ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຈີນ ສົ່ງ​ຫຸ່ນ​ຍົນ ​ ຂຶ້ນໄປ​ ປະຕິບັດ​ງານ ​ເທື່ອ​ທໍາ​ອິດ ເທິງດວງ​ຈັນ


ຈີນ ກ່າວ​ວ່າ ຕົນ​ສົ່ງ​ຫຸ່ນ​ຍົນເທື່ອ​ທໍາ​ອິດ​ ໄປ​ປະຕິບັດ​ງານ​ຢູ່​ໜ້າຜິ​ວດວງ​ຈັນໄດ້ ​ປະສົບ​ຜົນ​ສໍາ​ເລັດ.
ຈີນ ກ່າວ​ວ່າ ຕົນ​ສົ່ງ​ຫຸ່ນ​ຍົນເທື່ອ​ທໍາ​ອິດ​ ໄປ​ປະຕິບັດ​ງານ​ຢູ່​ໜ້າຜິ​ວດວງ​ຈັນໄດ້ ​ປະສົບ​ຜົນ​ສໍາ​ເລັດ.
ຈີນ ກ່າວ​ວ່າ ການ​ສົ່ງ​ຫຸ່ນ​ຍົນເທື່ອ​ທໍາ​ອິດ​ ໄປ​ປະຕິບັດ​ງານ​ຢູ່​ໜ້າ
ຜິ​ວດວງ​ຈັນໄດ້ ​ປະສົບ​ຜົນ​ສໍາ​ເລັດ.

ຍານທີ່​ສົ່ງ​ໄປ​ດວງ​ຈັນ ທີ່​ມີ​ຊື່ວ່າ Chang’e 3 ​ແມ່ນຮວມ​ທັງລົດ​ສຳ​
ຫຼວດ “Jade Rabbit” ນັ້ນ ​ໄດ້​ຖືກ​ສົ່ງ​ຂື້ນ​ໃນ​ຕອນ​ເຊົ້າ​ວັນ​ຈັນ​ວານ
​ນີ້ ຈາກສູນ​ກາງ​ສົ່ງ​ດາວ​ທຽ​ມ Xichang ​ໃນແຂວງ Sichuan ທາງ​
ພາກ​ຕາ​ເວັນ​ຕົກ​ສຽງ​ໃຕ້ ຂອງປະ​ເທດ​ຈີນ.

ຍານ​ສໍາ​ຫລວດນີ້ ມີ​ກໍາໜົດ​ທີ່​ຈະ​ລົງ​ຈອດເທິງ​ດວງ​ຈັນ ​ໃນ​ກາງ
​ເດືອນ​ທັນວາ ​ເພື່ອ​ສໍາ​ຫລວດ​ພື້ນຜິວ​ດວງ​ຈັນ. ຈີນ ​ໄດ້​ແນ​ໃສ່​ການ
ທີ່​ຈະກາຍ​ເປັນປະ​ເທດ​ທີ​ສາມ​ເທົ່າ​ນັ້ນ ທີ່​ສາມາດ​ສົ່ງ​ລົດ​ສຳຫຼວດ ​ໄປ​ຍັງ​ດວງ​ຈັນ ​ຫລັງ​ຈາກ
ສະຫະລັດ ​ແລະອະດີດສະຫະພາບໂຊ​ຫວຽດ.

ປະຕິກິລິຍາ ທາງ​ອິນ​ເຕີ​ແນັດ ກ່ຽວ​ກັບ​ການ​ສົ່ງຍານ​ດັ່ງກ່າວ ຈາກປະຊາຊົນ​ຊາວ​ຈີນ​ແລ້ວ
​ແມ່ນ​ປະ​ປົນ​ກັນ.

ຜູ້​ນໍາ​ໃຊ້​ຕາໜ່າງ Weibo ຄົນ​ນຶ່ງ​ກ່າວ​ວ່າ ການ​ປະຕິບັດ​ງານນີ້ ​ເປັນ​ເລື້ອງ​ກຽດ​ສັກ​ສີຂອງຊາດ
“ມັນ​ເປັນ​ຂ່າວ​ທີ່​ໜ້າ​ພາກພູມ​ໃຈຂອງ​ຈີນ ທີ່ຈີນ​ສາມາດ​ສົ່ງ​ຍານ Chang’e 3 ​ໄດ້​ຢ່າງ​ສຳ​ເລັດ
​ຜົນ. ຂ້າພະ​ເຈົ້າ​ຍັງ​ຈື່​ໄດ້​ຢູ່ ກ່ຽວ​ກັບ​ການ​ສົ່ງ​ດາວ​ທຽມໜ່ວຍ​ທຳ​ອິດ​ຂອງ​ຈີນ Dangfanghong
ຂ້າພະ​ເຈົ້າຮູ້ສຶກ​ພາກ​ພູມ​ໃຈ​ກັບ ປະ​ເທດ​ຂອງຂ້າພະ​ເຈົ້າ.” ແຕ່ປະຊາຊົນອີກຈໍານວນ​ນຶ່ງຖາມ
ວ່າ ​ເປັນ​ຫຍັງປັກ​ກິ່ງ ​ຈຶ່ງໃຊ້​ເງິນ​ຫລາຍແທ້​ສຳ ລັບ​ໂຄງການອະວະກາດ.

ຜູ້​ນໍາ​ໃຊ້​ອິນ​ເຕີ​ແນັດ​ຄົນ​ນຶ່ງ​ກ່າວ​ວ່າ ລາວ​ມີ​ສິ່ງ​ສໍາຄັນ​ຢ່າງ​ອຶ່ນ “ຂ້າພະ​ເຈົ້າ​ບໍ່​ສົນໃຈ​ກ່ຽວ​ ກັບ Chang’e 3 2 ຫລື 1​. ສິ່ງທີ່​ຂ້າພະ​ເຈົ້າ​ເປັນ​ຫ່ວງ​ນໍານັ້ນ​ ແມ່ນ ​ກ່ຽວກັບວ່າ ຂ້າພະເຈົ້າ ຈະ​ສາ
ມາດ​ ຈ່າຍ​ຄ່າ​ນາຍ​ແພດໄດ້​ບໍ່ ​ເວລາຂ້າພະ​ເຈົ້າ​ເຈັບ​ປ່ວຍ.”
XS
SM
MD
LG