ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ຄົນຈີນຜູ້ໃຫຍ່ຫລາຍກວ່າ 600 ຄົນ ແລະເດັກ 103 ຄົນ ລົ້ມປ່ວຍ ຍ້ອນສານພິດຂີ້ກົ່ວ


ເດັກນ້ອຍຈີນຄົນນຶ່ງ ທີ່ຖືກກວດພົບວ່າ ມີສານຂີ້ກົ່ວທີ່ເປັນພິດ ໃນລະດັບສູງໃນເລືອດ ທີ່ແຂວງ ອານຫຸຍ , ວັນທີ 6 ມັງກອນ 2011. REUTERS/Stringer
ເດັກນ້ອຍຈີນຄົນນຶ່ງ ທີ່ຖືກກວດພົບວ່າ ມີສານຂີ້ກົ່ວທີ່ເປັນພິດ ໃນລະດັບສູງໃນເລືອດ ທີ່ແຂວງ ອານຫຸຍ , ວັນທີ 6 ມັງກອນ 2011. REUTERS/Stringer

ອົງການຂ່າວທາງການຂອງຈີນກ່າວວ່າ ປະຊາຊົນຫລາຍກວ່າ 600 ຄົນ ໂຮມທັງພວກເດັກ
ນ້ອຍ 103 ຄົນ ໄດ້ ລົ້ມປ່ວຍ ຍ້ອນສານພິດຂີ້ກົ່ວ.

ອົງການຂ່າວຊິນຫົວລາຍ​ງານ​ໃນວັນອາທິດມື້ນີ້ວ່າ ພວກຄົນງານເຮັດວຽກ ຢູ່ໂຮງງານເຈັ້ຍ
ອາ​ລູມີ​ນຽມນ້ອຍ​ໆ 25 ແຫ່ງ ທີ່​ດໍາ​ເນີນ​ການ​ໂດຍຄອບຄົວນຶ່ງຢູ່​ເຂດເມືອງ Yangxunqio ​
ໃນແຂວງ Zhejiang ທາງພາກຕາ​ເວັນ​ອອກຂອງຈີນ ມີສານກົ່ວໃນລະດັບສູງທີ່​ເປັນ​ອັນ
ຕະລາຍຢູ່ໃນເລືອດ ຂອງພວກເຂົາເຈົ້າ.

ອີງຕາມຜົນການກວດເລືອດ ພົບວ່າພວກຜູ້ໃຫຍ່ 26 ຄົນ ແລະພວກເດັກນ້ອຍທັງໝົດ 103 ຄົນມີສານພິດຂີ້ກົ່ວຢ່າງຮ້າຍແຮງ ໃນຂະນະອີກ 494 ຄົນມີລະດັບປານກາງ.

ຂ່າວໜັງສືພິມເວົ້າວ່າ ສານຂີ້ກົ່ວມັກຖືກນໍາໃຊ້ກັນເປັນປົກກະຕິໃນການຜະລິດເຈັ້ຍອາ​ລູມີ​ນຽມ​
ເຫລື້ອມ ແຕ່ຈີນບໍ່ໄດ້ຕັ້ງມາດຕະຖານສໍາລັບປະລິມານການໃຊ້ສານຂີ້ກົ່ວ.

ພິດຈາກສານຂີ້ກົ່ວສາມາດທໍາລາຍເສັ້ນປະສາດ ກ້າມເນື້ອແລະລະບົບສືບພັນ.ໂດຍສະເພາະ
ພວກເດັກນ້ອຍ​ແມ່ນຈະສ່ຽງຫລາຍກວ່າໝູ່.

XS
SM
MD
LG