ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ຈີນຮາວີ ພວກທະນາຍ ສິດທິມະນຸດ


ເຄື່ອງໝາຍອົງການນິລະໂທດກຳສາກົນ
ເຄື່ອງໝາຍອົງການນິລະໂທດກຳສາກົນ

ອົງການນິລະໂທດກຳສາກົນກ່າວວ່າ ຈີນໄດ້ທຳການຮາວີລົບກວນ ຈັບກຸມຄຸມຂັງໂດຍພະ
ລະການແລະຮອດ​ທໍາຮ້າຍ​ຮ່າງກາຍຕໍ່ພວກທະນາຍຄວາມດ້ານສິດທິມະນຸດ ໃນຄວາມພະ
ຍາຍາມເພື່ອປິດປາກປິດສຽງພວກທີ່ບໍ່ພໍໃຈກັບລັດຖະບານ.

ໃນລາຍງານສະບັບນຶ່ງ ທີ່ນຳອອກເຜີຍແຜ່ໃນວັນພະຫັດມື້ນີ້ ກຸ່ມປົກປ້ອງສິດທິມະນຸດດັ່ງ
ກ່າວໄດ້ເວົ້າເຖິງບາດກ້າວຕ່າງໆທີ່ພວກເຈົ້າໜ້າທີ່ຈີນໄດ້ນຳໃຊ້ເພື່ອປິດປາກປິດສຽງພວກ
ທະນາຍຄວາມສິດທິມະນຸດ ຮວມທັງການສັ່ງງົດຫຼືຖອນໃບອະນຸຍາດ ເພື່ອປ້ອງກັນບໍ່ໃຫ້
ພວກທະນາຍຄວາມເຫຼົ່ານີ້ໄປຕໍ່ສູ້ຄະດີໃຫ້ແກ່ພວກຄັດຄ້ານລັດຖະບານທີ່ນິຍົມປະຊາທິປະ
ໄຕແລະກຸ່ມສາສະໜາທີ່ທາງການຫ້າມ ເຊັ່ນກຸ່ມຟາລຸນກົງ.

ພວກທະນາຍຄວາມທີ່ໄດ້ຖືກປ່ອຍໃຫ້ເປັນອິດສະຫຼະ ຫຼັງຈາກໄດ້ຖືກຄຸມຂັງມາເປັນເວລາ
ດົນນານນັ້ນ ໄດ້ປະຕິເສດທີ່​ຈະໂອ້ລົມກັບພວກນັກຂ່າວຫຼັງຈາກໄດ້ຖືກປ່ອຍຊຶ່ງເປັນການ
ສະແດງໃຫ້ເຫັນວ່າ ພວກເຈົ້າໜ້າທີ່ໄດ້ຂົ່ມຂູ່ເຂົາເຈົ້າ.

ປັກກິ່ງ ໄດ້ເລີ່ມທຳການປາບປາມພວກນັກເຄື່ອນໄຫວ ທະນາຍຄວາມແລະພວກຕຳໜິຕິ
ຕຽນລັດຖະບານໃນເດືອນກຸມພາຜ່ານມາ ຊຶ່ງມີການເບິ່ງກັນວ່າ ເປັນການດຳເນີນຄວາມ
ພະຍາຍາມ ເພື່ອຫາທາງປ້ອງກັນບໍ່ໃຫ້ເກີດການປະທ້ວງຮຽກຮ້ອງເອົາປະຊາທິປະໄຕດັ່ງ
ດຽວກັນ ກັບທີ່ໄດ້ເກີດຂຶ້ນ ຢູ່ໃນບັນດາປະເທດອາຣັບນັ້ນ. ອົງການນິລະໂທດກຳສາກົນ
ກ່າວວ່າ ມີພວກນັກເຄື່ອນໄຫວແລະທະນາຍຄວາມສິດທິມະນຸດ ຫຼາຍກວ່າ 130 ຄົນໄດ້
ຖືກຈັບຫຼືບໍ່ກໍຫາຍສາບສູນໄປ.

XS
SM
MD
LG