ໄປ​ຕ່າງ​ປະ​ເທດ ນັບ​ແຕ່​ໂຣກ​ລະ​ບາດ​ໄດ້​ເລີ້ມ​ຂຶ້ນ.

​ການ​ພົບ​ປະ​ຂອງ​ອົງ​ການ​ການ​ຮ່ວມ​ມື​ຊຽງ​ໄຮ້ ຊຶ່ງ​ເປັນ​ອົງ​ການ​ຈັດ​ຕັ້ງ​ທາງ​ດ້ານ​ການ​ເມືອງ ເສດ​ຖະ​ກິດ ແລະ​ຄວາມ​ໝັ້ນ​ຄົງ ທີ່​ຄອບ​ງຳ​ໂດຍ​ຈີນ ແລະ​ຣັດ​ເຊຍມີ​ຂຶ້ນ​ໃນ​ລະ​ຫວ່າງ​ທີ່​ທ່ານ​ປູ​ຕິນ ພົບ​ປະ​ສົບ​ກັບ​ບັນ​ຫາ ໃນ​ຄວາມ​ພະ​ຍາ​ຍາມ​ທີ່​ຈ​ະ​ຮຸກ​ຮານ​ຢູ​ເຄ​ຣນ ແລະ​ທ່ານ​ສີ ພວມ​ກະ​ກຽມ​ກອງ​ປະ​ຊຸມ​ໃຫຍ່​ຂອງ​ພັກ​ຄອມ​ມູ​ນິ​ສ ທີ່​ຄາດ​ກັນ​ວ່​າ ຈະ​ອະ​ນຸ​ມັດ​ໃຫ້​ທ່ານ​ກຳ​ຕຳ​ແໜ່ງ​ຜູ້​ນຳ​ເປັນ​ສະ​ໄໝ​ທີ 3.

ອົງ​ການ​ຂ່າວ​ຊິນ​ຫົວ​ກ່າວ​ວ່າ ຣັດ​ເຊຍ​ຍັງ​ໃຫ້​ການ​ສະ​ໜັບ​ສະ​ໜຸນ​ຕໍ່​ການ​ທີ່​ປັກ​ກິ່ງ​ປະ​ນາມ​ການ​ເດີນ​ທາງ​ໄປ​ຢ້ຽມ​ຢາມ​ໄຕ້​ຫວັນ​ ທີ່​ປົກ​ຄອງ​ຕົນ​ເອງ​ແບບ​ປະ​ຊາ​ທິ​ປະ​ໄຕ​ໃນ​ເດືອນ​ແລ້ວ ຂອງ​ປະ​ທານ​ສະ​ພາ​ຕ່ຳ​ສະ​ຫະ​ລັດ ທ່ານ​ນາງ​ແນນ​ຊີ ເພ​ໂລ​ຊີ ທີ່​ໄດ້​ຈີນ​ຂົ່ມ​ຂູ່​ວ່າ ຈະ​ທຳ​ການ​ຮວມ​ປະ​ເທດ​ໂດຍ​ການ​ໃຊ້​ກຳ​ລັງ.

ອົງ​ການ​ຂ່າວ​ຊີນ​ຫົວ ລາຍ​ງານ​ວ່າ “ທ່ານ​ຫຼີ ໄດ້​ຂອບ​ອົກ​ຂອບ​ໃຈ​ຝ່າຍ​ຣັດ​ເຊຍ​ທີ່​ໃຫ້​ການ​ສ​ະ​ໜັບ​ສະ​ໜຸນ​ຕໍ່​ຈີນ ກ່ຽວ​ກັບ​ບັນ​ຫາ​ໄຕ້​ຫວັນ.”

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG